ດ້ວຍຫຼາຍຈຸດທີ່ຄ້າຍຄືກັນ, ສອງປະເທດຍາມໃດກໍ່ມີຄວາມໃກ້ຊິດ, ສະໜິດຕິດພັນ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

leftcenterrightdel
ທີ່ກອງປະຊຸມປະຈຳປີ ຄັ້ງທີ 18 ຂອງຄະນະກຳມະການປະສົມ ຫວຽດນາມ-ກຳປູເຈຍ, ຜູ້ຕາງໜ້າການນຳສອງປະເທດໄດ້ເປັນປະທານພິທີແລກປ່ຽນເອກະສານໃຫ້ສັດຕະຍາບັນສົນທິສັນຍາສະບັບເພີ່ມເຕີມປີ 2019 ແລະອະນຸສັນຍາວ່າດ້ວຍການຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງ ສສ ຫວຽດນາມ ແລະລາຊະອານາຈັກກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອຫວນຄືນປະຫວັດສາດ, ວັນທີ 23 ມິຖຸນາ 1967, ໃນໂທລະເລກທີ່ສົ່ງເຖິງພະມະຫາກະສັດ Norodom Sihanouk, ປະທານໂຮ່ຈີມິນ ໄດ້ຂຽນວ່າ: “ການສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດພວກເຮົາແມ່ນສັນຍາລັກອັນຮຸ່ງເຮືອງເຫຼືອງເຫຼືອມແຫ່ງນໍ້າໃຈມິດຕະພາບອັນສະໜິດສະໜົມສາມັກຄີຕໍ່ສູ້. ນັ້ນແມ່ນເຫດການປະຫວັດສາດທີ່ມີຄວາມສຳຄັນລະຫວ່າງຫວຽດນາມ ແລະກຳປູເຈຍ, ແມ່ນປັດໄຈທີ່ຕັ້ງໜ້າໃນການຮັກສາສັນຕິພາບຢູ່ອິນດູຈີນ ແລະອາຊີຕາເວັນອອກສ່ຽງໃຕ້”; ແລະຫຼັງຈາກນັ້ນພຽງໜຶ່ງວັນ, ວັນທີ 24 ມິຖຸນາ 1967, ຫວຽດນາມ-ກຳປູເຈຍ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການຂຶ້ນ, ເປີດໜ້າໃໝ່ໃນປະຫວັດສາດແຫ່ງການພົວພັນມິດຕະພາບລະຫວ່າງສອງປະເທດ.

ເພື່ອແນໃສ່ກໍານົດທິດໃຫ້ແກ່ການພົວພັນລະຫວ່າງສອງປະເທດ, ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ຫວຽດນາມ ແລະກຳປູເຈຍ ໄດ້ກຳນົດວ່າ ການພົວພັນດ້ານການເມືອງ ແລະການທູດມີບົດບາດຫຼັກແຫຼ່ງ, ກຳນົດທິດລວມໃຫ້ແກ່ການພົວພັນລະຫວ່າງສອງປະເທດ. 2 ໄດ້ຝ່າຍຮັກສາ ແລະເສີມຂະຫຍາຍບັນດາກົນໄກຮ່ວມມືຜ່ານການເພີ່ມທະວີການແລກປ່ຽນການຢ້ຽມຢາມ, ພົບປະລະຫວ່າງການນຳຂັ້ນສູງ ແລະທຸກຂັ້ນຢ່າງມີປະສິດທິຜົນ; ໄດ້ລົງນາມໃນເອກະສານຮ່ວມມືຫຼາຍສະບັບເພື່ອເປັນພື້ນຖານໃຫ້ແກ່ການພັດທະນາການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ຕາມທ່ານ Sok Chenda Sophea ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ ແລ້ວ, ນັບແຕ່ຂຶ້ນຮັບຕຳແໜ່ງໃໝ່, ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ມີການພົບປະກັບບັນດາການນຳຂັ້ນສູງຫວຽດນາມ ຫຼາຍຄັ້ງ, ເນື່ອງໃນໂອກາດເຂົ້າຮ່ວມບັນດາເວທີປາໄສ, ກອງປະຊຸມພາກພື້ນ ແລະສາກົນ. “ການພົວພັນອັນດີງາມລະຫວ່າງກຳປູເຈຍ ແລະຫວຽດນາມ ໄດ້ສະແດງອອກໃຫ້ເຫັນໃນຫຼາຍຂົງເຂດ. ທໍາອິດ, ພວກເຮົາເຫັນວ່າ ການນຳຂັ້ນສູງຂອງສອງປະເທດມີການແລກປ່ຽນຄະນະຜູ້ແທນເປັນປະຈຳ. ໃນລັດຖະບານສະໄໝທີ VII  ນີ້, ທ່ານ Hun Manet ນາຍົກລັດຖະມົນຕີ ແລະທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັນ 6 ຄັ້ງໃນ 9 ເດືອນ. ທີ່ການພົບປະຄັ້ງນີ້, ການນຳຂອງສອງປະເທດໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ ແລະທັດສະນະຂອງແຕ່ລະປະເທດ. ນອກຈາກນັ້ນ, ການນຳບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນກໍ່ມີການພົບປະແລກປ່ຽນເຊິ່ງກັນ ແລະກັນເປັນປະຈຳ”.

