ກ່ອນທີ່ເລີ່ມການພົບປະ, ທ່ານປະທານປະເທດ ແລະບັນດາຜູ້ແທນໄດ້ໃຊ້ເວລາ 1 ນາທີ ເພື່ອລະນຶກເຖິງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບຜູ້ແທນທີ່ມີຄຸນງາມຄວາມດີ ຕໍ່ການປະຕິວັດທີ່ດີເດັ່ນໃນທົ່ວປະເທດ, ຕາງໜ້າການນໍາພັກ, ລັດ, ສະແດງຄວາມເຄົາລົບຕໍ່ບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທ່ານປະທານປະເທດ  ໄດ້ຝາກຄໍາຢື້ຢາມຖາມຂ່າວຢ່າງຈິງໃຈ, ນໍ້າໃຈສຸດຊຶ້ງ ແລະຄວາມຮູ້ບຸນຄຸນເລິກເຊິ່ງທີ່ສຸດເຖິງບັນດາແມ່ຫວຽດນາມວິລະຊົນ, ວິລະຊົນກໍາລັງປະກອບອາວຸດ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ພ້ອມດ້ວຍບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ສະແດງຄວາມຊົມເຊີຍຕໍ່ເຈດຈໍານົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງທີ່ໄດ້ຊ່ວຍເຫຼືອທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຜ່ານຜ່າຄວາມເຈັບປວດ, ພິການ, ຄວາມຫຍຸ້ງຍາກ, ເຊື່ອມຕົວເຂົ້າໃນການດຳລົງຊີວິດ, ສືບຕໍ່ອຸທິດກຳລັງເຫື່ອແຮງ, ສະຕິປັນຍາ, ເປັນແບບຢ່າງທີ່ໃສແຈ້ງໃນການອອກແຮງງານ, ທຳການຜະລິດ, ປະຕິບັດໜ້າທີ່ວຽກງານ, ຕໍ່ສູ້, ຮ່ຳຮຽນ..., ປະກອບສ່ວນປົກປັກຮັກສາ ແລະກໍ່ສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີ, ສວຍງາມ ແລະສີວິໄລ.

ທ່ານປະທານປະເທດ ເຊື່ອໝັ້ນວ່າ ດ້ວຍບັນດາໝາກຜົນທີ່ບັນລຸໄດ້ ໃນໄລຍະຜ່ານມາ, ວຽກງານເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຍາມໃດກໍ່ໄດ້ຮັບການຕອບສະໜອງ, ຕັ້ງໜ້າເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດ ແລະປະຊາຊົນ, ເພື່ອໃຫ້ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ນັບມື້ນັບໄດ້ຮັບການເບິ່ງແຍງດູແລທັງດ້ານວັດຖຸ ແລະຈິດໃຈຢ່າງຮອບຄອບຖີ່ຖ້ວນ.

ໂດຍ: ຈາງຫງວຽນ