leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເຂົ້າຮ່ວມພິທີເປີດການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ໂດຍພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ ດ້ວຍຮູບການ “ມອບກຸນແຈກັບມື”. ພາຍຫຼັງກໍ່ສ້າງສຳເລັດ, ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຈະເປັນໂຄງການກໍ່ສ້າງທີ່ມີລັກສະນະທັນສະໄໝ ແລະມີປັດໃຈປະຫວັດສາດ, ວັດທະນະທໍາ; ທັງເປັນສະຖານທີ່ບັນເທີງ, ຈັດຕັ້ງບັນດາເຫດການ, ເປັນບ່ອນສຶກສາມູນເຊື້ອປະຕິວັດ, ຄວາມມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ພ້ອມດ້ວຍບັນດາຜູ້ແທນ ດຳເນີນພິທີວາງສິລາລືກກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີ, ທ່ານ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ຊີ້ແຈ້ງວ່າ ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ແມ່ນສັນຍາລັກທີ່ມີລັກສະນະຍຸກສະໄໝຂອງສອງປະເທດຫວຽດນາມ-ລາວ, ສະແດງໃຫ້ເຫັນມູນເຊື້ອທີ່ໄດ້ມີແຕ່ດົນນານ, ໄດ້ຮັບການເພີ່ມພູນຄູນສ້າງໃນໄລຍະເວລາອັນຍາວນານ, ສ້າງຕັ້ງ ແລະເພີ່ມພູນຄູນສ້າງຈາກຫຼາຍລຸ້ນຄົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ພ້ອມດ້ວຍບັນດາຜູ້ແທນດຳເນີນພິທີວາງສິລາລືກກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ທອງສະລິດ ມັງໜໍ່ເມກ ແລ້ວ, ພາຍຫຼັງກໍ່ສ້າງສຳເລັດ, ສວນສາທາລະນະແຫ່ງນີ້ຈະກາຍເປັນສວນສາທາລະນະສີຂຽວ ແລະສວຍງາມທີ່ສຸດໃນນະຄອນຫຼວງວຽງຈັນ, ເປັນສະຖານທີ່ລະຫຼິ້ນ, ບັນເທີງຂອງປະຊາຊົນນະຄອນຫຼວງ, ພ້ອມທັງຍັງເປັນບ່ອນສຶກສາມູນເຊື້ອປະຫວັດສາດວິລະຊົນ ແລະມູນເຊື້ອມິດຕະພາບ, ຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ລາວ.

ຄະນະຄຸ້ມຄອງໂຄງການພະຍາຍາມໃຫ້ໂຄງການນີ້ເປັນໂຄງການຕົວແບບ, ຮັບປະກັນໃຫ້ສໍາເລັດຕາມຄວາມຄືບໜ້າດ້ວຍຄຸນນະພາບສູງສຸດ. ເນື່ອງໃນໂອກາດນີ້, ພັກ, ລັດຖະບານລາວ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງພັກ, ລັດຖະບານຫວຽດນາມ ໃນການປະກອບສ່ວນກໍ່ສ້າງໂຄງການນີ້.

ໂດຍ: ຈາງຫງວຽນ