ກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງແມ່ນຫຼັກການພື້ນຖານ ແລະບົດຮຽນໃນຕະຫຼອດວິວັດແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວ, ໄຊຊະນະຂອງກອງທັບປະຊາຊົນຫວຽດນາມ. ຜ່ານເວລາເກືອບ 80 ປີ, ນັບແຕ່ກອງທັບເຮົາກຳເນີດມາຮອດປະຈຸບັນ, ພັກເຮົາ, ປະທານໂຮ່ຈີມິນ ໂດຍກົງແມ່ນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຊີ້ນໍານຳພາ, ແນະນໍາກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບ, ປະກອບສ່ວນສຳຄັນເພື່ອໃຫ້ກອງທັບປະຊາຊົນ ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ, ພ້ອມກັບທົ່ວພັກ, ທົ່ວປວງຊົນ ສ້າງວິລະກຳອັນສະຫງ່າອົງອາດ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ໂອ້ລົມກັບບັນດາຜູ້ແທນເປັນແບບຢ່າງທີ່ກ້າວໜ້າທົ່ວປະເທດ ໃນການກໍ່ສ້າງພື້ນຖານທ່ົວປວງຊົນປ້ອງກັນຊາດໃຫ້ໝັ້ນຄົງເຂັ້ມແຂງ ໄລຍະ 2009-2019, ວັນທີ 19 ທັນວາ 2019. ພາບ: qdnd.vn

ໃນຖານະເປັນຜູ້ນໍາໜ້າຂອງພັກ ແລະຄະນະພັກການສູນກາງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ຖືການກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງແມ່ນໜ້າທີ່ສຳຄັນແຖວໜ້າ. ສຸມໃສ່ກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບ, ປະກອບສ່ວນກໍ່ສ້າງກອງທັບຍອດຢ້ຽມ, ກະທັດຮັດ ແລະເຂັ້ມແຂງ. ບັນດາບົດຂຽນ, ບົດກ່າວປາໄສ, ການຕອບສໍາພາດຂອງສະຫາຍສະແດງໃຫ້ເຫັນຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະຈິນຕະນາການຍຸດທະສາດກ່ຽວກັບແນວທາງການທະຫານ, ການປ້ອງກັນຊາດຂອງຫວຽດນາມ; ສະແດງໃຫ້ເຫັນທັດສະນະ: ກໍ່ສ້າງກອງທັບປະຊາຊົນຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ ແມ່ນຄວາມ ຮຽກຮ້ອງຕ້ອງການພາວະວິໄສ, ແມ່ນໜ້າທີ່ສໍາຄັນແຖວໜ້າໃນການກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ: “ທົ່ວກອງທັບຕ້ອງຍຶດໝັ້ນຫຼັກການ ກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ. ນີ້ແມ່ນບັນຫາພື້ນຖານ, ແມ່ນຫຼັກການທີ່ບໍ່ສາມາດປ່ຽນແປງໄດ້ໃນຕະຫຼອດວິວັດແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນ, ເພື່ອແນໃສ່ຮັກສາ ແລະເພີ່ມທະວີທາດແທ້ຊົນຊັ້ນກຳມະກອນ, ເປົ້າໝາຍ ແລະອຸດົມການຕໍ່ສູ້ຂອງພັກ; ແມ່ນປັດໄຈຕັດສິນໄຊຊະນະຂອງທຸກໜ້າທີ່ທີ່ໄດ້ຮັບມອບໝາຍ”. ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: “ຂ້າພະເຈົ້າເນັ້ນໜັກວ່າ, ບັນດາສະຫາຍຕ້ອງເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງຖັນແຖວພະນັກງານໃຫ້ໝັ້ນຄົງເຂັ້ມແຂງ, ມີຄຸນສົມບັດ, ມີຄວາມສາມາດເກັ່ງກ້າຢ່າງພຽງພໍ, ມີອິດທິພົນຊື່ສຽງສູງ; ຂັ້ນເທິງຕ້ອງເປັນແບບຢ່າງໃຫ້ຂັ້ນລຸ່ມ, ຜູ້ບັນຊາການຕ້ອງເປັນແບບຢ່າງໃຫ້ທົ່ວກົມກອງ... ຢາກເຮັດໄດ້ຄືແນວນັ້ນ, ພວກເຮົາຕ້ອງເອົາໃຈໃສ່ບຳລຸງກໍ່ສ້າງ ແລະຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານກອງທັບ ຕາມເນື້ອໃນຈິດໃຈ “7 ກ້າ”: “ກ້າຄິດ; ກ້າເວົ້າ, ກ້າເຮັດ; ກ້າຮັບຜິດຊອບ; ກ້າປ່ຽນແປງໃໝ່, ປະດິດຄິດສ້າງ; ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທ້າຍ ແລະກ້າກະທໍາເພື່ອຜົນປະໂຫຍດລວມ”.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ລົງຢ້ຽມຢາມ, ກວດກາວຽກງານຝຶກແອບ, ປະສານສົມທົບ, ກຽມພ້ອມສູ້ຮົບຂອງບາງກົມກອງໃນກອງທັບທີ່ສະໜາມຝຶກແອບ TB1, ແຂວງບັກຢາງ, ວັນທີ 19 ພະຈິກ 2017. ພາບ: qdnd.vn

