ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ້ງ ຊົມເຊີຍທ່ານນາງ Urawadee Sriphiromya ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ລາຊະອານາຈັກ ໄທ ປະຈໍາ ຫວຽດນາມ; ຢັ້ງຢືນວ່າ ລັດຖະບານຫວຽດນາມ ຍາມໃດກໍເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ທ່ານນາງເອກອັກຄະລັດຖະທູດ ເສີມຂະຫຍາຍບົດບາດເປັນຂົວຕໍ່ສໍາຄັນໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ທີ່ພວມນັບມື້ນັບພັດທະນາຢ່າງແຂງແຮງລະຫວ່າງສອງປະເທດ ກວ່າອີກ.

ໃນສະພາບການທີ່ສອງປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ ໃນປີ 2026, ທ່ານນາຍົກລັດຖະມົນຕີ ສະເໜີທ່ານນາງເອກອັກຄະລັດຖະທູດ ເອົາໃຈໃສ່, ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ເນັ້ນໜັກເຖິງຄວາມປາດຖະໜາຢາກຕ້ອນຮັບທ່ານນາຍົກລັດຖະມົນຕີ ໄທ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນປີ 2025.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດ ໄທ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍຮັກສາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ເອົາໃຈໃສ່ຜັນຂະຫຍາຍຍຸດທະສາດ “ສາມເຊື່ອມຕໍ່” ບົນພື້ນຖານຮັບປະກັນຜົນປະໂຫຍດ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ; ຊຸກຍູ້ການຮ່ວມມືທ່ອງທ່ຽວ, ເຊື່ອມຕໍ່ພື້ນຖານໂຄງລ່າງ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຕໍ່ສູ້ກັບອົງການກໍ່ການຮ້າຍ, ພວກປະຕິການ; ຮັບປະກັນບໍ່ອະນຸຍາດໃຫ້ບຸກຄົນ ຫຼື ອົງການຈັດຕັ້ງໃດ ນໍາໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານປະເທດອື່ນ.

ສ່ວນທ່ານນາງ Urawadee Sriphiromya ຢັ້ງຢືນວ່າ ຈະຊຸກຍູ້ການຜັນຂະຫຍາຍບັນດາການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດໃນປີ 2025, ໃນນັ້ນມີການຢ້ຽມຢາມຫວຽດນາມ ຂອງນາຍົກລັດຖະມົນຕີ ແລະປະທານສະພາແຫ່ງຊາດ ໄທ; ພ້ອມທັງຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງສອງປະເທດ ໃນອາຍຸການເປັນເອກອັກຄະລັດຖະທູດຂອງຕົນ. ທ່ານນາງ Urawadee Sriphiromya ກໍເຫັນດີເປັນເອກະພາບວ່າ ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນຂອບເຂດອາຊຽນ, ກໍຄືຢູ່ບັນດາອົງການຈັດຕັ້ງພາກພື້ນທີ່ສອງຝ່າຍເປັນພາຄີ, ໃນນັ້ນມີການຮ່ວມມື ACMECS.

* ໃນຕອນບ່າຍວັນດຽວກັນ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ Kohdayar Marri ເອກອັກຄະລັດຖະທູດ ປາກິດສະຖານ ປະຈໍາຫວຽດນາມ ເນື່ອງໃນໂອກາດ ທີ່ທ່ານເອກອັກຄະລັດຖະທູດ ເລີ່ມຕົ້ນອາຍຸການປະຕິບັດງານ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Kohdayar Marri ເອກອັກຄະລັດຖະທູດ ປາກິດສະຖານ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ້ງ ຕີລາຄາສູງທ່ານ Kohdayar Marri ນັບແຕ່ໄດ້ຮັບໜ້າທີ່ມາ ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມື ຫວຽດນາມ-ປາກິດສະຖານ, ພິເສດແມ່ນໃນຂົງເຂດວັດທະນະທໍາ, ສິລະປະ, ສາສະໜາ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງສອງປະເທດ. ພ້ອມທັງເນັ້ນໜັກວ່າ ຫວຽດນາມ ແລະປາກິດສະຖານ ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ ທີ່ຄວນຕັ້ງໜ້າຂຸດຄົ້ນເພື່ອນໍາການພົວພັນສອງປະເທດໃຫ້ພັດທະນາຢ່າງແທດຈິງກວ່າອີກ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືລະຫວ່າງສອງພາກພື້ນອາຊີໃຕ້ ແລະອາຊີຕາເວັນອອກສ່ຽງໃຕ້, ກໍຄື ໃຫ້ແກ່ພາກພື້ນອາຊີ-ປາຊີຟິກ ແລະມະຫາສະໝຸດອິນເດຍ ເວົ້າລວມ.

ທ່ານ ຟ້າມມິງຈີ້ງ ສະເໜີທ່ານ Kohdayar Marri ຕັ້ງໜ້າເປັນຂົວຕໍ່ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດສອງຝ່າຍ ເພື່ອຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະກວ່າອີກ, ຟື້ນຟູບັນດາກົນໄກຮ່ວມມືສອງຝ່າຍຄືນໃໝ່, ສະເພາະໜ້າແມ່ນຄະນະກໍາມະການປະສົມການຄ້າ. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງສະໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ໝູນໃຊ້ຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງສອງປະເທດ, ສູ້ຊົນຍົກວົງເງິນການຄ້າສອງສົ້ນຂຶ້ນເປັນ 1 ຕື້ກວ່າໂດລາສະຫະລັດ; ພ້ອມທັງເປີດກວ້າງການຮ່ວມມືໃນຂົງເຂດວັດທະນະທໍາ, ການສຶກສາ-ກໍ່ສ້າງ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ.

ສ່ວນທ່ານ Kohdayar Marri ກໍສະແດງຄວາມຮູ້ສຶກເປັນກຽດທີ່ໄດ້ມາຮັບໜ້າທີ່ຢູ່ຫວຽດນາມ, ໃຫ້ຄໍາໝັ້ນສັນຍາວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ປາກິດສະຖານ ໃຫ້ເຂົ້າສູ່ລວງເລິກ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ. ພ້ອມທັງສະແດງຄວາມປາດຖະໜາຢາກຊຸກຍູ້ການເຊື່ອມຕໍ່ກັບທ້ອງຖິ່ນ, ວິສາຫະກິດສອງປະເທດ ແລະຜັນຂະຫຍາຍບັນດາຮູບການຮ່ວມມືທີ່ຫຼາກຫຼາຍ, ຍູ້ແຮງການໂຄສະນາພາບພົດ, ວັດທະນະທໍາ, ປະເທດ, ຜູ້ຄົນ, ທັດສະນີຍະພາບ, ມໍລະດົກທີ່ມີຊື່ສຽງຂອງປະເທດນີ້ ຢູ່ປະເທດນັ້ນ.

ໂດຍ: ໄຊຊະນະ