ເມື່ອເວົ້າເຖິງບັນດາໝາກຜົນໃນຫຼາຍຂົງເຂດເຊິ່ງແຂວງ ກາວບັ່ງ ບັນລຸໄດ້, ພິເສດແມ່ນໃນສະພາບການຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ທ່ານປະທານປະເທດ ຖືວ່າ ນີ້ແມ່ນຄວາມມານະພະຍາຍາມຂອງທົ່ວລະບົບການເມືອງ, ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນ ແລະປະຊາຄົມວິສາຫະກິດ. ຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ຜົນງານ ແລະໝາກຜົນທີ່ອົງຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະປະຊາຊົນບັນດາເຜົ່າໃນແຂວງ ກາວບັ່ງ ບັນລຸໄດ້.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ກາວບັ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ເນັ້ນໜັກວ່າ ແຂວງກາວບັ່ງ ແມ່ນເຂດບໍລິເວນທີ່ມີບົດບາດ ແລະທີ່ຕັ້ງຍຸດທະສາດສຳຄັນ, ເປັນ “ເຂດຕາເວັນອອກສ່ຽງເໜືອ” ຂອງປະເທດຊາດ, ເປັນ “ປະຕູ” ທາງທິດຕາເວັນຕົກ ແລະທິດເໜືອຂອງປະເທດ, ທ່ານປະທານປະເທດ ຖືວ່າ ນີ້ແມ່ນສິ່ງອຳນວຍຄວາມສະດວກ, ແຕ່ກໍ່ສ້າງສິ່ງທ້າທາຍໃຫ້ແຂວງໃນການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຮຽກຮ້ອງໃຫ້ມີຄວາມສາມັກຄີ, ຄວາມມານະພະຍາຍາມຫຼາຍກວ່າອີກຂອງທົ່ວອົງຄະນະພັກ, ອໍານາດການປົກຄອງ, ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະປະຊາຊົນທົ່ວແຂວງ.

ເພື່ອປະຕິບັດໜ້າທີ່ໃນໄລຍະຈະມາເຖິງຢ່າງມີໄຊ, ທ່ານປະທານປະເທດ ໄດ້ສະເໜີໃຫ້ແຂວງ ກາວບັ່ງ ຕ້ອງເຫັນດີເຫັນພ້ອມ, ເປັນຈິດໜຶ່ງໃຈດຽວ, ມີການກະທໍາຢ່າງເດັດດ່ຽວ; ປຸກລຸກຄວາມຄາດຫວັງບືນຕົວຂຶ້ນຢ່າງແຂງແຮງ, ມີນ້ຳໃຈສາມັກຄີ, ມີຄວາມເອກອ້າງທະນົງໃຈ, ເຄົາລົບນັບຖືຊາດ; ເສີມຂະຫຍາຍກໍາລັງແຮງໃນການປະດິດຄິດສ້າງ, ກໍາລັງແຮງພາຍໃນ, ມູນເຊື້ອປະຫວັດສາດ, ວັດທະນະທໍາ ແລະປະຊາຊົນຂອງເຂດດິນແດນ "ຖິ່ນກຳເນີດຂອງການປະຕິວັດ". ພ້ອມກັນນັ້ນ, ແຂວງຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນອັນພົ້ນເດັ່ນ ແລະທ່າແຮງໃນການແກ່ງແຍ້ງ; ສ້າງກາລະໂອກາດ, ເງື່ອນໄຂ, ສະພາບແວດລ້ອມທີ່ສະດວກເພື່ອ “ຊຸກຍູ້ກໍາລັງແຮງພາຍໃນ, ດຶງດູດກໍາລັງແຮງຈາກພາຍນອກ”, ສົ່ງເສີມນັກລົງທຶນ, ບັນດາວິສາຫະກິດເລີ່ມທຸລະກິດ, ຍູ້ແຮງການປ່ຽນແປງໃໝ່ປະດິດສ້າງ ແລະການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ. ທ່ານປະທານປະເທດ ໄດ້ຮຽກຮ້ອງໃຫ້ອົງຄະນະພັກ, ອຳນາດການປົກຄອງແຂວງ ຕ້ອງເອົາໃຈໃສ່ເຖິງວຽກງານກໍ່ສ້າງ, ປັບປຸງພັກ ແລະປ້ອງກັນການເມືອງພາຍໃນ; ພ້ອມທັງສ້າງການຫັນປ່ຽນຢ່າງແຂງແຮງ ແລະບຸກທະລຸໃນການພັດທະນາເສດຖະກິດ - ສັງຄົມ; ສຸມໃສ່ການຊີ້ນໍານຳພາ ເພື່ອສ້າງບາດກ້າວພັດທະນາໃໝ່, ມີຍຸດທະສາດລົງທຶນໃຫ້ແກ່ຂະແໜງທີ່ເປັນປາຍແຫຼມ ແລະຂົງເຂດຈຸດສຸມ.

ທ່ານປະທານປະເທດ ໄດ້ຊີ້ນຳອຳນາດການປົກຄອງແຂວງທຸກຂັ້ນ ຕ້ອງເປັນເຈົ້າການກໍາແໜ້ນສະພາບການ, ສະກັດກັ້ນ, ຕ້ານທຸກກົນອຸບາຍ, ການເຄື່ອນໄຫວມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກຢ່າງມີປະສິດທິຜົນ, ຫຼຸດຜ່ອນຄວາມສ່ຽງ, ປັດໄຈທີ່ສັບສົນແຕ່ຫົວທີ, ແຕ່ໄກ, ຢູ່ຂັ້ນຮາກຖານ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ ໃນທຸກກໍລະນີ, ບໍ່ປະໃຫ້ກາຍເປັນ "ຈຸດເຄັ່ງຮ້ອນ" ...

ໂດຍ: ທະນາພອນ