ທ່ານ ເຈີ່ນແທງເໝິ້ນ ປະທານສະພາແຫ່ງຊາດ ໄດ້ຂອບອົກຂອບໃຈສະພາແຫ່ງຊາດລາວ ແລະທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດເອງທີ່ໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມສອງເຫດການສຳຄັນໂດຍສະພາແຫ່ງຊາດຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

leftcenterrightdel
ທ່ານ ເຈີ່ນແທງເໝິ້ນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ. ພາບ: qdnd.vn

ທ່ານ ເຈີ່ນແທງເໝິ້ນ ປະທານສະພາແຫ່ງຊາດ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສູງທີ່ສຸດແກ່ການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບລາວ; ຍາມໃດກໍ່ຄຽງບ່າຄຽງໄຫຼ່ ແລະສະໜັບສະໜູນຂະບວນການປົກປັກຮັກສາ, ສ້າງສາ, ປ່ຽນແປງໃໝ່ ແລະພັດທະນາປະເທດລາວ. ໃນໄລຍະຈະມາເຖິງ, ທ່ານ ເຈີ່ນແທງເໝິ້ນ ປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍບຸລິມະສິດສົມທົບກັນຢ່າງແໜ້ນແຟ້ນ, ພ້ອມກັນຕິດຕາມກວດກາການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ສືບຕໍ່ຮັກສາການພົບປະ, ແລກປ່ຽນຂັ້ນສູງ ແລະທຸກຂັ້ນເປັນປະຈຳຜ່ານທຸກຊ່ອງທາງ, ໃນນັ້ນມີສະພາແຫ່ງຊາດ.

leftcenterrightdel
ທ່ານ ເຈີ່ນແທງເໝິ້ນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ການຕ້ອນຮັບ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ຂອບໃຈສະພາແຫ່ງຊາດລາວ ແລະບັນດາອົງການ, ກະຊວງ, ຂະແໜງການທີ່ໄດ້ສ້າງເງື່ອນໄຂ, ໜູນຊ່ວຍໃຫ້ວິສາຫະກິດ, ຊາວຫວຽດນາມ ດຳເນີນທຸລະກິດ, ດຳລົງຊີວິດຢ່າງໝັ້ນຄົງ ແລະປັບປຸງດ້ານນີ້ຕິກໍາຢູ່ລາວ ເທື່ອລະກ້າວ. ທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝິ້ນ; ພ້ອມທັງ, ທ່ານຢືນຢັນຈະສົມທົບກັບສະພາແຫ່ງຊາດຫວຽດນາມ ຕິດຕາມກວດກາການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ສອງປະເທດໄດ້ລົງນາມ, ເປັນຕົ້ນແມ່ນການລົງທຶນຂອງຫວຽດນາມ ຢູ່ລາວ ໃນຂົງເຂດກະສິກຳເພື່ອໃຫ້ການຮ່ວມມືນີ້ເສີມຂະຫຍາຍປະສິດທິຜົນກວ່າອີກ.

leftcenterrightdel
ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn

ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈທີ່ຫວຽດນາມ ໄດ້ສະຫງວນໃຫ້ລາວ ໃນໄລຍະຜ່ານມາ, ທ່ານຮອງປະທານສະພາແຫ່ງຊາດລາວ ສົມມາດ ພົນເສນາ ເນັ້ນໜັກວ່າ ສອງຝ່າຍຈະສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບ, ການຮ່ວມມືແບບພິເສດ “ມີໜຶ່ງບໍ່ມີສອງ” ໃນໂລກ.

ໂດຍ: ຈາງຫງວຽນ