ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດແຖວໜ້າແກ່ການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ. ໃນໄລຍະຜ່ານມາ, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໝາກຜົນຂອງກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ໂດຍນາຍົກລັດຖະມົນຕີ ສອງທ່ານ ເປັນປະທານຮ່ວມ ແລະບັນດາໝາກຜົນຂອງການພົບປະ, ປຶກສາຫາລື ແລະເຮັດວຽກກັບການນໍາຂັ້ນສູງ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ຕ້ອນຮັບທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຮ່ວມມືປະຕິບັດບັນດາຂໍ້ຕົກລົງຮ່ວມມືຂັ້ນສູງຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ, ກໍ່ຄືບັນດາຖະແຫຼງການຂັ້ນສູງ, ຂໍ້ຕົກລົງຂັ້ນສູງລະຫວ່າງສອງກະຊວງ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມຂອງສອງປະເທດ; ເນັ້ນໜັກວ່າ, ລັດຖະບານຫວຽດນາມ ຈະສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ສອງຂະແໜງການເງິນ ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີປະສິດທິຜົນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນລາວ ແຈ້ງໃຫ້ຊາບຜົນການຢ້ຽມຢາມຫວຽດນາມ ຄັ້ງນີ້. ໃນນັ້ນ, ສອງຝ່າຍປະຕິບັດແຜນການໃນຂໍ້ຕົກລົງຮ່ວມມືໄດ້ 80%, ນຳມາເຊິ່ງໝາກຜົນສູງ. ທ່ານ ສັນຕິພາບ ພົມວິຫານ ຍັງໄດ້ແບ່ງປັນການຕີລາຄາຂອງຕົນກ່ຽວກັບຍຸດທະສາດພັດທະນາຂອງຫວຽດນາມ ແລະບັນດາໝາກຜົນທີ່ຕັ້ງໜ້າໃນການເຕີບໂຕ, ພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນປີ 2023 ແລະຊຸມເດືອນທຳອິດຂອງປີ 2024.

ທ່ານ ສັນຕິພາບ ພົມວິຫານ ໃຫ້ຮູ້ວ່າ: ສອງຝ່າຍຈະສືບຕໍ່ປະຕິບັດຂໍ້ຕົກລົງຮ່ວມມືຂັ້ນສູງ, ກໍ່ຄືບັນດາຂໍ້ຕົກລົງລະຫວ່າງສອງກະຊວງ, ສືບຕໍ່ເພີ່ມທະວີການພົວພັນມິດຕະພາບອັນຍາວນານລະຫວ່າງສອງປະເທດຫວຽດນາມ-ລາວ.

ໂດຍ: ຈາງຫງວຽນ