leftcenterrightdel
ທ່ານ ເລືອງເກືອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງພິທີງານສົບ ບໍລິຫານພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ບັນຍາກາດທີ່ພິທີກ່າວໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn

ເມື່ອກ່າວບົດສະດຸດີ, ທ່ານ ໂຕເລິມ ກຳມະການກົມການເມືອງ, ປະທານປະເທດ ເນັ້ນໜັກວ່າ: “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນໍາຜູ້ດີເລີດພິເສດ, ເປັນແວນແຍງອັນໃສແຈ້ງກ່ຽວກັບການສຶກສາຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ, ເປັນສະມາຊິກພັກຜູ້ຈົ່ງຮັກພັກດີ, ມີອິດທິພົນຊື່ສຽງຢ່າງຍິ່ງໃຫຍ່ຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ເປັນຜູ້ທີ່ມີຄຸນນະທາດ, ປີຊາສາມາດ, ຈັນຍາບັນ, ພູມປັນຍາຂອງການນຳຫວຽດນາມ ໃນຍຸກສະໄໝປ່ຽນແປງໃໝ່.”

leftcenterrightdel
ການນໍາພັກ, ລັດ ແລະບັນດາຄະນະຜູ້ແທນສາກົນ ທີ່ພິທີກ່າວໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn

ທ່ານ ໂຕເລິມ ຫວຽດນາມ ຢັ້ງຢືນວ່າ ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັ້ນແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບພັກ, ລັດ ແລະປະຊາຊົນ, ໂດຍບໍ່ມີຫຍັງສາມາດທົດແທນໄດ້. ປະເທດຊາດສູນເສຍການນຳຜູ້ປີຊາສາມາດ. ຂະບວນການກອມມູນິດກ້າວໜ້າໂລກ ສູນເສຍນັກທິດສະດີທີ່ຫຼັກແຫຼມ. ເພື່ອນມິດສາກົນສູນເສຍໄປເພື່ອນທີ່ຈິງໃຈ, ມິດສະຫາຍທີ່ສະໜິດສະໜົມ, ຄອບຄົວ, ວົງຕະກຸນ, ບ້ານເມືອງເສຍໄປລູກຜູ້ດີເລີດ.

leftcenterrightdel
ທ່ານ ໂຕເລິມ, ກໍາມະການກົມການເມືອງ, ປະທານປະເທດ ອ່ານບົດກ່າວໄວ້ອາໄລ. ພາບ: qdnd.vn

ທ່ານປະທານປະເທດ ໂຕເລິມ ຢືນຢັນ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໝັ້ນໝາຍວ່າ ຈະປະຕິບັດຄວາມມຸ່ງຫວັງຂອງທ່ານເລຂາທິການໃຫຍ່, ຈົດຈຳຄຳສັ່ງສອນຕະຫຼອດໄປທີ່ວ່າ: "ຖ້າເປັນມະນຸດ, ຈົ່ງເປັນນັກກອມມູນິດ", ຮັບໃຊ້ປະເທດຊາດ, ປະຊາຊົນຢ່າງສຸດຈິດສຸດໃຈ.

ພາຍຫຼັງບົດກ່າວສະດຸດີ, ການນຳພັກ, ລັດ, ແຂກສາກົນ, ຄອບຄົວໄດ້ສະຫງວນເວລາໜຶ່ງນາທີເພື່ອກົ້ມຫົວໄວ້ອາໄລເຖິງທ່ານເລຂາທິການໃຫຍ່.

leftcenterrightdel
ຜູ້ຕາງໜ້າຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄໍາຂອບໃຈ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ການນໍາພັກ, ລັດ ສົ່ງໂລງສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄປຍັງລົດສົ່ງກະສານ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງຄຳກ່າວຂໍຂອບໃຈຂອງຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໂລງສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງໄປລົດສົ່ງກະສານ ແລະໄປຜ່ານຖະໜົນຫຼາຍສາຍຂອງນະຄອນຫຼວງ ເພື່ອໄປເຂດສຸສານ ມາຍຢິກ, ນະຄອນຮ່າໂນ້ຍ. ພິທີປົງສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈັດຂຶ້ນໃນເວລາ 15 ໂມງ ຂອງວັນດຽວກັນ.

ໂດຍ: ທູຈາງ