leftcenterrightdel
ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ, ປະທານຄະນະພັກກອງທັບສູນກາງ ຈີນ ພ້ອມດ້ວຍການນຳພັກ, ລັດ ຈີນ ເຂົ້າໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: VOV

ເຂົ້າໄຫວ້ອາໄລຍັງມີທ່ານ ຈາຍຈີ໊ ກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຈີນ;  ທ່ານ ຫວາງອີ ກຳມະການກົມການເມືອງ, ຫົວໜ້າຫ້ອງການຄະນະກຳມະການພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີການຕ່າງປະເທດຈີນ; ທ່ານ ຫຼຽວແຈນຈາວ ກຳມະການສູນກາງພັກ, ຫົວໜ້າຄະນະປະສານງານພົວພັນຕ່າງປະເທດສູນກາງພັກກອມມູນິດ ຈີນ ພ້ອມດ້ວຍການນຳກະຊວງການຕ່າງປະເທດ, ຄະນະປະສານງານພົວພັນຕ່າງປະເທດສູນກາງພັກ ຈີນ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຈົດໃສ່ປຶ້ມໄຫວ້ອາໄລ. ພາບ: VOV

ເມື່ອກ່າວຄຳເຫັນກັບທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນນັກມາກຊິດຜູ້ໝັ້ນຄົງແນວແນ່, ແມ່ນການນຳຜູ້ຍິ່ງໃຫຍ່ຂອງພັກ ແລະປະຊາຊົນຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພັກ, ລັດ ແລະ ປະຊາຊົນຫວຽດນາມ, ນຳພາພັກ, ລັດ ແລະປະຊາຊົນຫວຽດນາມ ຍາດໄດ້ບັນດາຜົນງານອັນຍິ່ງໃຫຍ່ໃນພາລະກິດສ້າງລັດທິສັງຄົມນິຍົມ, ໄດ້ຮັບການສະໜັບສະໜູນ ແລະຄວາມຮັກແພງຈາກທົ່ວພັກ, ທົ່ວກອງທັບ ແລະປະຊາຊົນຫວຽດນາມ. ຈີນ ຍາມໃດກໍ່ຈົດຈຳການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ “ທັງເປັນມິດສະຫາຍ, ທັງເປັນອ້າຍນ້ອງກັນ” ລະຫວ່າງສອງປະເທດ ຫວຽດນາມ - ຈີນ.

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ກໍສະແດງຄຳຂອບອົກຂອບໃຈມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ທີ່ໄດ້ເຂົ້າໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະແບ່ງປັນຄວາມເສົ້າສະຫຼົດໃຈກັບພັກ, ລັດ ແລະປະຊາຊົນ ຫວຽດນາມ; ຂອບໃຈຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ທີ່ໄດ້ສົ່ງສານແບ່ງປັນຄວາມເສົ້າສະຫຼົດໃຈມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍໄວ. ທ່ານເອກອັກຄະລັດຖະທູດກໍໄດ້ເນັ້ນໜັກວ່າ ຄາວຍັງມີຊີວິດຢູ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະຫງວນຫຼາຍນ້ຳໃຈ, ຄວາມສຸດຈິດສຸດໃຈ ແລະໄດ້ປະກອບສ່ວນສຳຄັນຫຼາຍຢ່າງແກ່ການພົວພັນລະຫວ່າງສອງພັກ, ສອງລັດ ຫວຽດນາມ - ຈີນ. ການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະກວ່າ 10 ປີຜ່ານມາໄດ້ມີບາດກ້າວພັດທະນາຢ່າງກະໂດດຂັ້ນ, ກາຍເປັນປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ, ໄດ້ຮັບການສະໜັບສະໜູນຂອງປະຊາຊົນສອງປະເທດ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