leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ. ພາບ: vov.vn

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ນ້ຳໃຈຂອງທ່ານນາງ Sue Lines ປະທານສະພາສູງອົດສະຕາລີ ກໍ່ຄືການນຳອົດສະຕາລີທີ່ສະຫງວນໃຫ້ແກ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫງວຽນຝູຈ້ອງ, ຖືນີ້ແມ່ນການກະທຳອັນລ້ຳຄ່າໃຫ້ແກ່ການພົວພັນອັນດີງາມລະຫວ່າງສອງປະເທດຫວຽດນາມ ແລະອົດສະຕາລີ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໄດ້ກໍຖືເປັນສຳຄັນ, ສະໜັບສະໜູນການຊູກຍູ້ການພົວພັນ ຫວຽດນາມ-ອົດສະຕາລີ ໃຫ້ພັດທະນາຢ່າງແຮງ, ແທດຈິງ ແລະຮອບດ້ານກວ່າເກົ່າ.

ໂດຍຕາງໜ້າການນຳພັກ, ລັດຖະບານ ແລະລັດຖະສະພາອົດສະຕາລີ, ທ່ານນາງ Sue Lines ໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບພັກ, ລັດ ແລະປະຊາຊົນຫວຽດນາມ. ທ່ານນາງປະທານສະພາສູງອົດສະຕາລີ,  ຕີລາຄາສູງການພົວພັນອັນດີງາມລະຫວ່າງຫວຽດນາມ ແລະອົດສະຕາລີ, ເຄົາລົບການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຕັດສິນໃຈຍົກລະດັບການພົວພັນສອງປະເທດຂຶ້ນເປັນການພົວພັນຍຸດທະສາດຮອບດ້ານໃນເດືອນມີນາ ປີ 2024, ກໍ່ຄືຍູ້ແຮງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