ນໍາເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າສູ່ລວງເລິກ

ແລກປ່ຽນກ່ຽວກັບທິດທາງ ແລະມາດຕະການຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ, ການນຳສອງທ່ານເນັ້ນໜັກວ່າສອງປະເທດຄວນຮ່ວມມືຢ່າງແໜ້ນແຟ້ນເພື່ອຮັກສາ ແລະເສີມຂະຫຍາຍຄວາມສາມັກຄີລະຫວ່າງສອງປະເທດ; ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ, ສັນຍາທີ່ໄດ້ລົງນາມ ແລະກົນໄກຮ່ວມມືເປັນຢ່າງດີ; ເພີ່ມທະວີການເຊື່ອມຕໍ່, ສົມທົບກັນໂຄສະນາເຖິງປະຊາຊົນທຸກຊັ້ນຄົນ, ພິເສດແມ່ນລຸ້ນໜຸ່ມ, ກ່ຽວກັບການພົວພັນສາມັກຄີ,  ຄວາມສະໜິດຕິດພັນລະຫວ່າງສອງປະເທດ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຈັດຕັ້ງຄະນະການນໍາໜຸ່ມກໍາປູເຈຍ ມາຢ້ຽມຢາມຫວຽດນາມ ໂດຍໄວ.

ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ນໍາເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າສູ່ລວງເລິກ, ເນັ້ນໜັກເຖິງຫຼັກການບໍ່ອະນຸຍາດໃຫ້ອິດທິກໍາລັງທີ່ເປັນປໍລະປັກນຳໃຊ້ຜືນແຜ່ນດິນປະເທດນີ້ເພື່ອຕ້ານ ແລະທຳລາຍປະເທດອື່ນ; ຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຢີສູງ ແລະອາດຊະຍາກຳຂ້າມຊາຍແດນ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ກັບທ່ານ Samdech Moha Bovor Thipadei Hun Manet ນາຍົກລັດຖະມົນຕີ ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມ, ຄື: ບົດບັນທຶກຊ່ວຍຈໍາກ່ຽວກັບການພັດທະນາ ແລະການເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນ ຫວຽດນາມ-ກໍາປູເຈຍ, ຂໍ້ຕົກລົງຊຸກຍູ້ການຄ້າສອງຝ່າຍ ໄລຍະ 2025-2026; ຍູ້ໄວການເຊື່ອມຕໍ່ຄົມມະນາຄົມ, ຄູ່ດ່ານຊາຍແດນ, ຕັ້ງໜ້າສົມທົບກັບລາວ  ຜັນຂະຫຍາຍການທ່ອງທ່ຽວ “ລາຍການທ່ອງທ່ຽວສາມປະເທດ” ຜ່ານ ກຳປູເຈຍ-ລາວ-ຫວຽດນາມ; ຂຸດຄົ້ນເສັ້ນທາງການບິນໂດຍກົງຮ່າໂນ້ຍ-ພະນົມເປັນ-ຮ່າໂນ້ຍ ຂອງບໍລິສັດການບິນແຫ່ງຊາດຫວຽດນາມ...

ຕີລາຄາສູງຄວາມສໍາຄັນຂອງການຮ່ວມມືພັດທະນາຊັບພະຍາກອນມະນຸດ, ການນຳສອງທ່ານ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຂົງເຂດສຳຄັນນີ້.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນປະຕິບັດສົນທິສັນຍາ, ສັນຍາ ແລະຂໍ້ຕົກລົງທີ່ກ່ຽວຂ້ອງເຖິງຊາຍແດນທີ່ສອງປະເທດໄດ້ລົງນາມ; ເພີ່ມທະວີການຮ່ວມມືສະກັດກັ້ນການຄ້າມະນຸດ ແລະການຂົນສົ່ງຢາເສບຕິດຂ້າມຊາຍແດນ; ເນັ້ນໜັກເຖິງການສືບຕໍ່ສົມທົບກັນແກ້ໄຂບັນຫາທີ່ເກີດຂຶ້ນບົນຈິດໃຈສາມັກຄີ, ມິດຕະພາບ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ພົບປະເຈລະຈາກັບທ່ານ Samdech Moha Bovor Thipadei Hun Manet ນາຍົກລັດຖະມົນຕີກໍາປູເຈຍ. ພາບ: ສໍານັກ ຂ່າວສານຫວຽດນາມ

