ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ ບັນດາກະຊວງ, ຂະແໜງການຂອງຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຂອງທ່ານ Vladimir Putin ປະທານາທິບໍດີ ລັດເຊຍ, ແຕ່ວັນທີ 19 ຫາວັນທີ 20 ມິຖຸນາ, ຕາມຄໍາເຊີນຂອງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ປະຊຸມທາງອອນລາຍກັບ ທ່ານ Dmitry Chernyshenko ຮອງນາຍົກລັດຖະມົນຕີ ລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ຮອງນາຍົກລັດຖະມົນຕີ ສອງທ່ານ ໄດ້ຫວນຄືນສະພາບການຮ່ວມມື ແລະຕີລາຄາບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນບົດບັນທຶກກອງປະຊຸມ ຄັ້ງທີ 24 ຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ (ເດືອນເມສາ ປີ 2023); ເຫັນດີເປັນເອກະພາບພ້ອມກັນມານະພະຍາຍາມ ສະເໜີບັນດາມາດຕະການ ເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືສອງຝ່າຍ, ບົນພື້ນຖານການຕອບສະໜອງຜົນປະໂຫຍດຂອງແຕ່ລະປະເທດ ແລະການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ.

ຮອງນາຍົກລັດຖະມົນຕີ ສອງທ່ານ ຢັ້ງຢືນວ່າ ຈະຊີ້ນໍາບັນດາກະຊວງ, ຂະແໜງການຂອງສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 25 ຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ ໃຫ້ເປັນຢ່າງດີ, ຄາດວ່າຈະດໍາເນີນໃນປີ 2024.

ໂດຍ: ໄຊຊະນະ