ເຂົ້າຮ່ວມພິທີມີບັນດາສະຫາຍກໍາມະການກົມການເມືອງ: ພົນເອກ ເລືອງເກື່ອງ, ຜູ້ປະຈໍາການຄະນະເລຂາທິການ; ເລມິງຮຶງ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ; ພົນເອກ ຟານວັນຢາງ ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ.

leftcenterrightdel
ທ່ານປະທານປະເທດ ໂຕເລິມ ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງດໍາລົງຕໍາແໜ່ງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃຫ້ທ່ານພົນໂທ ຈິ້ງວັນກວຽດ. ພາບ: qdnd.vn

ທີ່ພິທີ, ທ່ານປະທານປະເທດ ໂຕເລິມ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະອວຍພອນສະຫາຍ ຈິ້ງວັນກວຽດ, ອວຍພອນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ທ່ານປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ສະຫາຍ ຈິ້ງວັນກວຽດ ເປັນພະນັກງານດີເດັ່ນຂອງພັກ, ລັດ ແລະກອງທັບ, ໄດ້ຮັບການບໍາລຸງສ້າງໂດຍພື້ນຖານ, ຝຶກຝົນຫຼໍ່ຫຼອມ, ໄດ້ຮັບການທົດສອບຜ່ານຫຼາຍຕໍາແໜ່ງນໍາພາ, ບັນຊາທຸກຂັ້ນໃນກອງທັບ. ໃນຕໍາແໜ່ງວຽກງານຕ່າງໆ, ສະຫາຍ ຍາມໃດກໍສະແດງໃຫ້ ເຫັນຄຸນທາດການເມືອງຢ່າງໜັກແໜ້ນ, ໝັ້້ນຄົງ, ມີຄຸນສົມບັດສິນທໍາປະຕິວັດອັນໃສແຈ້ງ, ມີນ້ຳໃຈຮັບຜິດຊອບສູງ, ມີຄວາມສາມາດໃນການເຮັດວຽກ, ປະຕິບັດສໍາເລັດທຸກໜ້າທີ່ ທີ່ໄດ້ຮັບການມອບໝາຍ. ໄດ້ຮັບຂໍ້ຕົກລົງແຕ່ງຕັ້ງແມ່ນຄວາມເປັນກຽດອັນໃຫຍ່ຫຼວງຂອງສະຫາຍ ຈິ້ງວັນກວຽດ, ແມ່ນຄວາມເບີກບານມ່ວນຊື່ນລວມຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະກໍາລັງປະກອບອາວຸດປະຊາຊົນ; ພ້ອມທັງສະແດງໃຫ້ເຫັນຄວາມເຊື່ອໝັ້ນ, ການເອົາໃຈໃສ່ຂອງພັກ, ລັດ, ປະຊາຊົນ ຕໍ່ກັບກອງທັບ ແລະກໍາລັງປະກອບອາວຸດປະຊາຊົນ; ແມ່ນການຮັບຮູ້, ຕີລາຄາສູງຕໍ່ການປະກອບສ່ວນ, ການອຸທິດຂອງສະຫາຍ ຈິ້ງວັນກວຽດ ຕໍ່ກັບວຽກງານພັກ, ວຽກງານການເມືອງໃນກອງທັບ ໃນຊຸມປີຜ່ານມາ.

leftcenterrightdel
ທ່ານປະທານປະເທດ ໂຕເລິມ ກ່າວຄໍາເຫັນອວຍພອນ ແລະມອບໜ້າທີ່ໃຫ້ພົນໂທ ຈິ້ງວັນກວຽດ. ພາບ: qdnd.vn

