ພັກ, ລັດ ແລະປະຊາຊົນ ລາວ ສູນເສຍເພື່ອນຜູ້ໃກ້ຊິດສະໜິດສະໜົມທີ່ສຸດ

ເວລາເລີ່ມແຕ່ 8 ໂມງເຊົ້າຂອງວັນທີ 25 ກໍລະກົດ, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ລາວ, ສໍານັກງານຫ້ອງວ່າການສະພາແຫ່ງຊາດ ລາວ ແລະກ່ອນນັ້ນແມ່ນຢູ່ສໍານັກງານຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດ ລາວ ທີ່ນະຄອນຫຼວງວຽງຈັນ, ພິທີໄວ້ອາໄລລະດັບຊາດ ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢ່າງສົມກຽດ.

leftcenterrightdel
ພະນັກງານ, ລັດຖະກອນຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ ອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ພິທີໄວ້ອາໄລລະດັບຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ແຕ່ວັນທີ 25 ກໍລະກົດ, ບັນດາກະຊວງ, ຂະແໜງການຈາກສູນກາງລົງຮອດທ້ອງຖິ່ນ, ສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ແລະຈັດຕັ້ງຄະນະ ເຂົ້າຮ່ວມພິທີໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ຢູ່ສະຖານທູດ ແລະສະຖານກົງສູນໃຫຍ່ຫວຽດນາມ ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ ລາວ. ບັນດາແຂວງແຮກສ່ຽວຂອງລາວ ກັບຫວຽດນາມ, ການນໍາບັນດາແຂວງ ກໍສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຫວຽດນາມ.

ໃນເວລາດຽວກັນ, ບັນດາອົງການ, ກົມກອງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຂອງລາວ ລ້ວນແຕ່ຊັກທຸງລົງເຄິ່ງເສົາ; ບັນດາສະຖານເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າ ສປປ ລາວ ປະຈຳຕ່າງປະເທດ ກໍຊັກທຸງລົງເຄິ່ງເສົາ ແລະຢຸດຕິການເຄື່ອນໄຫວບັນເທິງ ດ້ວຍທຸກຮູບການເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ນອກນັ້ນ, ໃນຫຼາຍວັນຜ່ານມາ, ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ລ້ວນແຕ່ອອກຂ່າວ, ບົດຂຽນ, ບົດສໍາພາດ, ຟິມເອກະສານ... ດ້ວຍເນື້ອໃນກ່ຽວກັບການປະກອບສ່ວນອັນໃຫຍ່ຫຼວງ, ສໍາຄັນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ຕອນເຊົ້າວັນທີ 25 ກໍລະກົດ, ສະຖານທູດຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີໄວ້ອາໄລ ແລະຂຽນປຶ້ມໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

leftcenterrightdel
ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິການ, ຮອງປະທານປະເທດ ລາວ ພ້ອມຄະນະ ກົ້ມຫົວໄວ້ອາໄລຕໍ່ດວງວິນຍານທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ ນໍາໂດຍ ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການ, ຮອງປະທານປະເທດ ລາວ ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ໃນປຶ້ມໄວ້ອາໄລ, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມໂສກເສົ້າເສຍດາຍ ແລະອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍ ຫງວຽນຝູຈ້ອງ; ເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນ ລາວ ຈະຈົດຈໍາບຸນຄຸນ ແລະການປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າຂອງສະຫາຍ ຫງວຽນຝູຈ້ອງ ໃນການປັບປຸງ, ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຕະຫຼອດໄລຍະຜ່ານມາ.

leftcenterrightdel
ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ພ້ອມຄະນະ ກົ້ມຫົວໄວ້ອາໄລຕໍ່ດວງວິນຍານທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: ສໍານັກຂ່າວສານຫວຽດນາມ.

