leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງທົດນົດ, ນະຄອນເກິ່ນເທີ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍຮັບຮູ້, ຕີລາຄາສູງ 6 ເດືອນຕົ້ນປີ 2024, ນະຄອນເກິ່ນເທີ ບັນລຸໄດ້ໝາກຜົນສຳຄັນໃນການພັດທະນາເສດຖະກິດ-ສັງຄົມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນະຄອນເກິ່ນເທີ ແມ່ນຕົວເມືອງໃຈກາງ, ແມ່ນແກ່ນສານຂອງເຂດທົ່ງພຽງແມ່ນໍ້າຂອງ; ພວມໄດ້ສຸມໃສ່ລົງທຶນພັດທະນາລະບົບພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ແລະບັນດາເງື່ອນໄຂທີ່ຈຳເປັນເພື່ອກາຍເປັນເຂດກຳລັງໜູນເຕີບໂຕໃໝ່ຂອງທົ່ວປະເທດໂດຍໄວ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ການນຳນະຄອນເກິ່ນເທີ ສຸມໃສ່ຊີ້ນຳບັນດາພະແນກ, ຄະນະ, ຂະແໜງການ, ອຳນາດການປົກຄອງທຸກຂັ້ນຢ່າງເດັດຂາດໃນການປະຕິບັດໜ້າທີ່, ມາດຕະການໃນຂົງເຂດຕ່າງໆຕາມມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ, ການຊີ້ນໍາຂອງນາຍົກລັດຖະມົນຕີ ແລະມະຕິຂອງອົງຄະນະພັກນະຄອນເກິ່ນເທີ ໃນແຕ່ລະປີ ແລະທັງອາຍຸການ, ມານະພະຍາຍາມສູງທີ່ສຸດ ເພື່ອສູ້ຊົນປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບຜູ້ມີສິດເລືອກຕັ້ງເມືອງທົດນົດ, ນະຄອນເກິ່ນເທີ. ພາບ: ສໍານັກຂ່າວສານຫວຽດນາມ

ໃນລາຍການປະຕິບັດງານຢູ່ເຂດທົ່ງພຽງແມ່ນໍ້າຂອງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ (27-7-1947 / 27-7-2024), ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງວຽນດີ່ງຮວ່າ ແລະຄອບຄົວທະຫານເສຍອົງຄະ ເລມີງຊາງ ຢູ່ຕາແສງທົດນົດ, ເມືອງທົດນົດ, ນະຄອນເກິ່ນເທີ. ທີ່ການຢ້ຽມຢາມແຕ່ລະບ່ອນ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຈະຈົດຈຳ, ຮູ້ບຸນຄຸນຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ປະຕິບັດວຽກງານຕອບບຸນແທນຄຸນເປັນຢ່າງດີ; ຮຽກຮ້ອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຂົນຂວາຍປະຊາຊົນສືບຕໍ່ເອົາໃຈໃສ່, ເບິ່ງແຍງຄອບຄົວເປົ້າໝາຍນະໂຍບາຍໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນທັງດ້ານວັດຖຸ ແລະຈິດໃຈ.

ໂດຍ: ເຈິ່ນຮວ່ຽນ