ກ່ຽວກັບການຮ່ວມມືຢູ່ພາກພື້ນ ແລະສາກົນ, ສອງຝ່າຍເຫັນດີເປັນເອກະພາບສະໜັບສະໜູນລາວ ປະຕິບັດສຳເລັດບົດບາດເປັນປະທານອາຊຽນປີ 2024 ແລະສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) 2024; ຊຸກຍູ້ການຮ່ວມມືສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແລະອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ; ຮ່ວມມືໃນການຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນນ້ຳແມ່ນ້ຳຂອງແບບຍືນຍົງເພື່ອຜົນປະໂຫຍດຂອງປະຊາຄົມໃນເຂດອ່າງແມ່ນ້ຳ, ເພື່ອອະນາຄົດຂອງຄົນລຸ້ນຫຼັງ ແລະເພື່ອຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງບັນດາປະເທດແຄມທະເລ.

ປັບປຸງລະບົບກົດໝາຍໃຫ້ການເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ

ຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ໂຕເລິມ ໄດ້ມີການພົບປະກັບທ່ານນາງ Khuon Sudary ປະທານສະພາແຫ່ງຊາດກຳປູເຈຍ. ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາສູງການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນການຜັນຂະຫຍາຍຂໍ້ຕົກລົງການຮ່ວມມືທີ່ໄດ້ລົງນາມເມື່ອເດືອນພະຈິກ 2022 ກໍ່ຄືໃນການຮ່ວມມືກັບສະພາແຫ່ງຊາດລາວ ເພື່ອຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 1 ຂອງສະພາແຫ່ງຊາດ ສາມປະເທດສຳເລັດຜົນໃນເດືອນທັນວາ 2023, ສ້າງພື້ນຖານນໍາການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ສາມປະເທດໃຫ້ພັດທະນາຢ່າງແຮງ, ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີສະໜິດຕິດພັນລະຫວ່າງສາມປະເທດ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ພົບປະກັບທ່ານນາງ Khuon Sudary ປະທານສະພາແຫ່ງຊາດກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳສອງທ່ານ ເນັ້ນໜັກວ່າຄວນສືບຕໍ່ຮັກສາ, ປັບປຸງ ແລະເສີມຂະຫຍາຍການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະເຄົາລົບເຊິ່ງກັນ ແລະກັນ, ເພື່ອຜົນປະໂຫດຂອງປະຊາຊົນສອງປະເທດ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນເປັນປະຈຳໃນທຸກຊ່ອງທາງ, ໃນນັ້ນມີລັດຖະສະພາ; ສືບຕໍ່ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດສອງປະເທດໃນການຊຸກຍູ້ການພົວພັນສອງຝ່າຍ, ເປັນຕົ້ນແມ່ນໃນການກໍ່ສ້າງລະບອບລະບຽບການ, ປັບປຸງລະບົບກົດໝາຍໃຫ້ແກ່ການເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ເປີດກວ້າງການຮ່ວມມືດ້ານການສຶກສາ-ກໍ່ສ້າງ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໂຕເລິມ ສະເໜີໃຫ້ ກໍາປູເຈຍ ສືບຕໍ່ເອົາໃຈໃສ່, ແກ້ໄຂຄວາມຫຍຸ້ງຍາກໃຫ້ຄົນເຊື້ອຊາດຫວຽດນາມ ຢູ່ກໍາປູເຈຍ, ໃນນັ້ນມີການເຂົ້າສັນຊາດ; ພ້ອມທັງສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ພວມລົງທຶນ ແລະດຳເນີນທຸລະກິດຢູ່ກໍາປູເຈຍ.

ໂດຍ: ເຈິ່ນຮວ່ຽນ