leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ນະຄອນ ປັບປຸງກົງຈັກການຈັດຕັ້ງໃຫ້ສໍາເລັດໃນເດືອນກຸມພາ 2025 ຕາມມະຕິສະບັບເລກທີ 18-NQ/TW, ຕິດພັນກັບກອງປະຊຸມໃຫຍ່ພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ອົງຄະນະພັກນະຄອນ; ຜັນຂະຫຍາຍມະຕິເລກທີ 57-NQ/TW ຂອງກົມການເມືອງ ແລະໂຄງການດໍາເນີນງານຂອງລັດຖະບານໃນການປະຕິບັດມະຕິ 57 ຕິດພັນກັບແຜນຮ່າງ 06 ຢ່າງຕັ້ງໜ້າ ແລະມີປະສິດທິຜົນ; ສ້າງແຜນການ ແລະແຜນງານການເຕີບໂຕສອງຕົວເລກໄປເຖິງແຕ່ລະເມືອງ, ພະແນກ, ຂະແໜງການ, ວິສາຫະກິດ; ເລັ່ງບຸກເບີກໜ້າພຽງທາງດ່ວນດ່ານັງ-ກວ໋າງຫງາຍ ໃຫ້ສຳເລັດ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງມາຍັງນະຄອນດ່ານັງ ປຶກສາຫາລືກັບກະຊວງປ້ອງກັນປະເທດແກ້ໄຂບາງບັນຫາທີ່ກ່ຽວຂ້ອງເຖິງເນື້ອທີ່ດິນປ້ອງກັນຊາດ, ບົນຈິດໃຈທັງຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ທັງຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຮັດວຽກກັບຄະນະປະຈຳພັກນະຄອນດ່ານັງ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຊົມເຊີຍນະຄອນທີ່ສະເໜີກົນໄກ, ນະໂຍບາຍສະເພາະ, ລື່ນກາຍໃນການລົງທຶນກໍ່ສ້າງເຂດການຄ້າເສລີ ແລະສູນການເງິນເຂດຢູ່ດ່ານັງ; ໃສ່ໃຈວ່າຈິດໃຈບໍ່ສົມບູນແບບທຸກດ້ານ, ບໍ່ຟ້າວຟັ່ງ, ແຕ່ນະຄອນຄວນສະເໜີບັນດາກົນໄກ, ນະໂຍບາຍທີ່ເໝາະສົມ, ຕ້ອງຜັນຂະຫຍາຍຢ່າງວ່ອງໄວ, ຄວນໃຫ້ຄວາມສຳຄັນຕໍ່ເວລາ, ພູມປັນຍາ ແລະການຕັດສິນໃຈເດັດຂາດ; ສູ້ຊົນຍື່ນສະເໜີຕໍ່ບັນດາກະຊວງ, ຂະແໜງການໃນເດືອນກຸມພາ, ຍື່ນສະເໜີຕໍ່ລັດຖະບານໃນເດືອນມີນາ ແລະຍື່ນສະເໜີຕໍ່ສະພາແຫ່ງຊາດໃນເດືອນພຶດສະພາ.

ທ່ານນາຍົກລັດຖະມົນຕີ ຊີ້ນຳນະຄອນດ່ານັງ ຄວນມີການແນະນໍາເພື່ອເລືອກເຟັ້ນນັກລົງທຶນທີ່ເໝາະສົມກັບຂະໜາດຂອງນະຄອນດ່ານັງ; ສ້າງຂະບວນການຢ່າງແໜ້ນແຟ້ນ, ເປີດເຜີຍ,  ຈະແຈ້ງ ແລະຖືກຕ້ອງຕາມກົດໝາຍເພື່ອລົງທຶນກໍ່ສ້າງທ່າກຳປັ່ນລຽນຈ້ຽວ; ສ້າງຕັ້ງສູນນະວັດຕະກຳຂອງນະຄອນເພື່ອປະກອບສ່ວນຊຸກຍູ້ການເຕີບໂຕ, ບໍາລຸງສ້າງຊັບພະຍາກອນມະນຸດ, ພັດທະນາ ແລະດຶງດູດຜູ້ມີຄວາມຮູ້ຄວາມສາມາດ…

ໂດຍ: ເຈິ່ນຮວ່ຽນ