ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແມ່ນຊັບສົມບັດອັນລໍ້າຄ່າຂອງສອງປະເທດ
ທີ່ການຕ້ອນຮັບ, ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນມິດຕະພາບກັບ ກິກີດສະຖານ - ປະເທດເພື່ອນມິດທີ່ເປັນມູນເຊື້ອ ທີ່ໄດ້ສະໜັບສະໜູນປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ແລະໃນພາລະກິດສ້າງສາປະເທດໃນປັດຈຸບັນ, ເນັ້ນໜັກວ່າ ນີ້ແມ່ນຊັບສົມບັດອັນລໍ້າຄ່າ ທີ່ການນໍາ ແລະປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Adylbek Kasymalyev ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກິກີດສະຖານ. ພາບ: ຈ້ອງຫາຍ. |
ທ່ານ Adylbek Kasymalyev ສະແດງຄວາມປະທັບໃຈຢ່າງເລິກເຊິ່ງ ຕໍ່ບັນດາຜົນງານພັດທະນາເສດຖະກິດ-ສັງຄົມ ແລະຖານະບົດບາດສາກົນນັບມື້ນັບສູງຂຶ້ນຂອງຫວຽດນາມ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ປາດຖະໜາຢາກໄດ້ແບ່ງປັນບົດຮຽນຂອງຫວຽດນາມ ໃນການພັດທະນາ.
ແລກປ່ຽນກ່ຽວກັບທິດທາງພັດທະນາການພົວພັນສອງຝ່າຍໃນໄລຍະຈະມາເຖິງ, ການນໍາສອງທ່ານເຫັນດີໂດຍຖືວ່າ ສອງປະເທດ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍບົນພື້ນຖານກົມກຽວດ້ານຜົນປະໂຫຍດ; ເນັ້ນໜັກວ່າ ຕ້ອງຍູ້ແຮງການພົບປະໃນທຸກຂັ້ນ, ທັງສອງຝ່າຍ ແລະຫຼາຍຝ່າຍ, ລະຫວ່າງພັກ, ສະພາແຫ່ງຊາດ, ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຊຸກຍູ້ການສ້າງຕັ້ງບັນດາກົນໄກຮ່ວມມືລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ຈ້ອງຫາຍ |
ເຫັນດີຕີລາຄາກ່ຽວກັບຄວາມສາມາດຮ່ວມມືໃນຫຼາຍຂົງເຂດ, ການນໍາສອງທ່ານເນັ້ນໜັກວ່າ ສອງຝ່າຍຕ້ອງຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມຫງົບ, ເພີ່ມທະວີການເຊື່ອມຕໍ່ການຄົມມະນາຄົມກວ່າອີກ, ໃນນັ້ນມີ ການບິນ, ທາງລົດໄຟ, ໂລຈິດສະຕິກ, ເຊື່ອມຕໍ່ຫວຽດນາມ ແລະອາຊີຕາເວັນອອກສ່ຽງໃຕ້ ກັບກິກີດສະຖານ ແລະອາຊີກາງ.
ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍເຫັນດີເພີ່ມທະວີການພົບປະ, ປຶກສາຫາລື, ພິຈາລະນາສະໜັບສະໜູນການສະໝັກ, ຂໍ້ລິເລີ່ມຂອງກັນໃນເວທີປາໄສຫຼາຍຝ່າຍ, ໃນນັ້ນມີສະຫະປະຊາຊາດ, EAEU...
ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການພົບປະໃນທຸກຊ່ອງທາງ
ຕອນບ່າຍວັນທີ 6 ມີນາ, ທີ່ທໍານຽບປະທານປະເທດ, ທ່ານ ເລືອງເກືື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບທ່ານ Adylbek Kasymalyev ນາຍົກລັດຖະມົນຕີ ກິກີດສະຖານ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ Adylbek Kasymalyev. ພາບ: ຈ້ອງຫາຍ. |
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານນາຍົກລັດຖະມົນຕີ Adylbek Kasymalyev ເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນລະຫວ່າງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການຂັ້ນສູນກາງ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະປະຊາຊົນສອງປະເທດ; ອໍານວຍຄວາມສະດວກເພື່ອໃຫ້ວິສາຫະກິດສອງຝ່າຍຊອກຫາໂອກາດລົງທຶນຢູ່ຕະຫຼາດຂອງກັນ; ປັບປຸງພື້ນຖານນິຕິກໍາໃຫ້ສົມບູນແບບເພື່ອຊຸກຍູ້ການພົວພັນສອງຝ່າຍ ໃນທຸກຂົງເຂດ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ຈ້ອງຫາຍ. |
ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ. ທ່ານ ເລືອງເກື່ອງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ແລະພ້ອມແລ້ວທີ່ເປັນຂົວຕໍ່ ເພື່ອໃຫ້ ກິກີດສະຖານ ເປີດກວ້າງການພົວພັນກັບບັນດາປະເທດໃນພາກພື້ນອາຊຽນ ກໍຄືກັບອົງການຈັດຕັ້ງອາຊຽນ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກເຖິງຄວາມສໍາຄັນຂອງຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະສະເໜີກິກີດສະຖານ ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ແລະຫວຽດນາມ ທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ, ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ມຸ່ງໄປເຖິງການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ
ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 6 ມີນາ, ທີ່ທໍານຽບປະທານປະເທດ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Adylbek Kasymalyev ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກິກີດສະຖານ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍ ໄດ້ດໍາເນີນການພົບປະສອງຝ່າຍ.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການພົບປະສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Adylbek Kasymalyev ແມ່ນຂີດໝາຍປະຫວັດສາດສໍາຄັນ, ເປີດໄລຍະຮ່ວມມືໃໝ່ໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະກິກີດສະຖານ, ມຸ່ງໄປເຖິງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ Adylbek Kasymalyev ຕີລາຄາສູງບົດບາດນັບມື້ນັບສູງຂຶ້ນຂອງຫວຽດນາມ ຢູ່ອາຊຽນ; ຢັ້ງຢືນວ່າ ກິກີດສະຖານ ຖື ຫວຽດນາມ ແມ່ນບຸລິມະສິດໃນການພົວພັນກັບຕ່າງປະເທດ ຂອງຕົນ ແລະຫວັງວ່າ ຈະພ້ອມກັບຫວຽດນາມ ພັດທະນາການຮ່ວມມືສອງຝ່າຍໃນທຸກຂົງເຂດ ທີ່ ສອງຝ່າຍມີທ່າແຮງ ແລະມີຄວາມສາມາດບົ່ມຊ້ອນ.
    |
 |
ທ່ານນາຍົກລັດຖະມົນຕີ Adylbek Kasymalyev ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນບັນຍາກາດທີ່ຈິງໃຈ, ໄມຕີຈິດມິດຕະພາບ ແລະໄວ້ເນື້ອເຊື່ອໃຈສູງ, ການນໍາສອງທ່ານ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ແລກປ່ຽນກ່ຽວກັບທິດທາງຊຸກຍູ້ການພົວພັນສອງຝ່າຍ, ພ້ອມທັງເຫັນດີເປັນເອກະພາບຕໍ່ຫຼາຍມາດຕະການລະອຽດ ເພື່ອສ້າງກໍາລັງໜູນໃໝ່ ແລະນໍາການຮ່ວມມືໃນຫຼາຍຂົງເຂດໃຫ້ເຂົ້າສູ່ລວງເລິກ, ແທດຈິງ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານນາຍົກລັດຖະມົນຕີ Adylbek Kasymalyev ເຊັນຖະແຫຼງການຮ່ວມ ວ່າດ້ວຍຜົນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Adylbek Kasymalyev ນາຍົກລັດຖະມົນຕີ ກິກີດສະຖານ. ພາບ: ສໍານັກຂ່າວສານຫວຽດນາມ. |
ສອງຝ່າຍເຫັນດີສືບຕໍ່ເສີມຂະຫຍາຍມູນເຊື້ອ, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ. ທ່ານ ຟ້າມມິງຈີ້ງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອໃຫ້ ກິກີດສະຖານ ເພີ່ມທະວີການຮ່ວມມືກັບອາຊຽນ, ຫວັງວ່າ ກິກີດສະຖານ ຈະເສີມຂະຫຍາຍບົດບາດ ແລະເຊື່ອມຕໍ່ຫວຽດນາມ ກັບພາກພື້ນອາຊີກາງ; ສະເໜີ ກິກີດສະຖານ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະອາຊຽນໃນບັນຫາທະເລຕາເວັນອອກ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານນາຍົກລັດຖະມົນຕີ Adylbek Kasymalyev ເປັນສັກຂີພິຍານພິທີລົງນາມສັນຍາລະຫວ່າງລັດຖະບານຫວຽດນາມ ແລະສະພາລັດຖະມົນຕີກິກີດສະຖານ ວ່າດ້ວຍການຮ່ວມມືໃນຂົງເຂດການສຶກສາ. ພາບ: ສໍານັກຂ່າວສານຫວຽດນາມ |
ສອງຝ່າຍເຫັນດີເປີດກວ້າງການຮ່ວມມືສູ່ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ຄື: ກະສິກໍາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ກໍ່ສ້າງ, ວັດທະນະທໍາ-ການທ່ອງທ່ຽວ, ທ້ອງຖິ່ນ, ການເຊື່ອມຕໍ່ຄົມມະນາຄົມຂົນສົ່ງ, ພິເສດແມ່ນການບິນ ແລະທາງລົດໄຟ ເພື່ອເປີດການຮ່ວມມືໃໝ່, ສ້າງເງື່ອນໄຂສະດວກໃຫ້ແກ່ການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ, ກໍຄື ຊຸກຍູ້ການພົວພັນຮອບດ້ານ.
