ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ຢັ້ງຢືນວ່າ ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະເບລາຣຸດ ທີ່ການນຳ ແລະປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງຜ່ານລຸ້ນຕ່າງໆ; ພ້ອມກັນນັ້ນຍາມໃດກໍ່ເຄົາລົບ ແລະຈົດຈໍາການຊ່ວຍເຫຼືອທີ່ສຸດຈິດສຸດໃຈ, ມີປະສິດທິຜົນເຊິ່ງປະຊາຊົນໂຊວຽດ ກ່ອນນີ້, ໃນນັ້ນມີ ສາທາລະນະລັດ ເບລາຣຸດ, ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຂຶ້ນເລື້ອຍໆ. ໃນນັ້ນ, ການພົວພັນດ້ານການເມືອງ, ການທູດລະຫວ່າງສອງປະເທດສືບຕໍ່ໄດ້ຮັບການຊຸກຍູ້, ສ້າງພື້ນຖານສໍາຄັນໃຫ້ແກ່ການພັດທະນາການຮ່ວມມືໃນຂົງເຂດຕ່າງໆ, ຄື: ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທໍາ, ການທ່ອງທຽວ ແລະພົບປະແລກປ່ຽນປະຊາຊົນ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານພົນຕີ Khrenin Viktor Gennadievich ລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດ. ພາບ: qdnd.vn |
ຂອບໃຈປະທານປະເທດທີ່ສະຫຼະເວລາຕ້ອນຮັບຢ່າງສົມກຽດ, ທ່ານພົນຕີ Khrenin Viktor Gennadievich ໄດ້ຫວນຄືນການພົວພັນທີ່ເປັນມູນເຊື້ອອັນຍາວນານລະຫວ່າງສອງປະເທດ, ພິເສດແມ່ນການຢ້ຽມຢາມເບລາຣຸດ ຂອງປະທານໂຮ່ຈີມິນ ໃນປະຫວັດສາດກໍ່ຄືການສະໜັບສະໜູນຂອງປະຊາຊົນໂຊວຽດ ກ່ອນນີ້, ໃນນັ້ນມີ ເບລາຣຸດ, ຕໍ່ກັບການຕໍ່ສູ້ອັນຊອບທໍາເພື່ອເອກະລາດແຫ່ງຊາດຂອງຫວຽດນາມ. ທ່ານພົນຕີ Khrenin Viktor Gennadievich ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດພວມພັດທະນາຢ່າງດີງາມບົນພື້ນຖານເຄົາລົບເຊິ່ງກັນ ແລະກັນ, ໂດຍບໍ່ຫົວຊາຕໍ່ການຢູ່ຫ່າງໄກກັນດ້ານພູດສາດ. ສອງຝ່າຍມີຫຼັກໝັ້ນລວມໃນຫຼາຍບັນຫາສາກົນ ແລະພາກພື້ນ ກໍ່ຄືວິທີເຂົ້າເຖິງໂລກຫຼາຍຂົ້ວ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ.
ແຈ້ງໃຫ້ທ່ານປະທານປະເທດຮັບຊາບກ່ຽວກັບໝາກຜົນການພົບປະເຈລະຈາກັບທ່ານພົນເອກ ຟານວັນຢາງ, ທ່ານພົນຕີ Khrenin Viktor Gennadievich ໃຫ້ຮູ້ວ່າການພົບປະໄດ້ເປີດທິດທາງການຮ່ວມມືໃໝ່ລະຫວ່າງສອງປະເທດ, ປະກອບສ່ວນເຂົ້າການໃນພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.
ປະທານປະເທດຂໍຖືເປັນກຽດສະເໜີລັດຖະມົນຕີສົ່ງຄໍາຢື້ຢາມຖາມຂ່າວຢ່າງຈິງໃຈເຖິງທ່ານ Alexander Lukashenko ປະທານາທິບໍດີເບລາຣຸດ. ເນື່ອງໃນໂອກາດນີ້, ທ່ານ Alexander Lukashenko ກໍ່ສົ່ງຄໍາເຊີນຂອງທ່ານ Alexander Lukashenko ປະທານາທິບໍດີມາຍັງທ່ານ ເລືອງເກື່ອງ ປະທານປະເທດໄປຢ້ຽມຢາມເບລາຣຸດ ໃນເວລາທີ່ເໝາະສົມ. ທ່ານປະທານປະເທດຍິນດີຕອບຮັບຄຳເຊີນ ແລະໃຫ້ຮູ້ວ່າ ຈະມອບໃຫ້ບັນດາອົງການທີ່ກ່ຽວຂ້ອງຈັດການທາງການທູດ.
* ຕອນເຊົ້າວັນທີ 17 ທັນວາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານພິທີຕ້ອນຮັບຢ່າງເປັນທາງການທ່ານພົນຕີ Khrenin Viktor Gennadievich ລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດ ທີ່ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ເບລາຣຸດ ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ລັດຖະມົນຕີສອງທ່ານໄດ້ດໍາເນີນການພົບປະສອງຝ່າຍ.
ທີ່ການພົບປະສອງຝ່າຍ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ເບລາຣຸດ ໃນໄລຍະຜ່ານມາໄດ້ຜັນຂະຫຍາຍມີປະສິດທິຜົນ, ສອດຄ່ອງກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືດ້ານຕ່າງໆລະຫວ່າງສອງປະເທດ ແລະສົນທິສັນຍາສາກົນ, ຂໍ້ຕົກລົງສາກົນທີ່ໄດ້ລົງນາມ, ບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ.
    |
 |
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານພົນຕີ Khrenin Viktor Gennadievich ລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ບົນເນື້ອໃນຈິດໃຈການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ-ເບລາຣຸດ, ສອງຝ່າຍຈະສືບຕໍ່ສົມທົບກັນ, ຊຸກຍູ້ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບ, ສຸມໃສ່ບັນດາຂົງເຂດ...