ທ່ານປະທານປະເທດ ໂຕເລິມ ເນັ້ນໜັກວ່າ ພາລະກິດສ້າງສາ ແລະປົກປັກຮັກສາປະເທດສັງຄົມນິຍົມ ພວມຢືນຢູ່ຕໍ່ໜ້າອະນາຄົດອັນສະຫງ່າລາສີ, ແຕ່ກໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ. ໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດນອກຈາກມີຄວາມສະດວກທີ່ເປັນພື້ນຖານແລ້ວ ຍັງຢືນຢູ່ຕໍ່ໜ້າສິ່ງທ້າທາຍໃໝ່, ຄວາມຫຍຸ້ງຍາກ, ສັບສົນກວ່າ, ຮຽກຮ້ອງໃຫ້ກອງທັບປະຊາຊົນຫວຽດນາມ ເວົ້າລວມ, ກໍາລັງປະກອບອາວຸດປະຊາຊົນເວົ້າສະເພາະຕ້ອງສຸມໃສ່ຄວາມເປັນເອກະພາບທາງດ້ານແນວຄິດ ແລະການກະທໍາ; ຍົກສູງຄຸນນະພາບສັງລວມ ແລະກໍາລັງແຮງສູ້ຮົບຢ່າງບໍ່ຢຸດຢັ້ງ, ສົມເປັນກໍາລັງການເມືອງ, ກໍາລັງສູ້ຮົບທີ່ຈົົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງພັັກ, ລັດ ແລະປະຊາຊົນ. ກໍ່ສ້າງກອງທັບປະຊາຊົນຫວຽດນາມໃຫ້ເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນທີ່ສັກກາລະບູຊາຂອງປະເທດຢ່າງແທ້ຈິງ, ປົກປ້ອງພັກ, ລັດ, ປະຊາຊົນ ແລະລະບອບສັງຄົມນິຍົມ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ.

leftcenterrightdel
ພົນໂທ ຈິ້ງວັນກວຽດ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນຮັບໜ້າທີ່. ພາບ: qdnd.vn

ທ່ານປະທານປະເທດ ໂຕເລິມ ຖືວ່າ ເລື່ອງໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ກ່ອນອື່ນໝົດແມ່ນຄວາມມານະພະຍາຍາມສູ້ຊົນຂອງສະຫາຍ ຈິ້ງວັນກວຽດ, ພ້ອມທັງແມ່ນໝາກຜົນຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະທົ່ວກອງທັບໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ ໃນຊຸມປີຜ່ານມາ. ເມື່ອເນັ້ນໜັກເຖິງຄວາມເປັນກຽດຍິ່ງໃຫຍ່ຫຼວງ, ຄວາມຮັບຜິດຊອບຍິ່ງສູງ, ທ່ານປະທານປະເທດ ສະເໜີໃຫ້ສະຫາຍ ຈິ້ງວັນກວຽດ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງກົມໃຫຍ່ການເມືອງ ແລະກອງທັບປະຊາຊົນຫວຽດນາມ ວິລະຊົນ, ຮັກສາທາດແທ້ຄຸນສົມບັດສິນທໍາປະຕິວັດ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ, ຍາມໃດກໍຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ; ສູ້ຊົນໃຫ້ສົມກັບການເປັນຜູ້ ນໍາພາທີ່ເປັນແບບຢ່າງ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່. ສະຫາຍ ຈິ້ງວັນກວຽດ ພ້ອມກັບບັນດາສະ ຫາຍໃນຄະນະພັກການທະຫານສູນກາງ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຕ້ອງເປັນເຈົ້າການ, ມີຄວາມໄຫວພິບ, ກໍາແໜ້ນສະພາບການໃນທຸກດ້ານ ເພື່ອເປັນເສນາທິການໃຫ້ພັກ, ລັດ ນໍາພາປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ  XI ຢ່າງມີໄຊ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດ ຕິດພັນກັບທ່າຮົບປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ; ກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ສ້າງປະຖົມປັດໄຈອັນໝັ້ນແກ່ນ, ສູ້ຊົນຮອດປີ 2030 ກໍ່ສ້າງກອງທັບປະຊາຊົນ ທັນສະໄໝ; ສົມກັບຄວາມເຊື່ອໝັ້ນ ແລະໜ້າທີ່ສໍາຄັນ ທີ່ພັກ, ລັດ ແລະປະຊາຊົນ ມອບໝາຍໃຫ້.

leftcenterrightdel
ສະຫາຍ ເລືອງເກື່ອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ ມອບຊໍ່ດອກໄມ້ອວຍພອນພົນໂທ ຈິ້ງວັນກວຽດ. ພາບ: qdnd.vn