ພາຍຫຼັງການພົບປະສອງຝ່າຍ, ການນໍາສອງທ່ານ ໄດ້ເຊັນຖະແຫຼງການຮ່ວມ ວ່າດ້ວຍຜົນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Adylbek Kasymalyev ແລະພ້ອມກັນເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືສອງຝ່າຍ.
ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີລັດຖະສະພາຫຼາຍຝ່າຍ
ຕອນບ່າຍວັນດຽວກັນ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ພົບປະກັບທ່ານ Adylbek Kasymalyev ນາຍົກລັດຖະມົນຕີ ກິກີດສະຖານ.
ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບກິກີດສະຖານ, ຕີລາຄາສູງບົດບາດຂອງກິກີດສະຖານ ຢູ່ພາກພື້ນອາຊີກາງ, ປາດຖະໜາຢາກພ້ອມກັບກິກີດສະຖານ ເປີດທິດທາງໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍ. ບົນຈິດໃຈນັ້ນ, ສະພາແຫ່ງຊາດຫວຽດນາມ ຈະພ້ອມກັບສະພາແຫ່ງຊາດ ກິກີດສະຖານ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງປະເທດ, ສະໜັບສະໜູນຄວາມມານະພະຍາຍາມຂອງສອງລັດຖະບານ ແລະບັນດາກະຊວງ, ຂະແໜງການໃນການຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະທ່ານ Adylbek Kasymalyev ນາຍົກລັດຖະມົນຕີ ກິກີດສະຖານ. ພາບ: ຈ້ອງຫາຍ. |
ທ່ານ Adylbek Kasymalyev ຢັ້ງຢືນຖືເປັນສໍາຄັນ ແລະປາດຖະໜາຢາກພ້ອມກັບຫວຽດນາມ ນໍາການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບສູງໃໝ່. ທ່ານ Adylbek Kasymalyev ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະສໍາຄັນຂອງກິກີດສະຖານ ຢູ່ອາຊີຕາເວັນອອກສ່ຽງໃຕ້; ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບຫວຽດນາມ ແລະຜ່ານຫວຽດນາມ ເພີ່ມທະວີການພົວພັນກັບອາຊຽນ ແລະບັນດາປະເທດອາຊຽນ, ພ້ອມແລ້ວທີ່ຈະເປັນຂົວຕໍ່ລະຫວ່າງຫວຽດນາມ ກັບບັນດາປະເທດອາຊີກາງ.
ສອງຝ່າຍ ເຫັນດີໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນແລະກັນທີ່ເວທີປາໄສລັດຖະສະພາຫຼາຍຝ່າຍ ຄື ສະຫະພັນລັດຖະສະພາສາກົນ (IPU), ກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດອາຊີ-ເອີລົບ (MSEAP); ແລກປ່ຽນ, ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຄະນະຜູ້ແທນບັນດາກໍາມາທິການ, ກຸ່ມສະມາຊິກລັດຖະສະພາມິດຕະພາບ; ຈັດຄະນະເຂົ້າຮ່ວມບັນດາການເຄື່ອນໄຫວລັດຖະສະພາຫຼາຍຝ່າຍ ທີ່ຈັດຕັ້ງຢູ່ແຕ່ລະປະເທດ ແລະກໍ່ສ້າງຂໍ້ລິເລີ່ມຮ່ວມທີ່ບັນດາເວທີປາໄສນີ້.
ໂດຍ: ໄຊຊະນະ