ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ອາເມລິກາ ແມ່ນຄູ່ຮ່ວມມືຍຸດທະສາດທີ່ສໍາຄັນ ແລະພ້ອມແລ້ວທີ່ຈະພ້ອມກັບອາເມລິກາ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ພັດທະນາຢ່າງມີປະສິດທິຜົນ, ເປັນປົກກະຕິ, ແທດຈິງ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບການເມືອງຂອງກັນ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ. ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ອາເມລິກາ ເພີ່ມທະວີການຮ່ວມມືກັບພາກພື້ນ ເພື່ອແນໃສ່ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ກໍຄືຢູ່ໃນໂລກ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Daniel Kritenbrink ກໍ່ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຂອງອາເມລິກາ ທີ່ສະໜັບສະໜູນປະເທດຫວຽດນາມ ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນ. ທ່ານ Daniel Kritenbrink ຕີລາຄາວ່າ ການຢ້ຽມຢາມ ອາເມລິກາ ຂອງທ່ານ ບຸ່ຍແທັງເຊີນ ເນື່ອງໃນໂອກາດເປັນປະທານຮ່ວມການເຈລະຈາຂັ້ນລັດຖະມົນຕີການຕ່າງປະເທດສອງປະເທດ ແມ່ນບາດກ້າວສໍາຄັນເພື່ອຫັນບັນດາເນື້ອໃນຮ່ວມມືຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເປັນລະອຽດ. ນອກຈາກນີ້, ທ່ານ ກໍຢັ້ງຢືນວ່າ ອາເມລິກາ ຊົມເຊີຍ ແລະຕີລາຄາສູງເລື່ອງຫວຽດນາມ ຮັບພາລະບົດບາດນັບມື້ນັບສໍາຄັນທີ່ບັນດາເວທີປາໄສຫຼາຍຝ່າຍ ແລະພາກພື້ນ; ເນັ້ນໜັກວ່າ ອາເມລິກາ ຖືເປັນສໍາຄັນ ແລະສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ ແລະຈະສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ອາເມລິກາ ແລະການພົວພັນຄູ່ຮ່ວມມື ແມ່ນໍ້າຂອງ - ອາເມລິກາ.

ໂອກາດນີ້, ທ່ານ ບຸ່ຍແທັງເຊີນ ແລະທ່ານ Daniel Kritenbrink ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການລະອຽດ ເພື່ອຜັນຂະຫຍາຍຂອບເຂດການພົວພັນໃໝ່ໃນຕໍ່ໜ້າຢ່າງມີປະສິດທິຜົນ, ໃນນັ້ນເຫັນດີເປັນເອກະພາບຕໍ່ການເພີ່ມທະວີການພົບປະ ແລະແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັກສາທ່າພັດທະນາຂອງການຮ່ວມມືເສດຖະກິດ-ການຄ້າ-ການລົງທຶນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ..., ພ້ອມທັງຊຸກຍູ້ບັນດາຂົງເຂດຮ່ວມມື ທີ່ຫາກໍ່ພົ້ນເດັ່ນ ຄື ການປ່ຽນແປງໃໝ່ປະດິດສ້າງ, Semiconductor, ການຫັນປ່ຽນພະລັງງານສະອາດ.

ສອງຝ່າຍ ຍັງໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງ ຝ່າຍຕ່າງມີຄວາມສົນໃຈ ແລະເນັ້ນໜັກເຖິງຄວາມສໍາຄັນຂອງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ, ຕັ້ງໜ້າປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ.

ໂດຍ: ໄຊຊະນະ