ນໍາໜ້າຄະນະຜູ້ແທນລັດຖະບານ ລາວ ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ໄດ້ສະແດງຄວາມຕື້ນຕັນໃຈຂຽນໃສ່ປຶ້ມໄວ້ອາໄລວ່າ: “ໃນນາມລັດຖະບານ ແຫ່ງ ສປປ ລາວ, ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຝາກຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະອາໄລອາວອນຕໍ່ການຈາກໄປຂອງສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ສູນເສຍຜູ້ນໍາທີ່ປີຊາສາມາດ, ອົງອາດກ້າຫານ. ໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ, ສະຫາຍ ຫງວຽນຝູຈ້ອງ ໄດ້ອຸທິດຕະຫຼອດຊີວິດ, ເຫື່ອແຮງ ແລະພູມປັນຍາຢ່າງບໍ່ຮູ້ອິດຮູ້ເມື່ອຍຈົນລົມຫາຍໃຈສຸດທ້າຍໃຫ້ແກ່ພາລະກິດປົກປັກຮັກສາ ແລະພັດທະນາ ປະເທດຫວຽດນາມ, ພິເສດແມ່ນໃນພາລະກິດປ່ຽນແປງໃໝ່, ນໍາພາປະເທດຫວຽດນາມ ພັດທະນາຢ່າງບໍ່ຢຸດຢັ້ງ. ສະຫາຍ ຍັງເປັນຜູ້ນໍາໜ້າໃນການປັບປຸງຄວາມປອດໃສຢູ່ບັນດາອົງການຈັດຕັ້ງພັກ, ລັດ, ຖັນແຖວການນໍາ ແລະໃນສັງຄົມໃນທົ່ວລະບົບການເມືອງຂອງຫວຽດນາມ. ການຈາກໄປຂອງສະຫາຍ ຫງວຽນຝູຈ້ອງ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງ ແລະຄວາມໂສກເສົ້າເສຍດາຍຂອງຄອບຄົວ, ຂອງພັກ, ລັດ, ສະພາແຫ່ງຊາດ ແລະຂອງປະຊາຊົນຫວຽດນາມ ອ້າຍນ້ອງເທົ່ານັ້ນ, ຫາກຍັງແມ່ນການສູນເສຍເພື່ອນຜູ້ສະໜິດສະໜົມຂອງພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນລາວ ບັນດາເຜົ່າ ພວກຂ້າພະເຈົ້າ ອີກດ້ວຍ. ສະຫາຍ ຫງວຽນຝູຈ້ອງ ຍາມໃດກໍເອົາໃຈໃສ່ ແລະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາອັນດີງາມ; ເຊື່ອໝັ້ນຢ່າງແນວແນ່ວ່າ ພາຍໃຕ້ການຊີ້ນໍາ, ນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ການບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ ແລະການຮ່ວມແຮງຮ່ວມໃຈຂອງປະຊາຊົນຫວຽດນາມ ອ້າຍນ້ອງ, ບັນດາສະຫາຍ ຈະຫັນຄວາມທຸກໂສກເສຍດາຍນີ້ກາຍເປັນເຫງົ້າພະລັງແຫ່ງຄວາມສາມັກຄີທົ່ວປວງຊົນ, ສືບຕໍ່ພັດທະນາປະເທດຫວຽດນາມ ກາຍເປັນປະເທດອຸດສາຫະກໍາ ແລະທັນສະໄໝ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ໃນອະນາຄົດອັນໃກ້ໆນີ້”.

ຍາມໃດ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍຊຸກຍູ້ການພົວພັນມິດຕະພາບພິເສດ ກູບາ - ຫວຽດນາມ

ຕອນເຊົ້າວັນທີ 24 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານ Miguel Díaz-Canel Bermúdez ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ກູບາ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງກູບາ ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ສະຖານທູດຫວຽດນາມ ປະຈຳ La Habana.

leftcenterrightdel
ທ່ານ Miguel Díaz-Canel Bermúdez ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ ຂຽນປຶ້ມໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ສະຖານທູດຫວຽດນາມ ປະຈຳ La Habana. ພາບ: ສໍານັກຂ່າວສານຫວຽດນາມ.