ດ້ວຍພື້ນຖານການພົວພັນທາງການເມືອງອັນດີງາມ, ບັນດາຂົງເຂດການຮ່ວມມືອື່ນ ທັງສອງຝ່າຍກໍ່ໄດ້ສືບຕໍ່ຊຸກຍູ້ໃຫ້ເຂົ້າສູ່ແທດຈິງກວ່າອີກ. ພິເສດ, ການພົວພັນຮ່ວມມືລະຫວ່າງປະຊາຊົນສອງປະເທດໄດ້ຮັບການຊຸກຍູ້ຢ່າງຮອບດ້ານ. ບັນດາກົນໄກຮ່ວມມືທີ່ພົ້ນເດັ່ນລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ, ສະຫະພັນແມ່ຍິງຫວຽດນາມ ແລະສະຫະພັນແມ່ຍິງກຳປູເຈຍ ເພື່ອສັນຕິພາບ ແລະພັດທະນາ, ... ບັນລຸໄດ້ຫຼາຍໝາກຜົນທີ່ແທດຈິງ, ຈາກນັ້ນໄດ້ຮັດແໜ້ນນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນສອງປະເທດ.

ການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງປະເທດສືບຕໍ່ໄດ້ຮັບການຊຸກຍູ້, ນັບມື້ນັບແໜ້ນແຟ້ນ, ແທດຈິງ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ ແລະການພັດທະນາຂອງແຕ່ລະປະເທດ.

ຫວຽດນາມ ແລະກຳປູເຈຍ ມີຊາຍແດນທາງບົກຍາວ 1.258 ກິໂລແມັດ. ເພື່ອແນໃສ່ຊຸກຍູ້ການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງ, 2 ຝ່າຍໄດ້ສຳເລັດການຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກໄດ້ 84% ແລະພວມມານະພະຍາຍາມເຈລະຈາ, ແກ້ໄຂສ່ວນທີ່ຍັງເຫຼືອ 16%.

ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດ. ປະຈຸບັນ ຫວຽດນາມ ແມ່ນຄູ່ການຄ້າໃຫຍ່ອັນດັບ 3 ຂອງກຳປູເຈຍ ແລະແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງກຳປູເຈຍ ໃນອາຊຽນ.

ປະຈຸບັນ, ຫວຽດນາມ ໄດ້ມີການເຄື່ອນໄຫວລົງທຶນ ຢູ່ 18/25 ແຂວງ, ນະຄອນ ຂອງກຳປູເຈຍ, ສຸມໃສ່ບັນດາຂົງເຂດຫຼັກແຫຼ່ງ ຄື: ກະສິກຳ, ໂທລະຄົມມະນາຄົມ, ທະນາຄານ, ...

ບັນດາຂົງເຂດຮ່ວມມືຄື: ການສຶກສາ, ບຳລຸງສ້າງ, ການຄົມມະນາຄົມຂົນສົ່ງ, ວັດທະນະທຳ, ສາທາລະນະສຸກ, ໂທລະຄົມມະນາຄົມ... ກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະຍູ້ແຮງຈາກ 2 ປະເທດ. ແຕ່ລະປີ, ຫວຽດນາມ ໃຫ້ທຶນການສຶກສາໄລຍະຍາວນັບຮ້ອຍທຶນໃຫ້ແກ່ນັກສຶກສາກຳປູເຈຍ ໄປຮຽນຢູ່ຫວຽດນາມ ແລະຈຳນວນນັກສຶກສາຫວຽດນາມ ໄປຮຽນຢູ່ ກຳປູເຈຍ ກໍ່ນັບມື້ນັບເພີ່ມຂຶ້ນ. ຫວຽດນາມ ໄດ້ຈັດຕັ້ງຄະນະແພດໝໍອາສາສະໝັກເພື່ອກວດ ແລະປິ່ນປົວພະຍາດໃຫ້ປະຊາຊົນກຳປູເຈຍ ໂດຍບໍ່ເສຍຄ່າເປັນປະຈຳ.

ໃນເວທີສົນທະນາສາກົນ, ພາກພື້ນ ແລະອະນຸພາກພື້ນ, ໂດຍສະເພາະແມ່ນສະຫະປະຊາຊາດ, ອາຊຽນ ແລະບັນດາກົນໄກໂດຍອາຊຽນ ນໍາພາ, ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນ ແລະໃນໂລກ, ພ້ອມທັງປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະທີ່ຕັ້ງຂອງແຕ່ລະປະເທດໃນເວທີສາກົນ.

ພາຍຫຼັງ 57 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດຢ່າງເປັນທາງການ, ກຳປູເຈຍ ແລະຫວຽດນາມ ບັນລຸໄດ້ລະດັບສູງໃໝ່, ເລິກເຊິ່ງ ແລະສະເໝີຕົ້ນສະເໝີປາຍໃນທຸກຂົງເຂດ. ສາຍພົວພັນອັນດີງາມນັ້ນໄດ້ກາຍເປັນຊັບສົມບັດອັນລ້ຳຄ່າຂອງປະຊາຊົນສອງປະເທດ. 2 ປະເທດຈະຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະການພັດທະນາຂອງແຕ່ລະປະເທດກໍ່ຄືຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