ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກືອງ ປະທານປະເທດ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ, ການນໍາ, ອະດີດການນໍາພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດຫວຽດນາມ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຂັ້ນສູນກາງເຂົ້າຮ່ວມງານພົບປະສັງສັນ.

leftcenterrightdel
ງານພົບປະສັງສັນ “ຊົມເຊີຍພັກທີ່ມີກຽດສະຫງ່າ, ຊົມເຊີຍລະດູບານໃໝ່ ປີມະເສັງ 2025”. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ງານພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ທົ່ວປະເທດຫາກໍ່ຜ່ານປີ 2024 ໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ແຕ່ພາຍໃຕ້ການນໍາພາຢ່າງໃກ້ຊິດຕິດແທດຂອງຄະນະບໍລິຫານງານສູນກາງພັກ ເຊິ່ງໂດຍກົງ ແລະເປັນປະຈໍາແມ່ນກົມການເມືອງ, ຄະນະເລຂາທິການ,  ນໍາໜ້າແມ່ນສະຫາຍເລຂາທິການໃຫຍ່; ການຮ່ວມເດີນທາງ, ສົມທົບຢ່າງໜັກແໜ້ນຂອງສະພາແຫ່ງຊາດ ແລະບັນດາອົງການໃນລະບົບການເມືອງ; ການສະໜັບສະໜູນ, ເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ, ປະຊາຄົມວິສາຫະກິດ; ການຊ່ວຍເຫຼືອຂອງເພື່ອນມິດສາກົນ; ເສດຖະກິດ-ສັງຄົມຟື້ນຟູຢ່າງຕັ້ງໜ້າ, ຕົວເລກຄາດໝາຍຢູ່ຂົງເຂດຕ່າງໆບໍ່ພຽງແຕ່ບັນລຸໄດ້ຫາກຍັງລື່ນ 15/15 ຄາດໝາຍຕົ້ນຕໍ ໂດຍພື້ນຖານ, ດ້ວຍ 12 ຈຸດພົ້ນເດັ່ນໃນວຽກງານທຸກດ້ານ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ກັບບັນດາສະຫາຍການນໍາ, ອະດີດການນໍາພັກ, ລັດ ຜ່ານສະໄໝຕ່າງໆ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປີ 2025 ແມ່ນປີສຸດທ້າຍຂອງແຜນການ 5 ປີ 2021-2025; ທົ່ວປະເທດ ດໍາເນີນການຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ; ຈັດຕັ້ງບັນດາວັນບຸນໃຫຍ່ຂອງປະເທດ; ຜັນຂະຫຍາຍມະຕິ 57 ຂອງກົມການເມືອງກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນຢ່າງມີປະສິດທິຜົນ; ສືບຕໍ່ສັບຊ້ອນກົງຈັກການຈັດຕັ້ງ.

ລັດຖະບານ ໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຊາບຊຶມທິດນໍາໃນການກະທໍາ ປີ 2025 ແມ່ນ “ມີລະບຽບວິໄນ, ມີຄວາມຮັບຜິດຊອບ; ເປັນເຈົ້າການຢ່າງທັນການ; ຍອດຢ້ຽມກະທັດຮັດມີປະສິດທິຜົນ; ເລັ່ງຄວາມໄວບຸກທະລຸ”, ໃນນັ້ນມານະພະຍາຍາມເປັນພິເສດໃຫ້ແກ່ການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃຫ້ບັນລຸຢ່າງໜ້ອຍ 8% ແລະສູ້ຊົນໃຫ້ບັນລຸສອງຕົວເລກໃນເງື່ອນໄຂທີ່ສະດວກກວ່າ.

ເຄົາລົບມໍລະດົກອັນລໍ້າຄ່າ ເຊິ່ງການນໍາ ແລະສະມາຊິກລັດຖະບານຜ່ານໄລຍະຕ່າງໆ ໄດ້ສ້າງຂຶ້ນ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຈະສືບທອດ, ເສີມຂະຫຍາຍ ແລະປ່ຽນແປງໃໝ່ການຈັດຕັ້ງ ແລະການເຄື່ອນໄຫວຢ່າງແຂງແຮງ, ມານະພະຍາຍາມປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃຫ້ຫຼາຍກວ່ານີ້ອີກ; ສົມກັບທີ່ຕັ້ງ, ບົດບາດແມ່ນອົງການບໍລິຫານສູງສຸດ, ຈັດຕັ້ງ, ຄຸ້ມຄອງ, ຜັນຂະຫຍາຍປະຕິບັດໂດຍກົງ, ຫັນແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ປະກົດຜົນເປັນຈິງ, ນໍາເອົາຄວາມອີ່ມໜໍາສໍາລານ, ເສລີພາບ, ຄວາມຜາສຸກມາໃຫ້ປະຊາຊົນ.

ໂດຍ: ໄຊຊະນະ