leftcenterrightdel
ທ່ານ ເລືອງເກື່ອງ  ປະທານປະເທດຫວຽດນາມ ຖະຫວາຍດອກໄມ້ຈູດທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67 ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ໃນທຳນຽບປະທານປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ເລືອງເກື່ອງ ໄດ້ຈູດທູບທຽນຫວນຄືນຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ, ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດຫວຽດນາມ, ເພິ່ນ ໄດ້ອຸທິດຕະຫຼອດຊີວິດ ເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ ແລະປາດຖະໜາວ່າ ຈະພ້ອມກັບທົ່ວພັກ, ທົ່ວປວງຊົນ ສືບຕໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະຄວາມຄາດຫວັງພັດທະນາ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນຂຶ້ນພັດທະນາຢ່າງມັ່ງຄັ່ງເຂັ້ມແຂງ ແລະວັດທະນາຖາວອນ.

leftcenterrightdel
 
leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ຢ້ຽມຢາມບັນດາວັດຖຸພັນຢູ່ເຮືອນເລກທີ 67 ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ໃນທຳນຽບປະທານປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ຫຼັງຈາກນັ້ນ, ທ່ານປະທານປະເທດ ເລືອງເກື່ອງ ໄປຢ້ຽມຢາມໜອງປາ ລຸງໂຮ່; ຢ້ຽມຢາມເຂດວາງສະແດງລົດໃຫຍ່ 3 ຄັນທີ່ເຄີຍນຳໃຊ້ຮັບໃຊ້ປະທານ ໂຮ່ຈີມິນ ແລະຫາກໍ່ໄດ້ຮັບການຮັບຮອງວ່າ ເປັນວັດຖຸພັນແຫ່ງຊາດ.

ໂດຍ: ກວຽດເຕິມ