ຄຽງຂ້າງນັ້ນ, ສະຫາຍ ຈິ້ງວັນກວຽດ ພ້ອມກັບການນໍາກົມໃຫຍ່ການເມືອງ ຕ້ອງຕັ້ງໜ້າເບິ່ງແຍງດູແລກໍ່ສ້າງຄະນະພັກທຸກຂັ້ນ, ການຈັດຕັ້ງພັກ, ກໍາລັງກອງທັບປະຊາຊົນຫວຽດນາມ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຕິດພັນກັບການກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ” ຢ່າງແທ້ຈິງ. ເອົາໃຈໃສ່ ສຶກສາອົບຮົມ, ບໍາລຸງກໍ່ສ້າງ, ຝຶກຝົນຫຼໍ່ຫຼອມພະນັກງານ, ນັກຮົບໃນທົ່ວກອງທັບ ກ່ອນອື່ນໝົດແມ່ນມີຄວາມເປັນທັນສະໄໝທາງດ້ານມະນຸດ ຕາມທິດນໍາທີ່ວ່າ “ຄົນກ່ອນ, ປືນຫຼັງ”; ດີເດັ່ນກ່ຽວກັບຄຸນທາດການເມືອງ, ຄຸນສົມບັດ, ລັກສະນະການຈັດຕັ້ງ, ລະບຽບວິໄນ, ຄວາມຮູ້ດ້ານວິທະຍາສາດ ແລະລະດັບຄວາມຮູ້ການທະຫານ, ມີສຸຂະພາບດີ, ພ້ອມແລ້ວທີ່ຈະຮັບ ແລະປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ, ກໍ່ສ້າງຖັນແຖວພະນັກງານກອງທັບ ຕາມເນື້ອໃນຈິດໃຈ “7 ກ້າ” ທີ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກທີ່ກອງປະຊຸມຄະນະພັກການທະຫານສູນກາງ ຄັ້ງທີ 6 ນັ້ນແມ່ນ: “ກ້າຄິດ; ກ້າເວົ້າ; ກ້າເຮັດ; ກ້າຮັບຜິດຊອບ; ກ້າປ່ຽນແປງໃໝ່, ປະດິດສ້າງ; ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທົດສອບ; ກ້າກະທໍາເພື່ອຜົນປະໂຫຍດລວມ”; ສືບທອດມູນເຊື້ອຂອງກອງທັບ ປະຊາຊົນຫວຽດນາມ ວິລະຊົນ ແລະນາມມະຍົດອັນສັກກາລະບູຊາ, ສູງສົ່ງຂອງທະຫານລຸງໂຮ່ ໃນຍຸກສະໄໝໃໝ່.

leftcenterrightdel
ພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ມອບຊໍ່ດອກໄມ້ອວຍພອນພົນໂທ ຈິ້ງວັນກວຽດ. ພາບ: qdnd.vn

ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນ ຍາມໃດກໍຕີລາຄາສູງ, ມີຄວາມເຊື່ອໝັ້ນ, ເອກອ້າງທະນົງໃຈຕໍ່ກັບກອງທັບປະຊາຊົນຫວຽດນາມ ແລະກໍາລັງປະກອບອາວຸດປະຊາຊົນ. ດ້ວຍມູນເຊື້ອສາມັກຄີ, ເປັນເອກະພາບຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ການສະໜັັບສະໜູນ, ຊ່ວຍເຫຼືອຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະປະຊາຊົນທົ່ວປະເທດ ກໍຄືຄວາມເຊື່ອໝັ້ນ, ຮັກແພງຂອງພະນັກງານ, ນັກຮົບໃນທົ່ວກອງທັບ, ທ່ານປະທານປະເທດ ເຊື່ອໝັ້ນວ່າ ທ່ານພົນໂທ ຈິ້ງວັນກວຽດ ຈະປະຕິບັດສໍາເລັດພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍ.

