leftcenterrightdel
ທ່ານ ດວ່ານຮົ່ງຟອງ ຫົວໜ້າອົງການກວດກາລັດຖະບານຫວຽດນາມ ແລະທ່ານ Hout Hak  ລັດຖະມົນຕີກະຊວງກວດກາກໍາປູເຈຍ. ພາບ: ສຳນັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຫົວໜ້າອົງການກວດກາລັດຖະບານຫວຽດນາມ ດວ່ານຮົ່ງຟອງ ເນັ້ນໜັກວ່າ ການຢ້ຽມຢາມແມ່ນໂອກາດທີ່ມີຄ່າເພື່ອໃຫ້ສອງຝ່າຍປຶກສາຫາລື, ແລກປ່ຽນບົດຮຽນໃນການຊີ້ນຳ ແລະບໍລິຫານວຽກງານກວດກາ... ປະກອບສ່ວນຍົກສູງປະສິດທິພາບ, ປະສິດທິຜົນໃນການຄຸ້ມຄອງລັດ, ຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງ ແລະຄວາມຄືບໜ້າທາງສັງຄົມຂອງແຕ່ລະປະເທດ. ພ້ອມທັງສະແດງຄວາມປິຕິຊົມຊື່ນຍ້ອນສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືສະບັບໃໝ່ເພື່ອສ້າງພື້ນຖານອັນດີໃຫ້ແກ່ການຊຸກຍູ້ການເຄື່ອນໄຫວຮ່ວມມືລະຫວ່າງສອງອົງການໃນໄລຍະຈະມາເຖິງ; ເຊື່ອໝັ້ນວ່າດ້ວຍຄວາມຕັດສິນໃຈ ແລະຄໍາໝັ້ນສັນຍາຂອງທັງສອງຝ່າຍ, ດ້ວຍການສະໜັບສະໜູນຂອງການນຳຂັ້ນສູງຂອງສອງປະເທດ, ສອງຂະແໜງກວດກາ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືມິດຕະພາບອັນດີງາມ, ການຮ່ວມມືໃຫ້ແທດຈິງ, ມີປະສິດທິຜົນ, ຊ່ວຍເຫຼືອເຊິ່ງກັນ ແລະກັນປະຕິບັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະກໍາປູເຈຍ.

ສ່ວນທ່ານ Hout Hak ລັດຖະມົນຕີກະຊວງກວດກາກໍາປູເຈຍ ກໍ່ສະແດງຄວາມເປັນກຽດທີ່ໄດ້ມາຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ ແລະໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືສະບັບໃໝ່ລະຫວ່າງສອງອົງການ; ຜ່ານນັ້ນ ປັບປຸງ ແລະເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງອົງການກວດກາຂອງສອງປະເທດ. ພ້ອມທັງ ທ່ານລັດຖະມົນຕີກະຊວງກວດກາກໍາປູເຈຍ ກໍ່ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນປັບປຸງ ແລະເຮັດໃຫ້ສາຍພົວພັນ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງສອງປະເທດເລິກເຊິ່ງຂຶ້ນກວ່າອີກ.

ໂດຍ: ເຈິ່ນຮວ່ຽນ