ແຂວງກວ໋າງບິ່ງ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດນັບມື້ນັບຫຼາຍຂຶ້ນ
ກປ.ອອນໄລ - ຕອນຄ່ຳວັນທີ 2 ມິຖຸນາ, ຢູ່ແຂວງກວ໋າງບິ່ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງກວ໋າງບິ່ງ ຄົບຮອບ 420 ປີ (1604 - 2024), 75 ປີແຫ່ງວັນແຂວງກວ໋າງບິ່ງ ລຸກຮືຂຶ້ນ ຢ່າງອົງອາດກ້າຫານ (15/7/1949 - 15/7/2024) ແລະ 35 ປີແຫ່ງວັນສ້າງຕັ້ງແຂວງຄືນໃໝ່ (1/7/1989 - 1/7/2024).
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ແຂວງກວ໋າງບິ່ງ ຍາມໃດກໍແມ່ນແຂວງທີ່ມີທີ່ຕັ້ງຍຸດທະສາດສຳຄັນຂອງປະເທດຊາດ; ຢັ້ງຢືນບົດບາດ, ທີ່ຕັ້ງສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດນັບມື້ນັບຫຼາຍຂຶ້ນ, ໂດຍສາມາດເຫັນໄດ້ຜ່ານບັນດາຕົວເລກທີ່ໜ້າຈັບໃຈໃນຫຼາຍຂົງເຂດທີ່ແຕກຕ່າງກັນ.
    |
 |
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ພິທີ. ພາບ: ມິງຕູ |
ພິເສດ, ເສດຖະກິດຂອງແຂວງກວ໋າງບິ່ງ ໄດ້ມີການເຕີບໂຕຢ່າງລຽນຕິດໃນລະດັບສູງ, ສະເລ່ຍແຕ່ໄລຍະ 2019-2023 ບັນລຸ 7,9%. ຂະແໜງການທ່ອງທ່ຽວໄດ້ກາຍເປັນຂະແໜງປາຍແຫຼມ, ຢັ້ງຢືນທີ່ຕັ້ງຂອງຫວຽດນາມ ແລະສາກົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເນັ້ນໜັກວ່າ: “ເຂດດິນແດນ ກວ໋າງບິ່ງ ທີ່ແດດກ້າ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກລຳບາກໍ່ຕາມ ແຕ່ຄວາມອົງອາດກ້າຫານ, ບໍ່ຍອມຈຳນົນໃນປາງສົງຄາມ ແລະຈະສືບຕໍ່ໄດ້ບືນຕົວຂຶ້ນພັດທະນາຢ່າງແຮງ. ທົ່ວປະເທດເຊື່ອໝັ້ນວ່າ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງກວ໋າງບິ່ງ ຈະສືບຕໍ່ສາມັກຄີ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ກ້າຄິດກ້າທຳ, ກ້າບຸກທະລຸເພື່ອປະຕິບັດບັນດາເປົ້າໝາຍ, ຍຸດທະສາດ ແລະ ວິໄສທັດທີ່ໄດ້ວາງອອກຢ່າງສຳເລັດຜົນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ສຳເລັດຜົນ”.
ພາຍຫຼັງພິທີສະເຫຼີມສະຫຼອງ ແມ່ນລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ “ກວ໋າງບິ່ງ - ວິວັດທະນາການແຫ່ງຄວາມຄາດຫວັງ ແລະ ພັດທະນາ”.
ໂດຍ: ກວຽດເຕິມ