ຕາງໜ້າການນຳພັກ, ລັດ, ທ່ານ ໂຕເລິມ, ກຳມະການກົມການເມືອງ, ປະທານປະເທດຫວຽດນາມ ໄດ້ປະກາດຂໍ້ຕົກລົງ ແລະປະດັບຫຼຽນໄຊດາວຄຳໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

​ເຂົ້າ​ຮ່ວມ​ພິທີ​ປະດັບ​ຫຼຽນ​ໄຊ​ດາວຄໍາມີ​ບັນດາ​ກຳມະການ​ກົມ​ການ​ເມືອງ, ກໍາມະການ​ຄະນະ​ເລຂາທິການ, ພະນັກງານ​ທີ່ຊ່ວຍ​ວຽກໃຫ້ທ່ານ​ເລຂາທິການ​ໃຫຍ່ ຈໍານວນໜຶ່ງ ​ແລະຜູ້ຕາງໜ້າ​ຄອບຄົວຂອງທ່ານ ຫງວຽນ​ຝູຈ້ອງ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: baochinhphu.vn

ຂໍ້ຕົກລົງປະດັບຫຼຽນ​ໄຊ​ດາວ​ຄຳ, ​ເປັນ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ພັກ ​ແລະລັດ, ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ແມ່ນ​ການ​ຮັບ​ຮູ້​ຂອງ​ພັກ, ລັດ ​ແລະປະຊາຊົນສໍາລັບ​ຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫຼວງ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ໃນພາລະກິດປະຕິວັດຂອງພັກ, ຂອງປະເທດຊາດ.

ໂດຍ: ຈາງຫງວຽນ