ສະຫາຍ Miguel Díaz-Canel Bermúdez ຢັ້ງຢືນວ່າ ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການສູນເສຍທີ່ບໍ່ມີຫຍັງທົດແທນໄດ້ຕໍ່ກັບປະຊາຊົນກູບາ; ພ້ອມທັງໃຫ້ຮູ້ວ່າ ທ່ານເອງ ແລະການນໍາຂັ້ນສູງກູບາ ຫຼາຍສະຫາຍ ທີ່ມີໜ້າທີ່ພິທີ ໄດ້ມີໂອກາດພົບປະ ແລະເຮັດວຽກກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເພື່ອນສະຫາຍອ້າຍນ້ອງທີ່ສະໜິດສະໜົມຂອງປະຊາຊົນກູບາ. ປຶ້ມ “ບາງບັນຫາທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນລັດທິສັງຄົມນິຍົມຢູ່ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນເອກະສານອ້າງອີງອັນລໍ້າຄ່າ ທີ່ ທ່ານ ຍາມໃດກໍເຄົາລົບນັບຖືວາງໃນຫ້ອງເຮັດວຽກ. ການນໍາກູບາ ເນັ້ນໜັກວ່າ ໃນຖານະຕໍາແໜ່ງວຽກງານທີ່ແຕກຕ່າງກັນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍຫ້າວຫັນຊຸກຍູ້ການພົວພັນມິດຕະພາບພິເສດ, ອ້າຍນ້ອງໝັ້ນແກ່ນ ແລະໄວ້ເນື່ອເຊື່ອໃຈເຊິ່ງກັນລະຫວ່າງສອງຊາດ ກູບາ ແລະຫວຽດນາມ.

ທ່ານປະທານປະເທດ ກູບາ ເຊື່ອໝັ້ນວ່າ ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະເປັນຂີດໝາຍໃນພາລະກິດຂອງພັກ ແລະປະຊາຊົນຫວຽດນາມ ຕະຫຼອດໄປ. ໃນປຶ້ມໄວ້ອາໄລ, ທ່ານປະທານປະເທດກູບາ ຂຽນວ່າ “ໃນເວລາອັນໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ເຊື່ອໝັ້ນວ່າການປະກອບສ່ວນຂອງສະຫາຍ ຫງວຽນຝູຈ້ອງ ຈະເປັນຂີດໝາຍໃນພາລະກິດຂອງພັກ ແລະປະຊາຊົນຫວຽດນາມ ຕະຫຼອດໄປ. ອາໄລອາວອນເພື່ອນຜູ້ສະໜິດສະໜົມ ແລະຈິງໃຈ ຕະຫຼອດໄປ!”.

ອຸທິດຕະຫຼອດຊີວິດໃຫ້ແກ່ພື້ນຖານເອກະລາດ, ສັນຕິພາບ ແລະການພັດທະນາຂອງຫວຽດນາມ

ວັນທີ 25 ກໍລະກົດ, ພາຍຫຼັງສະຖານທູດຫວຽດນາມ ປະຈໍາລາຊະອານາຈັກ ກໍາປູເຈຍ ຊັກທຸງລົງເຄິ່ງເສົາ, ຈັດພິທີໄວ້ອາໄລ ແລະຂຽນປຶ້ມໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ບັນດາຄະນະຜູ້ແທນຂັ້ນສູງພະລາຊະວັງກໍາປູເຈຍ, ພັກ ປະຊາຊົນ ກໍາປູເຈຍ (CPP), ສະພາສູງ, ສະພາແຫ່ງຊາດ ແລະບັນດາອົງການກະຊວງ, ຂະແໜງການຂອງກໍາປູເຈຍ ໄດ້ມາຂຽນປຶ້ມໄວ້ອາໄລ, ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