ສະແດງຄວາມຮູ້ສຶກເປັນກຽດເມື່ອທ່ານປະທານປະເທດ ໄດ້ຕາງໜ້າໃຫ້ການນໍາພັກ, ລັດ ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງດໍາລົງຕໍາແໜ່ງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຈິ້ງວັນກວຽດ ເນັ້ນໜັກວ່ານີ້ແມ່ນການເອົາໃຈໃສ່, ນໍາພາເດັດຂາດ, ໂດຍກົງ ແລະຮອບດ້ານຂອງພັກ, ລັັດ; ແມ່ນການຊ່ວຍເຫຼືອຂອງບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ, ທ້ອງຖິ່ນ ແລະປະຊາຊົນທົ່ວປະເທດ ຕໍ່ກັບກອງທັບປະຊາຊົນຫວຽດນາມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃນຕະຫຼອດວິວັດການ ກໍ່ສ້າງ, ສູ້ຮົບ, ຕີເອົາຊະນະ ແລະເຕີບໃຫຍ່ຂະຫຍາຍຕົວ. ທ່ານພົນໂທ ຈິ້ງວັນ ກວຽດ ຮັບຮູ້ຢ່າງເລິກເຊິ່ິງວ່າ ນີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ ເທົ່ານັ້ນ ຫາກຍັງແມ່ນພາລະໜ້າທີ່ໃໝ່ອັນໜັກໜ່ວງ ທີ່ພັກ, ລັດ, ກອງທັບ ແລະປະຊາຊົນ ເຊື່ອໝັ້ນມອບໝາຍໃຫ້ອີກດ້ວຍ; ພ້ອມທັງສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການເອົາໃຈໃສ່ນໍາພາ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຂອງພັກ, ລັດ ເຊິ່ງໂດຍກົງ ແມ່ນຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ; ການຊ່ວຍເຫຼືອຂອງບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ, ບັນດາທ້ອງຖິ່ນ, ປະຊາຊົນໃນທົ່ວປະເທດ ແລະພະນັກງານ, ນັກຮົບໃນທົ່ວກອງທັບ ໃນຊຸມປີຜ່ານມາ.

leftcenterrightdel
ທ່ານປະທານປະເທດ ໂຕເລິມ ແລະບັນດາສະຫາຍການນໍາກະຊວງປ້ອງກັນປະເທດ ອວຍພອນທ່ານພົນໂທ ຈິ້ງວັນກວຽດ. ພາບ: qdnd.vn

ທ່ານພົນໂທ ຈິ້ງວັນກວຽດ ຢັ້ງຢືນວ່າຈະຊາບຊຶມຢ່າງເລິກຊິ່ງຕໍ່ການຊີ້ນໍາຂອງປະທານປະເທດ; ຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະປະຊາຊົນ; ພ້ອມກັບໝູ່ຄະນະ ຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງ ເປັນເຈົ້າການຄົ້ນຄວ້າ, ເປັນເສນາທິການໃຫ້ສູນກາງພັກ, ລັດ, ລັດຖະບານ ຊີ້ນໍາປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ໃຫ້ເປັນຢ່າງດີ. ປະກອບສ່ວນປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດ ສັງຄົມນິຍົມ ໃນສະພາບການໃໝ່ຢ່າງມີໄຊ. ສືບຕໍ່ສູ້ຊົນ, ຝຶກຝົນຫຼໍ່ຫຼອມ, ຮັກສາຄຸນສົມບັດສິນທໍາປະຕິວັດ, ອິດທິພົນຊື່ສຽງ, ກຽດສັກສີຂອງພະນັກງານ, ສະມາຊິກພັກ; ຕັ້ງໜ້າຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ, ບັນດາບັນທັດຖານຄຸນສົມບັດສິນທໍາປະຕິວັດຂອງພະນັກງານ, ສະມາຊິກພັກໃນໄລຍະໃໝ່; ພ້ອມແລ້ວທີ່ຈະຮັບ ແລະປະຕິບັດສໍາເລັດທຸກໜ້າທີ່ ທີ່ພັກ, ລັດ, ກອງທັບ ແລະປະຊາຊົນ  ມອບໝາຍໃຫ້. ຍົກສູງຄຸນນະພາບການເຄື່ອນໄຫວວຽກງານພັກ, ວຽກງານການ ເມືອງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ຈົ່ງຮັກພັກດີຕໍ່ການນໍາພາຂອງພັກ, ເປັນກໍາລັງຫຼັກແຫຼ່ງໃນການປົກປ້ອງພັກ, ລັດ, ລະບອບສັງຄົມນິຍົມ ແລະປະຊາຊົນ ຢ່າງແທ້ຈິງ.

ທ່ານພົນໂທ ຈິ້ງວັນກວຽດ ຫວັງວ່າ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ໄດ້ຮັບການເອົາໃຈໃສ່ນໍາພາ, ຊີ້ນໍາ, ສ້າງເງື່ອນໄຂຈາກບັນດາສະຫາຍການນໍາພັກ, ລັດ; ການສົມທົບຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງ, ທ້ອງຖິ່ນ; ການເຫັນດີເຫັນພ້ອມຊ່ວຍເຫຼືອຂອງປະຊາຊົນ ເພື່ອປະຕິບັດສໍາເລັດໜ້າທີ່ໃນໄລຍະຈະມາເຖິງໃຫ້ດີກວ່າອີກ.

ໂດຍ: ໄຊຊະນະ