ຫວ່າງແລ້ວນີ້, ທີ່ກອງປະຊຸມ ຄັ້ງທີ 10 ຂອງຄະນະພັກການທະຫານສູນຫາງ, ເນື້ອໃນຊີ້ນໍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເລຂາຄະນະພັກການທະຫານສູນກາງ ທີ່ສົ່ງເຖິງກອງປະຊຸມແມ່ນສືບຕໍ່ເນັ້ນໜັກເຖິງຫຼັກການກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ: “ຍົກສູງຄວາມສາມາດນໍາພາ, ກໍາລັງແຮງສູ້ຮົບຢ່າງບໍ່ຢຸດຢັ້ງ, ຮັກສາ ແລະເພີ່ມທະວີການນໍາພາເດັດຂາດ, ໂດຍກົງໃນທຸກດ້ານຂອງພັກສໍາລັບກອງທັບ. ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ດ້ວຍບັນດາຮູບແບບ ແລະວິທີການເຮັດວຽກຢ່າງມີຫົວຄິດປະດິດສ້າງ, ເໝາະສົມ, ເປັນຕົ້ນແມ່ນການປະຕິບັດຕາມເພື່ອໃຫ້ພະນັກງານ ແລະສະມາຊິກພັກແຕ່ລະຄົນ “ຢາກຮໍ່າຮຽນ, ຢາກປະຕິບັດຕາມ”, ຈາກນັ້ນສຸດຈິດສຸດໃຈ, ພ້ອມແລ້ວທີ່ຈະອຸທິດ ແລະເສຍສະຫຼະ, ເພື່ອຮັບໃຊ້ພັກ, ປະເທດຊາດ ແລະປະຊາຊົນ. ຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ ແນໃສ່ຮັກສາ ແລະເສີມຂະຫຍາຍຄຸນທາດຂອງທະຫານລຸງໂຮ່, ເດັດດ່ຽວຕໍ່ສູ້ຕ້ານລັດທິສ່ວນຕົວໃນສະພາບການໃໝ່. ຖືເປັນສໍາຄັນການປະຕິບັດວຽກງານປົກປ້ອງການເມືອງພາຍໃນໃຫ້້ເປັນຢ່າງດີ; ຕັ້ງໜ້າ ແລະເປັນເຈົ້າການນໍາໜ້າໃນການປົກປັກຮັກສາພື້ນຖານດ້ານແນວຄິດ, ຕໍ່ສູ້ຄັດຄ້ານທັດສະນະທີ່ຜິດພາດ, ເປັນປໍລະປັກ ແລະຮັກສາສະໜາມແນວຄິດຂອງພັກໃນກອງທັບ. ປະຕິບັດວຽກງານຂົນຂວາຍປະຊາຊົນ ແລະນະໂຍບາຍແນວຫຼັງກອງທັບເປັນຢ່າງດີ, ປະກອບສ່ວນເພີ່ມທະວີ, ປັບປຸງສາຍພົວພັນສາມັກຄີສະໜິດຕິດພັນທີ່ເປັນເລື້ອດເນື້ອລະຫວ່າງທະຫານ - ປະຊາຊົນ, ກໍ່ສ້າງ “ທ່າຮົບໃນຈິດໃຈປະຊາຊົນ”.

ໂດຍຊາມຊຶມການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເລຂາຄະນະພັກການທະຫານສູນກາງ ກ່ຽວກັບການກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ທົ່ວກອງທັບຊາບຊຶມ ແລະປະຕິບັດບັນດາມາດຕະການໃຫ້ດີຄືດັ່ງລຸ່ມນີ້:

ທີໜຶ່ງແມ່ນ, ຮັກສາ ແລະເພີ່ມທະວີການນຳພາຢ່າງເດັດຂາດ ແລະໂດຍກົງໃນທຸກດ້ານຂອງພັກ ສໍາລັບກອງທັບປະຊາຊົນຫວຽດນາມ.

ທີສອງແມ່ນ, ສືບຕໍ່ປ່ຽນແປງໃໝ່ ແລະຍົກສູງຄຸນນະພາບວຽກງານສຶກສາດ້ານການເມືອງ ແລະກໍານົດທິດທາງແນວຄິດໃຫ້ແກ່ທະຫານ.

ທີສາມແມ່ນ, ເສີມຂະຫຍາຍບົດບາດ ແລະປະສິດທິຜົນຂອງການເຄື່ອນໄຫວທຸກດ້ານໃນວຽກງານພັກ ແລະວຽກງານການເມືອງ.

ທີສີ່ແມ່ນ, ກໍ່ສ້າງຖັນແຖວພະນັກງານໃນກອງທັບໃຫ້ໝັ້ນຄົງເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະພາບການໃໝ່.

ທີຫ້າແມ່ນ, ເປັນເຈົ້າການຕໍ່ສູ້ຕ້ານ ແລະຄັດຄ້ານບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ, ປົກປັກຮັກສາສະໜາມແນວຄິດຂອງພັກໃນກອງທັບ.

ກໍ່ສ້າງກອງທັບໃຫ້ມີຄວາມໝັ້ນຄົງເຂັ້ມແຂງທາງດ້ານການເມືອງແມ່ນຫຼັກການພື້ນຖານ, ແຖວໜ້າ, ແມ່ນທັດສະນະຊີ້ນໍາຂອງພັກໃນຕະຫຼອດວິວັດແຫ່ງການກໍ່ສ້າງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ; ແມ່ນຄວາມສຸດອົກສຸດໃຈ ແລະຄວາມຮັບຜິດຊອບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຊີ້ນຳນໍາພາກໍ່ສ້າງກອງທັບ, ຮັບປະກັນໃຫ້ກອງທັບຍາມໃດກໍ່ແມ່ນກຳລັງການເມືອງ ແລະແມ່ນກອງສູ້ຮົບທີ່ຈົ່ງຮັກພັກດີຢ່າງເດັດຂາດ, ໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນ, ເສີມສ້າງມູນເຊື້ອອັນສະຫງ່າລາສີ: “ກອງທັບເຮົາຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ພ້ອມແລ້ວທີ່ຈະຕໍ່ສູ້ ແລະເສຍສະຫຼະເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ, ເພື່ອລັດທິສັງຄົມນິຍົມ. ໜ້າທີ່ໃດກໍ່ສໍາເລັດ,   ຄວາມຫຍຸ້ງຍາກໃດກໍຜ່ານຜ່າ, ສັດຕູຕົວໃດກໍຕີເອົາຊະນະ”.

ໂດຍ: ທູຈາງ