leftcenterrightdel
ທ່ານ Kuy Sophal ລັດຖະມົນຕີຂັ້ນສູງຮັບຜິດຊອບວຽກງານພະລາຊະວັງກໍາປູເຈຍ ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະມອບຈົດໝາຍສະແດງຄວາມເສົ້າສະຫຼົດໃຈຂອງພະມະຫາກະສັດ Norodom Sihamoni ເຖິງທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ນໍາໜ້າຄະນະຜູ້ແທນຂັ້ນສູງ ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານ Kuy Sophal ລັດຖະມົນຕີຂັ້ນສູງຮັບຜິດຊອບວຽກງານພະລາຊະວັງກໍາປູເຈຍ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈຂອງພະມະຫາກະສັດ Norodom Sihamoni ເຖິງທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາກໍາປູເຈຍ. ແບ່ງປັນກັບທ່ານເອກອັກຄະລັດຖະທູດ ທີ່ພິທີໄວ້ອາໄລ, ທ່ານ Kuy Sophal ສະແດງຄວາມໂສກເສົ້າເສຍດາຍ ແລະສົ່ງຄໍາແບ່ງເບົາຄວາມເສົ້າສະຫຼົດໃຈຂອງພະມະຫາກະສັດ Norodom Sihamoni ແລະພະລາຊີນີ Norodom Monineath Sihanouk ເຖິງການນໍາ ແລະປະຊາຊົນຫວຽດນາມ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເພື່ອນຜູ້ສະໜິດສະໜົມຂອງປະຊາຊົນກໍາປູເຈຍ, ພະມະຫາກະສັດ ແລະພະລາຊີນີ.

ນໍາໜ້າຄະນະຜູ້ແທນຂັ້ນສູງພັກ CPP ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານ Samdech Heng Samrin ປະທານກິດຕິມະສັກ CPP ສະແດງຄວາມໂສກເສົ້າເສຍດາຍ ແລະອາໄລອາວອນຢ່າງສຸດຊຶ້ງ, ອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ໃນສານສະແດງຄວາມເສົ້າສະຫຼົດໃຈທີ່ຂຽນໃນປຶ້ມໄວ້ອາໄລ, ປະທານກິດຕິມະສັກ CPP ຊີ້ແຈ້ງວ່າ “ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຜູ້ນໍາທີ່ປີຊາສາມາດ, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ພື້ນຖານເອກະລາດແຫ່ງຊາດ, ສັນຕິພາບ ແລະການພັດທະນາຂອງປະເທດຫວຽດນາມ ແມ່ນການສູນເສຍອັນໃຫຍ່ຫຼວງ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນເພື່ອນຜູ້ສະໜິດສະໜົມ, ສະໜິດຕິດພັນມາແຕ່ດົນນານຂອງກໍາປູເຈຍ, ມີການປະກອບສ່ວນອັນໃຫຍ່ຫຼວງໃນການເພີ່ມທະວີນໍ້າໃຈມິດຕະພາບອ້າຍນ້ອງ, ກໍຄືການພົວພັນຮ່ວມມືທີ່ສະໜິດຕິດພັນລະຫວ່າງພັກ, ລັດຖະບານ ແລະປະຊາຊົນສອງປະເທດ”.

ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ສະຖານທູດຫວຽດນາມ ປະຈໍາຢູ່ ຈີນ ໄດ້ຈັດພິທີໄວ້ອາໄລ ແລະເປີດປຶ້ມໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນວັນທີ 25 ແລະ 26 ກໍລະກົດ ຢ່າງສົມກຽດ.

ຮອງເລຂາທິການໃຫຍ່ຄະນະປະຈໍາສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະການນໍາບັນດາຄະນະ, ກະຊວງ, ຂະແໜງການຂອງຈີນ ແລະເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ປະຈໍາ ຈີນ ຄື: ລາວ, ໄທ, ຟີລິບປິນ, ບຣູໄນ, ສິງກະໂປ, ອາເມລິກາ, ສ.ເກົາຫຼີ, ອົດສະຕາລີ, ຕວກກີ... ໄດ້ມາວາງພວງມາລາ ໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ວັນທີ 25 ກໍລະກົດ, ໃນບັນຍາກາດທີ່ເຄັ່ງຂຶມ, ສະຖານທູດຫວຽດນາມ ປະຈໍາສະຫະພັນລັດເຊຍ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະເປີດປຶ້ມໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ່າງສົມກຽດ.

