ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝີນ ທີ່ການຕ້ອນຮັບທ່ານຮອງປະທານສະພາສູງ ເບລາຣຸດ Siarhei Khamenka ມາຫວຽດນາມ ເຂົ້າຮ່ວມງານສົບລະດັບຊາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດ ເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ວາງອອກ, ຍາມໃດກໍ່ຖືເປັນສຳຄັນ ແລະພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ເບລາຣຸດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຂອງການນຳລັດ ແລະປະຊາຊົນເບລາຣຸດ ມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານຮອງປະທານສະພາສູງເບລາຣຸດ Siarhei Khamenka, ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈາກໄປ, ປະເທດ ເບລາຣຸດ ໄດ້ສູນເສຍເພື່ອນຜູ້ທີ່ດີ, ຜູ້ທີ່ມີການປະກອບສ່ວນຫຼາຍຢ່າງໃນການພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ.

ໂດຍ: ກວຽດເຕິມ