ທີ່ການພົບປະ, ສອງຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານພົນເອກ ຟານວັນຢາງ ໄດ້ຢືນຢັນທັດສະນະທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ວ່າແມ່ນແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ປະຕິບັດການເຊັນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.
ສ່ວນທ່ານພົນຕີ Khrenin Viktor Gennadievich ກໍ່ສະແດງຄວາມເຫັນດີເປັນເອກພາບສູງຕໍ່ກັບບັນດາບັນຫາທີ່ສອງຝ່າຍໄດ້ແລກປ່ຽນ, ຂໍ້ສະເໜີເພື່ອເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ຢືນຢັນວ່າ ກະຊວງປ້ອງກັນປະເທດເບລາຣຸດ ຈະຊີ້ນໍາສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ເພື່ອຜັນຂະຫຍາຍບັນດາວຽກງານດ້ານຕ່າງໆທີ່ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງເບລາຣຸດ-ຫວຽດນາມ ໃຫ້ນັບມື້ນັບພັດທະນາ. ເນື່ອງໃນໂອກາດນີ້, ທ່ານພົນຕີ Khrenin Viktor Gennadievich ໄດ້ເຊີນທ່ານພົນເອກ ຟານວັນຢາງ ໄປຢ້ຽມຢາມເບລາຣຸດ ຢ່າງເປັນທາງການ ແລະເຂົ້າຮ່ວມງານວາງສະແດງປ້ອງກັນຊາດເບລາຣຸດ 2025.
ສິ້ນສຸດການພົບປະ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນຕີ Khrenin Viktor Gennadievich ໄດ້ເຊັນເອກະສານຮ່ວມມືດ້ານປ້ອງກັນຊາດສອງປະເທດ.
* ຕອນບ່າຍວັນທີ 17 ທັນວາ, ທີ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024 ຂອງລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດ ແຕ່ວັນທີ 16 ຫາວັນທີ 19 ທັນວາ, ທ່ານພົນໂທ ຈິ້ງວັນກວຽດ ເລຂາທິການສູນກາງພັກ, ກຳມະການຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບທ່ານພົນຈັດຕະວາ Kasinsky Leonid Viktorovich ຫົວໜ້າກົມໃຫຍ່ວຽກງານແນວຄິດກະຊວງປ້ອງກັນປະເທດເບລາຣຸດ, ຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດ ກ່ຽວກັບວຽກງານແນວຄິດ.
    |
 |
ທ່ານພົນໂທ ຈິ້ງວັນກວຽດ ຕ້ອນຮັບທ່ານພົນຈັດຕະວາ Kasinsky Leonid Viktorovich. ພາບ: qdnd.vn |
ທ່ານພົນໂທ ຈິ້ງວັນກວຽດ ຢືນຢັນວ່າ ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະເບລາຣຸດ, ຍາມໃດກໍ່ເຄົາລົບ ແລະຈົດຈໍາການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ມີປະສິດທິຜົນເຊິ່ງປະຊາຊົນ ໂຊວຽດ ກ່ອນນີ້, ໃນນັ້ນມີສາທາລະນະລັດ ເບລາຣຸດ, ໄດ້ສະຫງວນໃຫ້ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.
ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ, ທ່ານພົນໂທ ຈິ້ງວັນກວຽດ ປາດຖະໜາວ່າ ກອງທັບສອງປະເທດຈະເພີ່ມທະວີການຮ່ວມມືໃນຂົງເຂດວຽກງານແນວຄິດ, ສໍານັກງານສື່ມວນຊົນການທະຫານ, ປະຫວັດສາດການທະຫານ, ບໍາລຸງສ້າງພະນັກງານ, ຈັດຕັ້ງງານວາງສະແດງຜົນງານຂອງສອງປະເທດ, ສອງກອງທັບ... ຜ່ານນັ້ນ ປະກອບສ່ວນໂຄສະນາ, ສຶກສາໃຫ້ພົນທະຫານກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສອງກອງທັບ.
    |
 |
ທ່ານພົນໂທ ຈິ້ງວັນກວຽດ ແລະທ່ານພົນຈັດຕະວາ Kasinsky Leonid Viktorovich ມອບຂອງຂວັນທີ່ລະນຶກ. ພາບ: qdnd.vn |
ທ່ານພົນຈັດຕະວາ Kasinsky Leonid Viktorovich ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024, ສົ່ງຄໍາອວຍພອນເຖິງທ່ານພົນໂທ ຈິ້ງວັນກວຽດ ແລະພະນັກງານ, ນາຍທະຫານທຸກຖ້ວນໜ້າເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ; ແບ່ງປັນບາງຂໍ້ມູນກ່ຽວກັບການເຄື່ອນໄຫວຂອງຄະນະລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ທ່ານພົນຈັດຕະວາ Kasinsky Leonid Viktorovich ເຊື່ອໝັ້ນວ່າການຢ້ຽມຢາມຂອງລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດ ຈະສ້າງກໍາລັງຜັກດັນໃໝ່ໃຫ້ກະຊວງປ້ອງກັນປະເທດສອງປະເທດ, ໃນນັ້ນມີການຮ່ວມມືລະຫວ່າງກົມໃຫຍ່ວຽກງານແນວຄິດກະຊວງປ້ອງກັນປະເທດເບລາຣຸດ ແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດການເມືອງແນວຄິດ.
ໂດຍ: ໄຊນີດາ