ການພົວພັນຕ່າງປະເທດຕ້ອງຮັບໃຊ້ການບຸກທະລຸຍຸດທະສາດຂອງປະເທດ
ກປ.ອອນໄລ - ວັນທີ 7 ມີນາ, ຢູ່ສະຖາບັນການຕ່າງປະເທດຫວຽດນາມ, ກະຊວງການຕ່າງປະເທດ ໄດ້ສົມທົບກັບວາລະສານກອມມູນິດ ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດລະດັບຊາດ “ການພົວພັນຕ່າງປະເທດ ແລະການທູດຫວຽດນາມ ໃນສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊົນຊາດ”.
ເປັນປະທານກອງປະຊຸມສໍາມະນາມີສະຫາຍ ຫງວຽນຊວນຖັງ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ; ສະຫາຍ ບຸ່ຍແທັງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ.
    |
 |
ສະຫາຍ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ຕີລາຄາສູງຕໍ່ການປະກອບຄຳເຫັນຂອງບັນດາຄະນະ, ກະຊວງ, ຂະແໜງການ, ສະຫາຍ ບຸ່ຍແທັງເຊີນ ໄດ້ຊີ້ນຳກະຊວງການຕ່າງປະເທດ ຮັບເອົາຄໍາເຫັນດ້ວຍຈິດໃຈເປັນເຈົ້າການ, ເພື່ອເຮັດສໍາເລັດທິດສະດີ, ເພີ່ມເຕີມບົດຮຽນພຶດຕິກຳຕົວຈິງໃຫ້ວຽກງານການພົວພັນຕ່າງປະເທດໃນໄລຍະໃໝ່ຂອງພາລະກິດປະຕິວັດ. ໃນສະພາບແວດລ້ອມສາກົນທີ່ມີການຜັນແປ, ກາລະໂອກາດ ແລະສິ່ງທ້າທາຍສະຫຼັບກັນຫຼາຍຢ່າງ ເພື່ອໃຫ້ຂະແໜງການພົວພັນຕ່າງປະເທດເຮັດສຳເລັດໜ້າທີ່ປັບປຸງສະພາບແວດລ້ອມສັນຕິພາບ, ຍາດແຍ່ງເອົາເງື່ອນໄຂສາກົນທີ່ສະດວກ ເພື່ອປະເທດພັດທະນາ, ຊີ້ແຈ້ງພື້ນຖານທິດສະດີກ່ຽວກັບເນື້ອໃນ “ສັງກາດໃໝ່” ຂອງຂະແໜງການພົວພັນຕ່າງປະເທດ ກໍ່ຄືບົດບາດ “ສຳຄັນ ແລະເປັນປະຈຳ” ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ.
    |
 |
ສະຫາຍ ຫງວຽນຊວນຖັງ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ. ພາບ: ສໍານັກຂ່າວສານຫວຽດນາມ |
ສະຫຼຸບກອງປະຊຸມສໍາມະນາ, ສະຫາຍ ຫງວຽນຊວນຖັງ ໄດ້ເນັ້ນໜັກເຖິງບາງເນື້ອໃນ, ກໍານົດທິດໃຫຍ່ໃຫ້ວຽກງານການພົວພັນຕ່າງປະເທດໃນສັງກາດໃໝ່. ຕາມນັ້ນແລ້ວ, ການທູດໃນສັງກາດໃໝ່ຕ້ອງເປັນທາງການທູດຢ່າງຮອບດ້ານ, ທັນສະໄໝ, ເສີມຂະຫຍາຍບົດບາດນໍາໜ້າ, ພ້ອມກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບປະຕິບັດໜ້າທີ່ສຳຄັນ ແລະເປັນປະຈຳ; ຍາດແຍ່ງເອົາເງື່ອນໄຂສະດວກ ແລະແຫຼ່ງກໍາລັງຈາກພາຍນອກ, ປະກອບສ່ວນເປີດກວ້າງຂົງເຂດພັດທະນາ, ສ້າງກາລະໂອກາດໃໝ່, ຮັບໃຊ້ບັນດາບາດກ້າວບຸກທະລຸຍຸດທະສາດຂອງປະເທດ; ໂຄສະນາພາບພົດ ແລະຄຸນຄ່າຂອງຫວຽດນາມ ອອກສູ່ໂລກ, ເພີ່ມທະວີການປະກອບສ່ວນຂອງຫວຽດນາມ ສໍາລັບບັນຫາລວມຂອງສາກົນ.
ໂດຍ: ເຈິ່ນຮວ່ຽນ