leftcenterrightdel
ທ່ານ Aleksey Yatskin ຮອງປະທານທີໜຶ່ງສະພາສູງລັດເຊຍ ຂຽນປຶ້ມໄວ້ອາໄລ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Aleksey Yatskin ຮອງປະທານທີໜຶ່ງ ນໍາໜ້າຄະນະຜູ້ແທນສະພາສູງລັດເຊຍ ມາໄວ້ອາໄລ ແລະຂຽນປຶ້ມໄວ້ອາໄລ. ໃນປຶ້ມໄວ້ອາໄລ, ພາຍຫຼັງສະແດງຄວາມເສົ້າສະຫຼົດໃຈ ແລະເຄົາລົບນັບຖື, ທ່ານ Aleksey Yatskin ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຜູ້ທີ່ສວມບົດບາດພໍສົມຄວນໃນການວາງພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະລັດເຊຍ. ທ່ານ Aleksey Yatskin ເຊື່ອໝັ້ນວ່າ ເຖິງວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈາກໄປແລ້ວກໍຕາມ ແຕ່ບັນດາພື້ນຖານ ທີ່ ທ່ານ ວາງອອກນັ້ນ ສອງປະເທດ ຈະສືບຕໍ່ເພີ່ມພູນຄູນສ້າງ, ພັດທະນາ ເພື່ອຜົນປະໂຫຍດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ.

ເຂົ້າຮ່ວມພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ສະຖານທູດຫວຽດນາມ ປະຈໍາຢູ່ ອິນເດຍ, ທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ໄດ້ຂຽນປຶ້ມໄວ້ອາໄລ ເຊິ່ງມີຕອນຂຽນວ່າ “ໃນນາມລັດຖະບານ ແລະປະຊາຊົນອິນເດຍ, ຂ້າພະເຈົ້າ ຂໍຝາກຄວາມເສົ້າສະຫຼົດໃຈ, ອາໄລອາວອນ ແລະຂໍແບ່ງປັນຄວາມທຸກໂສກ ມາຍັງລັດຖະບານ ແລະປະຊາຊົນຫວຽດນາມ ຕໍ່ການຈາກໄປຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ຫວຽດນາມ ແລະອິນເດຍ ເປັນໝູ່ເພື່ອນມາແຕ່ດົນນານ ແລະແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ. ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານ ທີ່ມີຕໍ່ຄວາມກ້າວໜ້າຂອງຫວຽດນາມ, ກໍຄືຄວາມມານະພະຍາຍາມຂອງທ່ານ ໃນການຊຸກຍູ້ການພົວພັນອິນເດຍ-ຫວຽດນາມ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນເວລາອັນໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຈະຄຽງບ່າຄຽງໄຫຼ່ສາມັກຄີກັບຄອບຄົວ, ປະຊາຊົນ ແລະການນໍາຫວຽດນາມ”.

ຜູ້ນໍາທີ່ສຸດຈິດສຸດໃຈຕໍ່ວຽກງານ ເພື່ອປະເທດຊາດ

ວັນທີ 24 ກໍລະກົດ (ຕາມເວລາທ້ອງຖິ່ນ), ບັນດາການນໍາສະຫະປະຊາຊາດ ແລະເອກອັກຄະລັດຖະທູດບັນດາປະເທດ ປະຈໍາຢູ່ສະຫະປະຊາຊາດ ໄດ້ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ຄະນະຜູ້ຕາງໜ້າຫວຽດນາມປະຈໍາສະຫະປະຊາຊາດ ຢູ່ ນິວຢອກ, ອາເມລິກາ.

leftcenterrightdel
ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຢູ່ ນິວຢອກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ຕີລາຄາສູງບົດບາດນໍາພາຫຼັກແຫຼ່ງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະຮັບຮູ້ວ່າພາຍໃຕ້ການນໍາພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ໄດ້ພັດທະນາກະໂດດຂັ້ນ ແລະກາຍເປັນຄູ່ຮ່ວມມືທີ່ນັບມື້ນັບສໍາຄັນຂອງ ສປຊ. ຕາງໜ້າສະຫະປະຊາຊາດ, ທ່ານເລຂາທິການໃຫຍ່ Antonio Guterres ສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງລັດຖະບານ, ປະຊາຊົນຫວຽດນາມ ແລະຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ການອຸທິດສ່ວນອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະໄດ້ຈົດຈໍາຕະຫຼອດໄປ

