ຫວຽດນາມ - ອິນໂດເນເຊຍ ຍູ້ແຮງການຮ່ວມມືທີ່ແທດຈິງໃນທຸກຂົງເຂດ
ກປ.ອອນໄລ - ຕອນເຊົ້າວັນທີ 10 ກຸມພາ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບທ່ານ Sugiono ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ.
ທ່ານລັດຖະມົນຕີ Sugiono ຢັ້ງຢືນວ່າ ອິນໂດເນເຊຍ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ; ສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືທີ່ແທດຈິງໃນທຸກຂົງເຂດ, ສົມທົບກັນຈັດຕັ້ງບັນດາກິດຈະກໍາສະເຫຼີມສະຫຼອງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ ຄົບຮອບ 70 ປີ (30-12-1955 / 30-12-2025) ຢ່າງແທດຈິງ.
    |
 |
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Sugiono ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ບຸ່ຍແທັງເຊີນ ຂອບໃຈທ່ານ Sugiono ທີ່ໄດ້ສົນທະນາທາງໂທລະສັບ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາສູງການພັດທະນາຢ່າງແຮງຂອງການພົວພັນ ຫວຽດນາມ - ອິນໂດເນເຊຍ ໃນ 70 ປີຜ່ານມາບົນພື້ນຖານອັນໝັ້ນແກ່ນ ເຊິ່ງການນໍາຮຸ່ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງ; ສະແດງຄວາມເພິ່ງພໍໃຈຕໍ່ບາດກ້າວເດີນໃນການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະຜ່ານມາ, ພິເສດແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດໄດ້ຮັບການຮັກສາ, ຮ່ວມມືໃນທຸກຂົງເຂດນັບແຕ່ການຄ້າ-ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຕະຫຼອດຮອດການພົບປະແລກປ່ຽນປະຊາຊົນ, ສົມທົບກັນດ້ານນະໂຍບາຍທີ່ບັນດາເວທີຫຼາຍຝ່າຍ... ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ.
ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດຢ່າງມີປະສິດທິຜົນ, ກ່ອນອື່ນໝົດແມ່ນຊຸກຍູ້ການແລກປ່ຽນຄະນະຜູ້ແທນ ເນື່ອງໃນໂອກາດ ຫວຽດນາມ ຈັດເວທີປາໄສອະນາຄົດອາຊຽນ (AFF) ແຕ່ວັນທີ 25 ຫາວັນທີ 26 ກຸມພາ 2025 ແລະກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍທົ່ວໂລກ 2030 (P4G) ແຕ່ວັນທີ 16 ຫາວັນທີ 17 ເມສາ 2025; ເພີ່ມທະວີການຮ່ວມມືຮອບດ້ານ ແລະສະໜັບສະໜູນເຊິ່ງກັນແລະກັນທີ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ, ໂດຍສະເພາະແມ່ນອາຊຽນ ແລະສະຫະປະຊາຊາດ ເພື່ອແນໃສ່ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ.
ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢໍ້າຄືນການເຊື້ອເຊີນທ່ານ Sugiono ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ມາຢ້ຽມຢາມຫວຽດ ນາມ ໃນໄວໆນີ້. ທ່ານ Sugiono ໄດ້ຍິນດີຕອບຮັບ.
ໂດຍ: ໄຊຊະນະ