leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Takebe Tsutomu ທີ່ປຶກສາພິເສດຂອງສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຂອບໃຈທ່ານ Takebe Tsutomu ທີ່ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມື ຫວຽດນາມ-ຍີ່ປຸ່ນ ຜ່ານບັນດາການເຄື່ອນໄຫວແທດຈິງຫຼາຍຢ່າງ; ສະເໜີທ່ານ ສືບຕໍ່ສະໜັບສະໜູນ, ຊຸກຍູ້ໂຄງການມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ ແນໃສ່ປະກອບສ່ວນບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ຫວຽດນາມ; ຂົນຂວາຍລັດຖະບານຍີ່ປຸ່ນ ມີນະໂຍບາຍຮັບຄົນແຮງງານໃໝ່, ສ້າງເງື່ອນໄຂສະດວກກວ່າອີກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ... ທ່ານ Takebe Tsutomu ຢັ້ງຢືນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຍີ່ປຸ່ນ ໃນໄລຍະຈະມາເຖິງ.

ຕອນບ່າຍວັນທີ 22 ກໍລະກົດ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ມີການໂອ້ລົມສົນທະນາກັບທ່ານ Bakhtiyor Saidov ລັດຖະມົນຕີການຕ່າງປະເທດ ອຸຊເບກິສຖານ. ລັດຖະມົນຕີ ສອງທ່ານ ໄດ້ເຫັນດີເປັນເອກະພາບນຳກັນວ່າ ກະຊວງການຕ່າງປະເທດສອງປະເທດຈະສືບຕໍ່ສວມບົດບາດສຳຄັນໃນການຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຂອງສອງຝ່າຍ.

ໂດຍ: ເຈິ່ນຮວ່ຽນ