ກ່າວຄໍາເຫັນທີ່ການພົບປະ, ທ່ານປະທານປະເທດ ໂຕເລິມ ສະແດງຄວາມສະເທືອນໃຈເມື່ອໄດ້ພົບປະກັບຜູ້ຕາງໜ້າໃຫ້ຊາວໜຸ່ມຕະລຸມບອນຫວຽດນາມ ຮຸ່ນຕ່າງໆ 150 ທ່ານ ແລະສົ່ງຄໍາຢ້ຽມຢາມຖາມຂ່າວ ແລະພອນໄຊອັນປະເສີດ ທີ່ສຸດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງສະມາຊິກສະມາຄົມອະດີດຊາວໜຸ່ມຕະລຸມບອນ ທຸກຖ້ວນໜ້າ; ພ້ອມທັງຫວັງວ່າຈະສືບຕໍ່ແຜ່ຂະຫຍາຍຈິດໃຈຊາວໜຸ່ມຕະລຸມບອນຢ່າງແຮງໃນພາລະກິດສ້າງສາປະເທດຫວຽດນາມ ໃນໄລຍະໃໝ່.

leftcenterrightdel
ທ່ານປະທານປະເທດ ໂຕເລິມ ກ່າວຄໍາເຫັນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ຫວນຄືນບັນດາວິລະກໍາອັນສະຫງ່າລາສີ, ການປະກອບສ່ວນອັນໃຫຍ່ຫຼວງໃນຕະຫຼອດໄລຍະຕໍ່ສູ້ເພື່ອເອກະລາດແຫ່ງຊາດ ໃນເມື່ອກ່ອນກໍ່ຄືໃນໄລຍະສ້າງສາປະເທດຊາດໃນພາຍໜ້າ, ທ່ານປະທານປະເທດ ເນັ້ນໜັກວ່າ ກໍາລັງຊາວໜຸ່ມຕະລຸມບອນແມ່ນສັນຍະລັກອັນໃສແຈ້ງຂອງລັດທິວິລະຊົນປະຕິວັດ ແລະຂອງຄົນຮຸ່ນໜຸ່ມ, ແມ່ນຄວາມເອກອ້າງທະນົງໃຈຂອງຊາວໜຸ່ມຫວຽດນາມ ຕະຫຼອດໄປ.

ເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນ ຈະຈົດຈໍາ ແລະຈາລຶກຄຸນງາມຄວາມດີ, ການອຸທິດສ່ວນ, ການປະກອບສ່ວນອັນໃຫຍ່ຫຼວງຂອງກໍາລັງຊາວໜຸ່ມຕະລຸມບອນຕະຫຼອດໄປ, ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນເມື່ອສະມາຄົມອະດີດຊາວໜຸ່ມຕະລຸມບອນຫວຽດນາມ ໃນອາຍຸການຜ່ານມາໄດ້ຈັດຕັ້ງຫຼາຍກິດຈະກໍາ, ບັ້ນຂົນຂວາຍ, ບັນດາວຽກງານທີ່ມີຄວາມໝາຍຕັ້ງໜ້າ, ເປັນແບບຢ່າງນໍາໜ້າໃນການປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ.

leftcenterrightdel
ທ່ານປະທານປະເທດ ໂຕເລິມ ແລະບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ

ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງສະມາຄົມອະດີດຊາວໜຸ່ມຕະລຸມບອນ ຄັ້ງທີ 5, ທ່ານປະທານປະເທດ ຫວັງວ່າ ສູນກາງສະມາຄົມຈະຈົດຈໍາ ແລະມານະພະຍາຍາມຈົນສຸດຄວາມສາມາດປະຕິບັດຕາມຄວາມຫວັງຂອງລຸງໂຮ່ “ສໍາລັບບັນດາຜູ້ທີ່ຍອມເສຍສະຫຼະເລືອດເນື້ອຂອງຕົນນັ້ນ ພັກ, ລັດ ແລະພີ່ນ້ອງຮ່ວມຊາດຕ້ອງຊອກຫາທຸກວິທີ ເພື່ອໃຫ້ເຂົາເຈົ້າມີບ່ອນກິນ, ບ່ອນຢູ່ ແລະຕ້ອງເປີດຊຸດຮຽນວິຊາຊີບທີ່ເໝາະສົມໃຫ້ແຕ່ລະຄົນ ເພື່ອໃຫ້ເຂົາເຈົ້າສາມາດຄ່ອຍໆເພິ່ງຕົນເອງກຸ້ມຕົນເອງ”.

ທ່ານປະທານປະເທດ ສະເໜີສືບຕໍ່ຜັນຂະຫຍາຍຫຼາຍກິດຈະກໍາທີ່ແທດຈິງກວ່າອີກ, ແກ້ໄຂບັນດາບັນຫາທີ່ຍັງຄົງຂ້າງໃນວຽກງານສໍາລັບອະດີດຊາວໜຸ່ມຕະລຸມບອນ ໂດຍໄວ, ຖືນັ້ນແມ່ນພາລະໜ້າທີ່, ຄວາມຮັບຜິດຊອບ ແລະກໍແມ່ນອາລົມຈິດສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ບັນດາຜູ້ທີ່ໄດ້ອຸທິດສ່ວນ, ເສຍສະຫຼະໃຫ້ແກ່ພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະປົກປັກຮັກສາປະເທດຊາດ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ສະມາຄົມອະດີດຊາວໜຸ່ມຕະລຸມບອນ ນັ້ນແມ່ນຮູບພາບລຸງໂຮ່ ຖ່າຍຮູບຮ່ວມກັບຊາວໜຸ່ມຕະລຸມບອນ ພ້ອມເງິນສົດຈຳນວນ 200 ລ້ານດົ່ງ.

ໂດຍ: ໄຊຊະນະ