ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ, ໄດ້ຢືນຢັນຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມ ສຳລັບເປົ້າໝາຍການລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊິງ, ທ່ານ ດັ້ງຮວ່າງຢາງ ຮຽກຮ້ອງໃຫ້ບັນດາປະເທດສຸມໃສ່ການໃຫ້ບຸລິມະສິດຊຸກຍູ້ບັນດາປະເທດໃຫ້ສັດຕະຍາບັນ ແລະເຂົ້າຮ່ວມສົນທິສັນຍາແນໃສ່ເພີ່ມລັກສະນະທົ່ວໄປຂອງ ເອກະສານ, ປະຕິບັດບັນດາຄຳໝັ້ນສັນຍາຫຼຸດຜ່ອນອາວຸດນິວເຄຼຍຢ່າງຄົບຖ້ວນ, ຖືເປັນສໍາຄັນຕໍ່ບົດບາດຂອງເຂດປອດອາວຸດນິວເຄຼຍ, ສືບຕໍ່ປັບປຸງລັດທິຫຼາຍຝ່າຍໃນການຫຼຸດຜ່ອນອາວຸດນິວເຄຼຍ, ເນັ້ນໜັກວ່າ ບັນດາປະເທດທີ່ຖືກຳມະສິດອາວຸດນິວເຄຼຍມີບົດບາດສໍາຄັນແຖວໜ້າໃນການປະຕິບັດມາດຕະການຫຼຸດຜ່ອນອາວຸດນິວເຄຼຍສາມາດກວດກາທົດລອງ ແລະຢັ້ງຢືນໄດ້, ບໍ່ສາມາດປີ້ນກັບ ແລະມີລັກສະນະຜູກມັດດ້ານ ນິຕິກຳ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ທ່ານ ດັ້ງຮວ່າງຢາງ ໄດ້ຢືນຢັນຄືນໃໝ່ສິດຂອງບັນດາປະເທດໃນການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບຕາມກົດໝາຍສາກົນ. ໃນຖານະທີ່ເປັນສະມາຊິກຂອງສົນທິສັນຍາເກືອດຫ້າມອາວຸດນິວເຄຼຍ (NPT), ສົນທິສັນຍາເກືອດຫ້າມອາວຸດນິວເຄຼຍຮອບດ້ານ (CTBT), ສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ (SEANWFZ) ແລະແມ່ນໜຶ່ງໃນ 10 ປະເທດທຳອິດທີ່ໃຫ້ສັດຕະຍາບັນສົນທິສັນຍາຕ້ານອາວຸດນິວເຄຼຍ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມມືພ້ອມກັບປະຊາຄົມສາກົນເພື່ອມຸ່ງໄປເຖິງໂລກປອດອາວຸດນິວເຄຼຍ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາແບບຍືນຍົງ.

ໂດຍ: ເຈິ່ນຮວ່ຽນ