ທ່ານປະທານປະເທດ ໄດ້ຢ້ຽມຢາມຖາມຂ່າວປະຊາຊົນດ້ວຍຄວາມອົບອຸ່ນ ແລະຢືນຢັນວ່າ ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງຍາດຕິພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ; ຫວັງວ່າ ປະຊາຊົນຍາມໃດກໍ່ຈະສາມັກຄີກັນ, ໜູນຊ່ວຍເຊິ່ງກັນ ແລະກັນໃນການດຳເນີນທຸລະກິດ, ດຳລົງຊີວິດ, ປະຕິບັດກົດໝາຍປະເທດປະຈໍາຖິ່ນ, ພ້ອມທັງເປັນຂົວເຊື່ອມຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ - ລາວ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ພ້ອມກັບພະນັກງານ, ລັດຖະກອນສະຖານທູດ ແລະຊາວຫວຽດນາມ ອາໄສຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ຊີ້ແຈ້ງວ່າ, ການພົວພັນ ຫວຽດນາມ - ລາວ ນັບມື້ນັບດີງາມ ແລະສະໜິດແໜ້ນຂຶ້ນເລື້ອຍໆບົນພື້ນຖານມູນເຊື້ອທີ່ມີມາແຕ່ດົນນານ, ໄດ້ຮັບການເພີ່ມພູນຄູນສ້າງ, ປະກອບສ່ວນກໍ່ສ້າງ ແລະນັບມື້ນັບພັດທະນາຈາກຊາວຫວຽດນາມ ຫຼາຍລຸ້ນຄົນ. ນີ້ແມ່ນບັນດາປະຖົມປັດໄຈສຳຄັນທີ່ສຸດໃຫ້ແກ່ການມີສະຖຽນລະພາບ ແລະການພັດທະນາຂອງສອງປະເທດ. ສະນັ້ນ, ພັກ, ລັດ ແລະປະຊາຊົນລ້ວນແຕ່ມີຄວາມຮັບຜິດຊອບໃນການກໍ່ສ້າງ, ເພີ່ມພູນຄູນສ້າງ, ຮັກສາ, ປັບປຸງ ແລະພັດທະນາສາຍພົວພັນແບບພິເສດນີ້.

ທ່ານປະທານປະເທດ ສະເໜີໃຫ້ບັນດາອົງການຕາງໜ້າຫວຽດນາມ ປະຈຳ ລາວ ສືບຕໍ່ເຮັດວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ເປັນຢ່າງດີ, ພິເສດແມ່ນໃນການເບິ່ງແຍງດູແລ, ໜູນຊ່ວຍປະຊາຊົນເຊື່ອມຕົວ ແລະຈັດຕັ້ງບັນດາການເຄື່ອນໄຫວເພື່ອແນໃສ່ປັບປຸງ ແລະຮັດແໜ້ນນ້ຳໃຈສາມັກຄີໃນວົງຄະນະຍາດ, ກໍ່ຄືເພີ່ມທະວີປັບປຸງການເຊື່ອມຕໍ່ລະຫວ່າງປະຊາຊົນຢູ່ຕ່າງປະເທດ ແລະພາຍໃນປະເທດ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ມອບເງິນ 10.000 ໂດລາສະຫະລັດ ໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ເພື່ອປະກອບສ່ວນປັບປຸງພື້ນຖານວັດຖຸ, ຈັດຕັ້ງການເຄື່ອນໄຫວໃຫ້ແກ່ປະຊາຊົນວົງຄະນະຍາດ.

ນີ້ກໍ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານປະທານປະເທດຫວຽດນາມ ໃນການຢ້ຽມຢາມລາວ. ຕອນບ່າຍວັນທີ 12 ກໍລະກົດ, ທ່ານປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປເຖິງນະຄອນຫຼວງພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ.

ໂດຍ: ຈາງຫງວຽນ