ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງກວາງນາມ
ກປ.ອອນໄລ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໃຫ້ຮູ້ວ່າ ປີ 2025, ຫວຽດນາມ ວາງເປົ້າໝາຍບັນລຸລະດັບເຕີບໂຕ 8%, ມຸ່ງໄປເຖິງລະດັບເຕີບໂຕສອງຕົວເລກໃນໄລຍະຈະມາເຖິງ.
ຕອນເຊົ້າວັນທີ 8 ກຸມພາ, ຢູ່ແຂວງກວາງນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບກຸ່ມບໍລິສັດ HS Hyosung.
ກຸ່ມບໍລິສັດ HS Hyosung, ອະດີດແມ່ນກຸ່ມບໍລິສັດ Hyosung, ເປັນກຸ່ມບໍລິສັດຫຼາຍຂະແໜງ, ນອນໃນທອັບ 30 ກຸ່ມບໍລິສັດເສດຖະກິດໃຫຍ່ທີ່ສຸດຂອງ ສ.ເກົາຫຼີ. Hyosung HS ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກັບແຂວງກວາງນາມແຕ່ປີ 2018 ກ່ຽວກັບການລົງທຶນກໍ່ສ້າງກຸ່ມອຸດສາຫະກຳດ້ວຍມູນຄ່າ 1,34 ຕື້ໂດລາສະຫະລັດ. ກຸ່ມບໍລິສັດ HS Hyosung ເລີ່ມລົງທຶນຢູ່ກວາງນາມ ໃນປີ 2018 ດ້ວຍໂຄງການໂຮງງານຜະລິດຜ້າມ່ານ. ມາຮອດປະຈຸບັນ, ກຸ່ມບໍລິສັດ HS Hyosung ໄດ້ດຳເນີນ 2 ໂຄງການ, ດ້ວຍຜູ້ອອກແຮງງານໂດຍກົງ 1,000 ກວ່າຄົນ ແລະຜູ້ອອກແຮງງານທາງອ້ອມນັບພັນຄົນ.
    |
 |
ທ່ານ ຟ້າມມິງຈິ໊ງ ມາຢ້ຽມຢາມ ແລະເຮັດວຽກກັບກຸ່ມບໍລິສັດ HS Hyosung, ກວາງນາມ. ພາບ: VGP |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໃຫ້ຮູ້ວ່າ ປີ 2025, ຫວຽດນາມ ມຸ່ງໄປເຖິງເປົ້າໝາຍບັນລຸລະດັບເຕີບໂຕ 8%, ມຸ່ງໄປເຖິງລະດັບເຕີບໂຕສອງຕົວເລກໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງກວາງນາມ ຕ້ອງມີບັນດາໂຄງການ ແລະແຜນການລະອຽດເພື່ອຮັບປະກັນເປົ້າໝາຍເຕີບໂຕຂອງແຂວງ; ພ້ອມກັນນັ້ນ, ປຸກລະດົມ ແລະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ, ໃນນັ້ນມີກຸ່ມບໍລິສັດ HS Hyosung ເພີ່ມທະວີການຜະລິດດໍາເນີນທຸລະກິດ, ກໍ່ສ້າງແຜນການເຕີບໂຕໃຫ້ບັນລຸລະດັບຕ່ຳສຸດແມ່ນ 8%, ປະກອບສ່ວນພ້ອມກັບປະເທດບັນລຸຄາດໝາຍທີ່ໄດ້ວາງໄວ້.
ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບກຸ່ມບໍລິສັດ Thaco. ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 8 ກຸມພາ, ທີ່ການຢ້ຽມຢາມ ແລະເຮັດວຽກຢູ່ແຂວງກວາງນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຖະຫວາຍທູບທຽນ ແລະວາງພວງມາລາທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງກວາງນາມ, ໄດ້ຖະຫວາຍດອກໄມ້ສະແດງຄວາມຮູ້ບຸນຄຸນບັນດາແມ່ຫວຽດນາມວິລະຊົນຢູ່ເຂດອະນຸສາວະລີແມ່ຫວຽດນາມ ວິລະຊົນ, ນະຄອນຕາມກີ່.
ໂດຍ: ໄຊນີດາ