leftcenterrightdel
ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ຕອບສຳພາດຕໍ່ນັກຂ່າວ. ພາບ: ສຳນັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ນັກຂ່າວປະຈໍານະຄອນຫຼວງປັກກິ່ງ ໄດ້ສຳພາດທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ກ່ຽວກັບຄວາມໝາຍຂອງການປະຕິບັດງານ ແລະການເຮັດວຽກຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ຂໍທ່ານໃຫ້ຮູ້ຈຸດປະສົງ ແລະຄວາມໝາຍຂອງການເຂົ້າຮ່ວມ WEF Dalian ແລະການເຮັດວຽກຢູ່ ສປ ຈີນ ໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ?

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: WEF Dalian ໃນປີນີ້ແມ່ນໜຶ່ງໃນບັນດາເຫດການສຳຄັນທີ່ສຸດຂອງພາກພື້ນອາຊີ - ປາຊີຟິກ.

ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮັບຄຳເຊີນເຂົ້າຮ່ວມກອງປະຊຸມໃນ 2 ປີຢ່າງລຽນຕິດ ໄດ້ສະແດງໃຫ້ເຫັນຄວາມເຄົາລົບ ແລະຕີລາຄາສູງຂອງ WEF ແລະປະຊາຄົມວິສາຫະກິດສາກົນທີ່ມີຕໍ່ຖານະບົດບາດ ແລະການປະກອບສ່ວນຂອງຫວຽດນາມ ໃນການເຕີບໂຕເສດຖະກິດທົ່ວໂລກ ແລະພາກພື້ນ.

ການຢ້ຽມຢາມທາງລັດຖະກິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຄັ້ງນີ້ມີຄວາມໝາຍສຳຄັນ ຄື: ທີ່ໜຶ່ງ, ຜ່ານການພົບປະກັບບັນດາການນຳ, ວົງການວາງແຜນກຳນົດນະໂຍບາຍ ແລະປະຊາຄົມວິສາຫະກິດທົ່ວໂລກ, ການເຂົ້າຮ່ວມ WEF ຂອງນາຍົກລັດຖະມົນຕີ ໄດ້ເປີດກາລະໂອກາດພົວພັນ ແລະເຊື່ອມໂຍງເສດຖະກິດຫວຽດນາມ ກັບເສດຖະກິດໂລກ, ແມ່ນໂອກາດ ເພື່ອໃຫ້ຫວຽດນາມ ແນະນຳບັນດາຜົນງານພັດທະນາເສດຖະກິດ - ສັງຄົມທີ່ພົ້ນເດັ່ນໃນຊຸມປີຜ່ານມາໃຫ້ທົ່ວໂລກ, ສະແດງໃຫ້ເຫັນພາບພົດຂອງຫວຽດນາມ ແມ່ນຂະຫຍັນຂັນເຄື່ອນ, ເຊື່ອມໂຫຍງຢ່າງຕັ້ງໜ້າ, ໝັ້ນໃຈ ແລະມີຄວາມດຶງດູດບັນດາກຸ່ມບໍລິສັດທົ່ວໂລກ, ຜ່ານນັ້ນຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ດຶງດູດແຫຼ່ງກຳລັງ ເພື່ອພັດທະນາປະເທດ.

ທີສອງ, ຜ່ານກອງປະຊຸມຄັ້ງນີ້, ຫວຽດນາມ ສາມາດກຳແໜ້ນບັນດາບັນຫາ ແລະທ່າອ່ຽງໃໝ່ຂອງພື້ນຖານເສດຖະກິດໂລກ; ພ້ອມກັນແລກປ່ຽນກ່ຽວກັບ ຈີນຕະນາການພັດທະນາ ແລະຄຸ້ມຄອງຢູ່ລະດັບຊາດ ແລະ ທົວໂລກ; ປະກອບສ່ວນແກ້ໄຂບັນຫາລວມຂອງໂລກ...

ທີສາມ, ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ຫວຽດນາມ ເພີ່ມທະວີການແລກປ່ຽນ ແລະຊຸກຍູ້ການພົວພັນກັບບັນດາປະເທດ, ຄູ່ຮ່ວມມື ແລະບັນດາອົງການສາກົນ, ຍົກສູງທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດຊາດກວ່າອີກ, ຢືນຢັນບົດບາດເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ປະກອບສ່ວນຜັນຂະຫຍາຍປະສິດທິຜົນແນວທາງຜົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີປະສິດທິຜົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ. ພາບ: ສຳນັກຂ່າວສານຫວຽດນາມ

ທີສີ່, ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ແລະຄູ່ຮ່ວມມືກັບ WEF ຕາມທິດນັບມື້ນັບແທດຈິງ ບົນພື້ນຖານບົດບັນທຶກຊ່ວຍຈຳການຮ່ວມມືຫວຽດນາມ - WEF ໄລຍະ 2023-2026, ຍູ້ແຮງການຮ່ວມມືກັບບັນດາວິສາຫະກິດທີ່ເປັນສະມາຊິກຂອງ WEF ໃນບັນດາຂົງເຂດເຊັ່ນ: ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ...

