ການເຄື່ອນໄຫວຂອງທ່ານນາງ ນາລີ ສີສຸລິດ ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຢູ່ ຫວຽດນາມ
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ຕອນເຊົ້າວັນທີ 10 ກັນຍາ, ຢູ່ເຮືອນສ່ວນຕົວຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ຖະໜົນ ທ່ຽນກວາງ, ຮ່າໂນ້ຍ, ທ່ານນາງ ນາລີ ສີສຸລິດ, ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມທ່ານນາງ ໂງທິເມິ້ນ, ພັນລະຍາຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະໄດ້ຈູດທູບໃຕ້ທຽນອາໄລຫາທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ.
    |
 |
|
ທ່ານນາງ ນາລີ ສີສຸລິດ ມັດແຂນຕາມປະເພນີລາວໃຫ້ທ່ານນາງ ໂງທິເມິ້ນ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນບັນຍາກາດທີ່ສະໜິດສະໜົມ, ທ່ານນາງ ນາລີ ສີສຸລິດ ໄດ້ສະແດງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານນາງ ໂງທິເມິ້ນ ແລະຄອບຄົວ ຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳພິເສດ ແລະດີເລີດຂອງພັກ, ລັດ ແລະປະຊາຊົນຫວຽດນາມ ແລະມີການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາການພົວພັນຫວຽດນາມ - ລາວ.
ທ່ານນາງ ນາລີ ສີສຸລິດ ກໍຢື້ຢາມຖາມຂ່າວສຸຂະພາບຂອງທ່ານນາງ ໂງທິເມິ້ນ ພ້ອມດ້ວຍຄອບຄົວ; ສະແດງການແບ່ງປັນຕໍ່ການເສຍຫາຍຈາກພາຍຸນ້ຳຖ້ວມກໍ່ຂຶ້ນໃນຊຸມວັນຜ່ານມາຢູ່ບາງທ້ອງຖິ່ນຂອງຫວຽດນາມ ແລະມັດແຂນຕາມປະເພນີລາວໃຫ້ທ່ານນາງ ໂງທິເມິ້ນ ດ້ວຍຄຳອວຍພອນສຸຂະພາບ, ໂຊກດີ ແລະສະຫງົບສຸກ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານນາງ ນາລີ ສີສຸລິດ ແລະທ່ານນາງ ໂງເຟືອງລີ ພັນລະນາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມສູນອຸປະກະລະເດັກ Birla ຮ່າໂນ້ຍ.
    |
 |
|
ທ່ານນາງ ນາລີ ສີສຸລິດ ແລະທ່ານນາງ ໂງເຟືອງລີ ເຂົ້າຮ່ວມລາຍການຕ້ອນຮັບວັນບຸນໄຫວ້ພະຈັນ ພ້ອມກັບເດັກໆ. ພາບ: ສໍານັກຂ່າວສານຫວຽດນາມ |
ນະທີ່ນີ້, ພັນລະຍາທັງສອງໄດ້ຮັບຟັງການແນະນຳກ່ຽວກັບປະຫວັດສາດຄວາມເປັນມາ ແລະການພັດທະນາຂອງສູນອຸປະກະລະເດັກ Birla ຮ່າໂນ້ຍ, ບ່ອນຮັບຄຸ້ມຄອງ, ເບິ່ງແຍງ, ລ້ຽງດູເດັກຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດຫຼາຍກວ່າ 500 ເທື່ອຄົນ. ຫຼັງຈາກນັ້ນ, ພັນລະຍາທັງສອງກໍໄດ້ເຂົ້າຮ່ວມລາຍການຕ້ອນຮັບວັນບຸນໄຫວ້ພະຈັນພ້ອມກັບເດັກໆ ແລະມອບປຶ້ມ, ອຸປະກອນການຮຽນ; ຂອງຂວັນ ແລະຖ່າຍຮູບເປັນທີ່ລະນຶກກັບພວກເດັກ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