leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເປັນປະທານກອງປະຊຸມ. ພາບ: ກະຊວງການຕ່າງປະເທດ

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຂໍ້ສັງເກດວ່າ: ໂລກພວມຢືນຢູ່ຕໍ່ໜ້າບາດລ້ຽວຫັນປ່ຽນໄປສູ່ສະພາວະການໃໝ່, ຫຼາຍຂົ້ົ້ວ, ຫຼາຍຈຸດສູມ, ຫຼາຍຊັ້ນຫຼາຍຫຼືບ. ໃນນັ້ນ, ການແຂ່ງຂັນຍາດຊິງທາງດ້ານພູມສາດຍຸດທະສາດມີຄວາມຮຸນແຮງຂຶ້ນກວ່າເກົ່າ, ບັນດາຈຸດເຄັ່ງຮ້ອນມີຄວາມສັບສົນຫຼາຍຂຶ້ນ, ສິ່ງທ້າທາຍດ້ານຄວາມໝັ້ນຄົງບໍ່ເປັນການທະຫານ ແລະເປັນການທະການຈະແຈ້ງກວ່າ. ໃນສະພາບການນັ້ນ, ບັນດາປະເທດໄດ້ເຊີດຊູການທູດວັດທະນະທຳເປັນເຄື່ອງມືທີ່ມີປະສິດທິຜົນໃນການຫຼຸດຜ່ອນຄວາມບໍ່ລົງລອຍກັນ, ເພີ່ມທະວີຄວາມເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມື. ດ້ວຍຖານະທີ່ຕັ້ງ ແລະກໍາລັງແຮງໃໝ່ພ້ອມກັບຄວາມຮຽກຮ້ອງຕ້ອງການຂອງປະເທດໃນສະພາບການໃໝ່, ຍິ່ງກວ່າເວລາໃດໝົດ, ການທູດ ວັດທະນະທຳຕ້ອງວາງຢູ່ລະດັບດຽວກັນກັບການທູດທາງດ້ານການເມືອງ ແລະການທູດເສດຖະກິດຢ່າງແທ້ຈິງ, ປະກອບສ່ວນຜັນຂະຫຍາຍນະໂຍບາຍການຕ່າງປະເທດປະສົບຜົນສຳເລັດ, ຮັບໃຊ້ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຢ່າງວ່ອງໄວ ແລະຍືນຍົງຂອງປະເທດ, ພ້ອມທັງຍົກສູງຖານະທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດຊາດ.

leftcenterrightdel
 
leftcenterrightdel
ກອງປະຊຸມດໍາເນີນຕາມຮູບແບບໂດຍກົງສົມທົບກັບທາງອອນລາຍ. ພາບ: ກະຊວງການຕ່າງປະເທດ

ການທູດວັດທະນະທຳແມ່ນພາກສ່ວນປະກອບສໍາຄັນຂອງພື້ນຖານການທູດຫວຽດນາມ ຮອບດ້ານ ແລະທັນສະໄໝ, ໃນນັ້ນການທູດທາງການເມືອງແມ່ນຕົ້ນຕໍ, ການທູດເສດຖະກິດແມ່ນການບຸກທະລຸ, ການທູດວັດທະນະທຳແມ່ນພື້ນຖານດ້ານຈິດໃຈທີ່ສ້າງສີສັນຂອງການທູດຫວຽດນາມ. ດ້ວຍທິດນໍາທີ່ວ່າ “ການທູດວັດທະນະທຳຖືເອົາທ້ອງຖິ່ນ, ປະຊາຊົນ, ວິສາຫະກິດເປັນໃຈກາງ” ແລະວຽກງານການທູດວັດທະນະທຳແມ່ນຂະບວນການທີ່ປົກກະຕິ ແລະຕໍ່ເນື່ອງ, ແມ່ນໜ້າທີ່ຂອງທັງລະບົບການເມືອງ.

ໂດຍ: ທະນາພອນ