ນັກຂ່າວ: ສະພາບການ ແລະໂຄງການດໍາເນີນງານຂອງ WEF Dalian ໃນປີນີ້ມີຈຸດພິເສດຄືແນວໃດ? ການນຳລັດຖະບານຫວຽດນາມ ຈະເຂົ້າຮ່ວມ ແລະປະກອບສ່ວນຄືແນວໃດໃນກອງປະຊຸມຄັ້ງນີ້, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ:  ກອງປະຊຸມ WEF Dalian ດຳເນີນໄປໃນສະພາບທີ່ເສດຖະກິດໂລກຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະການເຕີບໂຕຟື້ນຕົວຢ່າງຊັກຊ້າ. ພາກພື້ນອາຊີ-ປາຊີຟິກ ສືບຕໍ່ເປັນຈຸດພົ້ນເດັ່ນທີ່ຂະຫຍັນຂັນເຄື່ອນໃນຮູບການເສດຖະກິດໂລກ ດ້ວຍຄວາມຫວັງຊຸກຍູ້ 2/3 ລະດັບເຕີບໂຕໃນທົ່ວໂລກ, ແຕ່ຍັງຕໍ່ໜ້າຄວາມສ່ຽງບາງຢ່າງ ຍ້ອນເສດຖະກິດໂລກແບ່ງແຍກ, ລະບົບຕ່ອງໂສ້ການສະໜອງຖືກຂາດວັກຂາດຕອນ, ຄວາມເຄັ່ງຕຶງທາງດ້ານພູມສາດການເມືອງ ແລະແກ່ງແຍ້ງຂອງປະເທດໃຫຍ່.

ຫົວຂໍ້ WEF ປີນີ້ແມ່ນ “ຂອບຟ້າເຕີບໂຕໃໝ່” ດ້ວຍຈຸດສຸມແມ່ນແລກປ່ຽນ ແລະຊອກຫາທິດທາງໃຫ້ບັນດາກໍາລັງໜູນເຕີບໂຕໃໝ່, ບັນດາຂະຫໜງອຸດສາຫະກຳໃໝ່, ເສີມຂະຫຍາຍບົດບາດຂອງບັນດາ ວິສາຫະກິດ, ການເລີ່ມທຸລະກິດ ແລະປ່ຽນແປງໃໝ່ປະດິດສ້າງ ໃໝ່ ... ຄາດວ່າ 6 ຫົວຂໍ້ຈະໄດ້ປືກສາຫາລືທີ່ກອງປະຊຸມ ລວມມີ: (i) ກໍ່ສ້າງພື້ນຖານເສດຖະກິດທົ່ວໂລກໃໝ່; (ii) ຈິດໃຈດໍາເນີນທຸລະກິດໃນຍຸກສະໄໝ AI; (iii) ການເຊື່ອມຕໍ່ລະຫວ່າງດິນຟ້າອາກາດອາກາດ, ທໍາມະຊາດ ແລະພະລັງງານ; (iv) ບັນດາຂົງເຂດນຳໜ້າໃຫ້ບັນດາ ຂະແໜງ ອຸດສາຫະກໍາ; (v) ຈີນ ແລະໂລກ; (vi) ລົງທຶນເຂົ້າມະນຸດ.

ທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະມີບົດປາໄສພິເສດທີ່ວາລະປະຊຸມຄົບຄະນະ; ເປັນປະທານບາງວະລະປະຊຸມ ແລະເຈລະຈາກັບບັນດາກຸມບໍລິສັດເສດຖະກິດໃຫຍ່ ແລະບັນດາວິສາຫະກິດປ່ຽນແປງໃໝ່ປະດິດສ້າງກ່ຽວກັບບັນດາບັນຫາຄື: ກາລະໂອກາດຮ່ວມມື, ວິທີແກ້ໄຂໃໝ່ໃຫ້ບັນດາບັນຫາພັດທະນາທົ່ວໂລກ ແລະຍຸດທະສາດພັດທະນາເສດຖະກິດຫວຽດນາມ. ນອກນີ້, ທ່ານນາຍົກລັດຖະມົນຕີ ຈະມີການພົບປະສອງຝ່າຍກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ແລະກຸ່ມບໍລິສັດໃຫຍ່. ຂ້າພະເຈົ້າເຊື່ອໝັ້ນວ່າ ການເຂົ້າຮ່ວມ ແລະການປະກອບສ່ວນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈະປະກອບສ່ວນສຳຄັນທີ່ສຸດໃຫ້ແກ່ຜົນສຳເລັດລວມຂອງກອງປະຊຸມ.

