leftcenterrightdel
ທ່ານ ໂດ໊ຮຸ່ງວຽດ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ (SOM) ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: mofa.gov.vn

ຫົວໜ້າຄະນະຕ່າງໆ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຄວາມຄືບໜ້າໃນການພົວພັນ ແລະການຮ່ວມມືລະຫວ່າງອາຊຽນ ແລະບັນດາປະເທດຄູ່ຮ່ວມມື. ມຸ່ງໄປເຖິງອະນາຄົດ, ບັນດາຄູ່ຮ່ວມມືລ້ວນແຕ່ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ການພົວພັນກັບອາຊຽນ ໃຫ້ແທດຈິງກ່ວາອີກ, ໜູນຊ່ວຍອາຊຽນ ໃນການກໍ່ສ້າງປະຊາຄົມ, ຮັດແຄບຊ່ອງຫວ່າງການພັດທະນາ, ຮັບມືກັບສິ່ງທ້າທາຍລວມ; ຢັ້ງຢືນຄວາມເຄົາລົບນັບຖື ແລະການສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາກົນໄກໂດຍອາຊຽນ ຊັກຈູງ. ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນຄື: ທະເລຕາເວັນອອກ, ມຽນມາ, ແຫຼມເກົາຫຼີ, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ຕາເວັນອອກກາງບົນເນື້ອໃນຈິດໃຈສົນທະນາຢ່າງກົງໄປກົງມາ ແລະມີເນື້ອແທ້ນັ້ນ, ອາຊຽນ ແລະ ບັນດາຄູ່ຮ່ວມມືໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ແລະຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຕີບໂຕ ແລະ ການພັດທະນາແບບຍືນຍົງ.

leftcenterrightdel
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ສ.ເກົາຫຼີ. ພາບ: mofa.gov.vn

ໃນວັນດຽວກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 15 ແລະກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 12.

ໂດຍ: ທູຈາງ