ທ່ານປະທານປະເທດ ໂຕເລີມ ແລະຜູ້ແທນສະແດງຄວາມຮູ້ບຸນຄຸນຕໍ່ທ່ານພົນເອກ ຫວໍງວຽນຢາບ, ຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງ ແລະອຸທິດສ່ວນໃຫ້ພາລະກິດປະຕິວັດຂອງພັກ ແລະປະເທດຊາດ.

ກ່ອນໜ້ານັ້ນ, ທ່ານປະທານປະເທດ ໂຕເລີມ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ນ່າຕູ, ແຂວງບັກກ້ານ, ບ່ອນທີ່ລຸງໂຮ່ ໄດ້ແວ່ຢາມກອງຊາວໜຸ່ມຕະລຸມບ່ອນທີ່ປະຕິບັດໜ້າທີ່ປົກປັກຮັກສາຂົວນ່າກູ່ ເຊິ່ງແມ່ນໜຶ່ງໃນບັນດາເຂດຈຸດສຸມທີ່ຖືກສັດຕູທຳລາຍບົນເສັ້ນທາງເລກ 3 ໃນວັນທີ 28 ມີນາ 1951.

leftcenterrightdel
ທ່ານປະທານປະເທດ ໂຕເລີມ ພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່າແຂວງກາວບັງ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ໂຕເລີມ ແລະຄະນະປະຕິບັດງານຂັ້ນສູນກາງໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈ ແລະມອບຂອງຂວັນໃຫ້ພະນັກງານ, ນັກຮົບດ່ານຊາຍແດນ ສ໊ອກຢາງ, ເມືອງຮ່າກວາງ, ແຂວງກາວບັງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ໂຕເລີມ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມຄ້າຍທະຫານຊາຍແດນ ດ່ານຊາຍແດນ ສ໊ອກຢາງ, ກົມກອງວິລະຊົນກໍາລັງປະກອບອາວຸດ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອທະຫານຊາຍແດນ (1959-2024). ທ່ານປະທານປະເທດ ໄດ້ຍ້ອງຍໍກົມກອງປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍ, ໃນນັ້ນມີຫຼາຍໜ້າທີ່ສຳຄັນ; ຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແລະກອງທັບຢູ່ເຂດຊາຍແດນຢ່າງມີປະສິດທິຜົນ.

leftcenterrightdel
ທ່ານປະທານປະເທດ ໂຕເລີມ ພ້ອມກັບຜູ້ແທນຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດປ່າ ເຈີ່ນຮືງດ້າວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ເນັ້ນໜັກວ່າ ບັນດາພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ດ່ານຊາຍແດນສ໊ອກຢາງ ໄດ້ກໍາແໜ້ນການຜັນແປ ແລະສະພາບການຢ່າງທັນການ; ຈັດຕັ້ງການລາດຕະເວນ, ປົກປັກຮັກສາອະທິປະໄຕຂອງປະເທດ, ຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍລວມຂອງປະເທດ, ທ້ອງຖິ່ນ; ພ້ອມທັງປະຕິບັດແຜນນະໂຍບາຍ, ນະໂຍບາຍການພົວພັນຕ່າງປະເທດເປັນຢ່າງດີ, ປະກອບສ່ວນຮັກສາເສັ້ນຊາຍແດນສັນຕິພາບ ແລະມິດຕະພາບ.

ທ່ານປະທານປະເທດ ຕີລາຄາສູງຜົນງານທີ່ພະນັກງານ ແລະນັກຮົບທະຫານຊາຍແດນ ບັນລຸໄດ້ໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ; ວຽກງານປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ຈາກນັ້ນລະດົມກຳລັງແຮງຂອງປະຊາຊົນ, ສົມທົບກັບກໍາລັງຕໍາຫຼວດໃນການປະຕິບັດທຸກໜ້າທີ່ເປັນຢ່າງດີ.

ທ່ານປະທານປະເທດ ຮຽກຮ້ອງໃຫ້ພະນັກງານ ແລະນັກຮົບທະຫານຊາຍແດນສືບຕໍ່ເສີມຂະຫຍາຍມູນເຊື້ອ, ຍາມໃດກໍ່ແມ່ນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ສາມັກຄີພາຍໃນ, ເປັນເອກະພາບໃນການກໍ່ສ້າງພັກ, ວຽກງານການເມືອງ, ກໍ່ສ້າງຖັນແຖວ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.

ໂດຍ: ໄຊນີດາ