ທ່ານນາງຮອງລັດຖະມົນຕີ ໄດ້ມີການພົບປະກັບທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ ແລະທ່ານ Heng Swee Keat ຮອງນາຍົກລັດຖະມົນຕີສິງກະໂປ. ການນຳ ສິງກະໂປ ໄດ້ຮັບຮູ້ເຖິງການເຕີບໃຫຍ່ເຂັ້ມແຂງກໍ່ຄືການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ທີ່ມີຕໍ່ສິງກະໂປ, ຜ່ານນັ້ນຢືນຢັນວ່າ ປະຊາຄົມຊາວຫວຽດນາມ ຢູ່ປະເທດປະຈໍາຖິ່ນແມ່ນຂົວຕໍ່ສຳຄັນລະຫວ່າງ 2 ປະເທດ. ທ່ານນາງຮອງລັດຖະມົນຕີ  ໄດ້ຂອບໃຈລັດຖະບານສິງກະໂປ ຍາມໃດກໍ່ສ້າງເງື່ອນໄຂໃຫ້ຊາວຫວຽດນາມ ອາໄສຢູ່ປະເທດປະຈໍາຖິ່ນເສີມຂະຫຍາຍທ່າແຮງ, ປະກອບສ່ວນປະຕິບັດບັນດາເນື້ອໃນສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ປະກົດຜົນເປັນຈິງ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈີ່ນເຟືອກແອງ ​ຖ່າຍຮູບ​ເປັນທີ່​ລະນຶກ​ກັບ​ບັນດາ​ນັກ​ສິລະ​ປິນຊາວ​ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ບຸນແຫ່ຂະບວນ Chingay Parade 2025. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການປະຕິບັດງານ, ທ່ານນາງຮອງລັດຖະມົນຕີ ກໍ່ໄດ້ເຮັດວຽກກັບທ່ານ Desmond Choo, ສະມາຊິກສະພາແຫ່ງຊາດ, ກຳມະການສູນກາງພັກກະທໍາປະຊາຊົນ (PAP) ກໍາອຳນາດ, ເຈົ້າເມືອງສິງກະໂປ ຕາເວັນອອກສ່ຽງເໜືອ - ເຂດທີ່ມີຊາວຫວຽດນາມ ອາໄສຢູ່ເປັນຈຳນວນຫຼວງຫຼາຍ; ເຮັດວຽກກັບສະຖານທູດຫວຽດນາມ ປະຈໍາສິງກະໂປ; ເຮັດວຽກ ແລະພົບປະແລກປ່ຽນກັບບັນດາກຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ເປັນນັກຊ່ຽວຊານ, ປັນຍາຊົນ, ນັກຮຽນຮູ້ຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ສິງກະໂປ ໃນຫຼາຍຂົງເຂດ, ຂະແໜງອາຊີບ; ໄປຢ້ຽມຢາມສໍານັກງານໃຫຍ່ຂອງ Google ອາຊີ - ປາຊີຟິກ, ແລກປ່ຽນກັບນັກຊ່ຽວຊານຫວຽດນາມ ບາງຄົນທີ່ເຮັດວຽກຢູ່ທີ່ນີ້ ແລະໄດ້ພົບປະກັບທ່ານ Andrew Ure, ຜູ້ອໍານວຍການຂັ້ນສູງຮັບຜິດຊອບການພົວພັນກັບບັນດາລັດຖະບານຢູ່ພາກພື້ນອາຊີ-ປາຊີຟິກຂອງ Google.

ໂດຍ: ທະນາພອນ