ທີ່ການພົບປະ, ທ່ານນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າ ມາເລເຊຍ ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ, ພິເສດແມ່ນດ້ານການຄ້າ ແລະການລົງທຶນ. ບັນດາວິສາຫະກິດມາເລເຊຍ ນັບມື້ນັບເຂົ້າຮ່ວມການລົງທຶນຢູ່ຫວຽດນາມ ຫຼາຍຂຶ້ນ ແລະມີປະສິດທິຜົນກວ່າອີກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Zafrul Abdul Aziz ລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະອຸດສາຫະກຳມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຖືວ່າ, ທ່າແຮງບົ່ມຊ້ອນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງ 2 ປະເທດແມ່ນໃຫຍ່ຫຼວງຢູ່, ເປົ້າໝາຍວົງເງິນການຄ້າ 20 ຕື້ໂດລາສະຫະລັດໃນຊຸມປີຈະມາເຖິງແມ່ນເປັນໄປໄດ້; ສະເໜີໃຫ້ສອງປະເທດສືບຕໍ່ເສີມຂະຫຍາຍທ່າແຮງທີ່ມີລັກສະນາໜູນຊ່ວຍກັນຂອງສອງພື້ນຖານເສດຖະກິດ, ຄົ້ນຄວ້າ ແລະຊອກຫາມາດຕະການສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງ 2 ປະເທດ ກໍ່ຄືເຂົ້າຮ່ວມໃນລະບົບຮ່ວມສຳພັນ ແລະການສະໜອງທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ຝ່າຍມາເລເຊຍ ສ້າງເງື່ອນໄຂສະດວກໃຫ້ສິນຄ້າຫວຽດນາມ ແຊກແຊງເຂົ້າຕະຫຼາດມາເລເຊຍ ໄດ້ດີກວ່າອີກ, ພິເສດແມ່ນບັນດາຜະລິດຕະພັນກະເສດປຸງແຕ່ງ, ສິນໃນນໍ້າ, ສະບຽງອາຫານ; ຮ່ວມມື ແລະໜູນຊ່ວຍຫວຽດນາມ ພັດທະນາຂະແໜງອຸດສາຫະກຳ Halal ແລະຊຸກຍູ້ບັນດາວິສາຫະກິດມາເລເຊຍ ມາລົງທຶນຢູ່ຫວຽດນາມ ໃນຂົງເຂດນີ້, ກໍ່ຄືບັນດາຂົງເຂດຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ພະລັງງານສະອາດ, ການສົ່ງອອກພະລັງງານໄຟຟ້າແຮງລົມ; ຊຸກຍູ້ການຮ່ວມມືໃນຂົງເຂດທີ່ຫາກໍ່ພົ້ນເດັ່ນຂຶ້ນ ຄື ປ່ຽນແປງໃໝ່ປະດິດຄິດສ້າງ, ປັນຍາປະດິດ, ຮັບປະກັນຄວາມປອດໄພເຄືອຂ່າຍອິນເຕີເນັດ...

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ແກ້ໄຂການຂັດແຍ່ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນກົດບັດສະຫະປະຊາຊາດ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍຍທະເລປີ 1982 (UNCLOS 1982); ທ່ານໃຫ້ຮູ້ວ່າ, ຫວຽດນາມ ສະໜັບສະໜູນບົດບາດປະທານອາຊຽນ ໃນປີ 2025 ຂອງມາເລເຊຍ ແລະສະເໜີຝ່າຍ ມາເລເຊຍ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອຍົກເລີກ “ບັດເຫຼືອງ” ຂອງ IUU.

ເຫັນດີກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີຫວຽດນາມ, ທ່ານ Zafrul Abdul Aziz ໃຫ້ຮູ້ວ່າ: ຝ່າຍມາເລເຊຍ ມີຄວາມຄອງຄອຍ ແລະຕັ້ງຄວາມຫວັງຕໍ່ການຮ່ວມມືກັບຫວຽດນາມ, ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງກວ່າອີກ. ທ່ານລັດຖະມົນຕີ ຢືນຢັນວ່າ: ມາເລເຊຍ ຍາມໃດກໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະມາເລເຊຍ ຫວັງວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນມາເລເຊຍ ໃນບົດບາດເປັນປະທານອາຊຽນ ໃນປີ 2025.

ໂດຍ: ທະນາພອນ