ວັນທີ 24 ກໍລະກົດ, ທີ່ເຮືອນຫວຽດນາມ ຢູ່ ວໍຊິງຕັນ ດີຊີ, ສະຖານທູດຫວຽດນາມ ປະຈໍາອາເມລິກາ ໄດ້ຈັດພິທີໄວ້ອາໄລ ແລະເປີດປຶ້ມໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ່າງສົມກຽດ.

ຕາງໜ້າບັນດາອົງການປົກຄອງອາເມລິກາ, ຄະນະທູຕານຸທູດ, ບັນດາສະມາຄົມ, ບໍລິສັດ ແລະກຸ່ມບໍລິສັດໃຫຍ່ ແລະຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ອາເມລິກາ ໄດ້ມາໄວ້ອາໄລ ແລະຂຽນປຶ້ມໄວ້ອາໄລ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ຕາງໜ້າກະຊວງການຕ່າງປະເທດ ອາເມລິດາ, ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ສະແດງຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການພົວພັນ ຫວຽດນາມ-ອາເມລິກາ. ທ່ານ Daniel Kritenbrink ຢັ້ງຢືນວ່າ ວິໄສທັດຍຸດທະສາດ, ບົດບາດນໍາພາ ພ້ອມກັບອາລົມຈິດອັນຈິງໃຈຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນພື້ນຖານສໍາຄັນເພື່ອເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຫວຽດນາມ ແລະອາເມລິກາ ເລິກເຊິ່ງຂຶ້ນຕື່ມ ແລະບັນລຸຜົນງານໂດດເດັ່ນໃນໜຶ່ງກວ່າທົດສະວັດທີ່ຜ່ານມາ, ພົ້ນເດັ່ນແມ່ນການກໍານົດການພົວພັນຄູ່ຮ່ວມມືຮອບດ້ານ ແລະຍົກລະກັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.

ຕອນບ່າຍວັນທີ 24 ກໍລະກົດ, ທ່ານ Solly Mapaila ເລຂາທິການໃຫຍ່ພັກກອມມູນິດ ອາຟຣີກາໃຕ້ ໄດ້ມາວາງພວງມາລາ ໄວ້ອາໄລ ແລະຂຽນປຶ້ມໄວ້ອາໄລ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ສະຖານທູດຫວຽດນາມ ປະຈຳ Pretoria.

ໃນປຶ້ມໄວ້ອາໄລ, ທ່ານເລຂາທິການໃຫຍ່ Solly Mapaila ເນັ້ນໜັກວ່າ ພັກກອມມູນິດອາຟຣີກາໃຕ້ ຈະຈົດຈໍາການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ແກ່ພາລະກິດສ້າງສາລັດທິສັງຄົມນິຍົມຢູ່ຫວຽດນາມ, ສືບທອດ, ສືບຕໍ່ມູນເຊື້ອປະຫວັດສາດແຫ່ງການຕໍ່ສູ້ຕ້ານລັດທິຈັກກະພັດຂອງຊົນຊາດຫວຽດນາມ ພາຍໃຕ້ການນໍາພາຂອງປະທານ ໂຮ່ຈີມິນ, ພົນເອກ ຫວໍງວຽນຢາບ ຢູ່ສະເໝີ. ພັກກອມມູນິດອາຟຣີກາໃຕ້ ກໍຮັບຮູ້ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ແກ່ພາລະກິດຕໍ່ສູ້ສາກົນຂອງຊົນຊັ້ນກໍາມະກອນ ເພື່ອລັດທິສັງຄົມນິຍົມ ແລະການນໍາພາປະຊາຊົນຫວຽດນາມ ວິລະຊົນ ກໍ່ສ້າງລັດທິສັງຄົມນິຍົມ ແຫ່ງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຍືນຍົງຄົງຕົວ.

ໂດຍ: ໄຊຊະນະ