leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: vov.vn

ຕອນບ່າຍວັນທີ 3 ມີນາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະນະໂຍບາຍ ແລະຍຸດທະສາດສູນກາງ ກ່ຽວກັບບາງມາດຕະການແກ້ໄຂຍຸດທະສາດເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາເສດຖະກິດພາກເອກະຊົນຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ເສດຖະກິດພາກເອກະຊົນແມ່ນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ໂດຍສະເພາະແມ່ນໃຫ້ແກ່ການເຕີບໂຕ; ພ້ອມກັບເສດຖະກິດຂອງລັດ ແລະເສດຖະກິດລວມໝູ່ແມ່ນກຳລັງແກ່ນສານເພື່ອນຳຫວຽດນາມ ສືບຕໍ່ພັດທະນາແບບຍືນຍົງກວ່າ. ສະນັ້ນ, ໃນໄລຍະຈະມາເຖິງ, ພັກ, ລັດ ຈະມີບັນດາການລັດຖະນະໂຍບາຍເພື່ອສ້າງກຳລັງໜູນໃຫ້ແກ່ເຂດເສດຖະກິດພາກເອກະຊົນພັດທະນາຢ່າງແຮງ, ເພື່ອໃຫ້ປະຊາຄົມວິສາຫະກິດພັດທະນາຢ່າງວັດທະນາຖາວອນ, ປະກອບສ່ວນຢ່າງເໝາະສົມເຂົ້າໃນວິວັດການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ.

ທ່ານເລຂາທິການໃຫຍ່ ກໍ່ຮຽກຮ້ອງສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດເພື່ອສ້າງເງື່ອນໄຂສະດວກ ແລະສະພາບແວດລ້ອມທີ່ສະດວກໃຫ້ແກ່ວິສາຫະກິດພາກເອກະຊົນພັດທະນາໂດຍໄວຢ່າງຍືນຍົງ, ຍາວນານ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