ນັກຂ່າວ: ທ່ານມີຄວາມ ຫວັງໃດແດ່ຕໍ່ຜົນທີ່ບັນລຸໄດ້ລະຫວ່າງສອງຝ່າຍໃນການເຂົ້າຮ່ວມ WEF Dalian ແລະການເຮັດວຽກຢູ່ຈີນໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ; ຫວຽດນາມ ແລະຈີນ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີໜ້າ, ຕາມທ່ານເອກອັກຄະລັດຖະທູດແລ້ວ, ສອງຝ່າຍຄວນເຮັດແນວໃດ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ?

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ:  ນີ້ແມ່ນຄັ້ງທີ 2 ໃນ 2 ປີຢ່າງລຽນຕິດທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໄປຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມ WEF ຢູ່ຈີນ, ອັນໄດ້ສະແດງໃຫ້ເຫັນຄວາມນັບຖືຂອງພັກ ແລະລັດຖະບານຫວຽດນາມ ຕໍ່ການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ. ໃນສະພາບການພົວພັນລະຫວ່າງສອງພັກ, ສອງປະເທດພວມພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະຮອບດ້ານໃນປະຈຸບັນ, ການເຂົ້າຮ່ວມ WEF Dalian  ແລະເຮັດວຽກຢູ່ຈີນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ຈະແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງສອງປະເທດປຶກສາຫາລືກ່ຽວກັບບັນດາມາດຕະການລະອຽດ ເພື່ອສືບຕໍ່ຜັນຂະຫຍາຍຄວາມຮັບຮູ້ລວມເຊິ່ງການນຳຂັ້ນສູງຂອງສອງພັກ ແລະສອງປະເທດບັນລຸໄດ້ຢ່າງມີປະສິດທິຜົນ.

ປີ 2025 ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ, ແມ່ນໂອກາດທີ່ 2 ປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (ວັນທີ 18 ມັງກອນ 1950 – ວັນທີ 18 ມັງກອນ 2025). ໄລຍະຜ່ານມາ, ດ້ວຍຄວາມມານະພະຍາຍາມລວມຂອງສອງຝ່າຍ, ການພົວພັນຫວຽດນາມ - ຈີນ ໄດ້ຮັບການພັດທະນາຢ່າງໝັ້ນຄົງ, ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ.

ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງການພົວພັນຫວຽດນາມ - ຈີນ, ໃນໄລຍະຈະມາເຖິງ, 2 ປະເທດຕ້ອງຮັກສາການສົມທົບກັນຢ່າງແໜ້ນແຟ້ນໃນທຸກຂັ້ນ, ທຸກຊ່ອງທາງ, ໃນທຸກຂົງເຂດ, ເພີ່ມທະວີການກວດກາ ແລະຕີລາຄາສະພາບຜັນຂະຫຍາຍຄວາມຮັບຮູ້ລວມ ເຊິ່ງການນຳຂັ້ນສູງຂອງສອງພັກບັນລຸໄດ້, ຍູ້ແຮງ ແລະຍົກສູງຄຸນນະພາບການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ, ປະກອບສ່ວນຫັນບັນດາຜົນງານ, ເນື້ອແທ້ເປັນລະອຽດ, ນໍາການພົວພັນສອງພັກ, ສອງປະເທດຂຶ້ນສູ່ລະດັບສູງໃໝ່  ດ້ວຍ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງກວ່າ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແທດຈິງກວ່າ ...

ຂ້າພະເຈົ້າເຊື່ອໝັ້ນວ່າ ບົນພື້ນຖານບັນດາທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການ ແລະພື້ນຖານຂອງການພົວພັນສອງຝ່າຍທີ່ມີຢູ່ແລ້ວ, ດ້ວຍຄວາມຕັດສິນໃຈ ແລະຄວາມມານະພະຍາຍາມລວມຂອງສອງພັກ, ສອງປະເທດ ແລະປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຈະພັດທະນາຢ່າງແຮງໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