ເພີ່ມທະວີຄວາມສາມັກຄີ, ເພີ່ມປະສິດທິຜົນການຮ່ວມມື, ເຊື່ອມຕໍ່ຫວຽດນາມ-ລາວ-ກຳປູເຈຍ ໃນໄລຍະພັດທະນາໃໝ່
ກປ.ອອນໄລ - ວັນທີ 22 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະຂັ້ນສູງກັບທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງແຫ່ງລາຊະອານາຈັກ ກຳປູເຈຍ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.
ທີ່ການພົບປະ, ການນຳຂອງ 3 ພັກ ໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນໃນໄລຍະມໍ່ໆມານີ້, ແບ່ງປັນສະພາບການຂອງແຕ່ລະພັກ ແລະແຕ່ລະປະເທດໃນປີຜ່ານມາ, ຕີລາຄາໝາກຜົນ ແລະສະເໜີທິດທາງການຮ່ວມມືລະຫວ່າງ 3 ພັກ, 3 ປະເທດໃນໄລຍະຈະມາເຖິງ.
ໃນສະພາບການພາກພື້ນ ແລະໂລກທີ່ມີການຜັນແປໄປຫຼາຍຢ່າງ, ຄາດຄະເນໄດ້ຍາກນັ້ນ, 3 ຝ່າຍໄດ້ເຫັນດີສືບຕໍ່ເຮັດໃຫ້ການພົວພັນລະຫວ່າງ 3 ພັກ ແລະ 3 ປະເທດ ເລິກເຊິ່ງ, ຮອບດ້ານ ແລະເປີດກວ້າງກວ່າອີກ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການພົວພັນລະຫວ່າງການນຳຂັ້ນສູງ; ໃຫ້ຄຳໝັ້ນສັນຍາຮັກສາ ແລະເສີມຂະຫຍາຍມູນເຊື້ອສາມັກຄີສະໜິດຕິດພັນລະຫວ່າງ 3 ປະເທດ, ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າ ແລະກົດເກນພາວະວິໄສຕໍ່ການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາຂອງແຕ່ລະປະເທດ; ເຫັນດີຮັກສາ ແລະເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມ ເພື່ອໃຫ້ຄົນລຸ້ນຫຼັງຂອງສາມປະເທດ ເປັນຕົ້ນແມ່ນຄົນຮຸ່ນໜຸ່ມມີຄວາມເຂົ້າໃຈແຈ້ງ, ຈື່ຈຳມູນເຊື້ອຄວາມສາມັກຄີດັ່ງກ່າວ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ |
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ Hun Sen ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງ ແຫ່ງລາຊະອານາຈັກ ກຳປູເຈຍ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ |
ສາມຝ່າຍຍັງໄດ້ເຫັນດີປັບປຸງເສົາຄໍ້າຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຮັບມືຢ່າງມີປະສິດທິຜົນຕໍ່ການທ້າທາຍເຖິງຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະຄວາມໝັ້ນຄົງບໍ່ແມ່ນການທະຫານ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ທາບທາມຄໍາເຫັນ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ແລະປົກປັກຮັກສາຜົນປະໂຫຍດອັນຊອບທຳຂອງກັນ, ພ້ອມກັນຮັບມືກັບສິ່ງທ້າທາຍລວມ.
ການນຳ 3 ທ່ານເນັ້ນໜັກເຖິງການສືບຕໍ່ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການເຊື່ອມຕໍ່ລະຫວ່າງ 3 ພື້ນຖານເສດຖະກິດ, ພິເສດແມ່ນການເຊື່ອມຕໍ່ໂຄມມະນາຄົມ, ການຄ້າ, ການທ່ອງທ່ຽວ; ຍູ້ແຮງການຮ່ວມມືດ້ານວັດທະນະທຳ, ການສຶກສາ, ວິທະຍາສາດ ແລະເຕັກໂນໂລຢີບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງແຕ່ລະປະເທດ.
    |
 |
ການພົບປະລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ Hun Sen ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງ ແຫ່ງລາຊະອານາຈັກ ກຳປູເຈຍ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ພ້ອມດ້ວຍການເຂົ້າຮ່ວມຂອງນາຍົກລັດຖະມົນຕີ 3 ປະເທດ. ພາບ: ສໍານັກຂ່າວສານຫວຽດນາມ |
ການນຳ 3 ທ່ານເຫັນດີເປັນເອກະສັນຊຸກຍູ້ບັນດາກົນໄກ, ຮູບການຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ສືບຕໍ່ແລກປ່ຽນ ແລະຊອກຫາວິທີການຮ່ວມມືໃໝ່ໃຫ້ນັບມື້ນັບມີຄຸນນະພາບ, ປະສິດທິຜົນ ແລະແທດຈິງ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະຜົນປະໂຫຍດລວມຂອງປະຊາຊົນ 3 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ທູຈາງ