ທີ່ການພົບປະ, ທ່ານ ຟານດີ່ງຈາກ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະ ແລະອວຍພອນໃຫ້ທ່ານ Jeong Seung-yoon ພ້ອມດ້ວຍຄະນະຜູ້ແທນຄະນະກຳມະການຕ້ານການສໍ້ລາດບັງຫຼວງ ແລະສິດທິພົນລະເມືອງ ສ.ເກົາຫຼີ ມີການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ ຢ່າງສະດວກ ແລະມີປະສິດທິຜົນ. ທ່ານຢືນຢັນວ່າ ຫວຽດນາມ ແລະ ສ.ເກົາຫຼີ ມີຫຼາຍຈຸດຄ້າຍຄືກັນທາງດ້ານປະຫວັດສາດ ແລະວັດທະນະທຳ. ດ້ວຍການຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”, ການພົວພັນຫວຽດນາມ - ສ.ເກົາຫຼີ ພວມສືບຕໍ່ພັດທະນາຢ່າງດີງາມ ແລະນັບມື້ເຂົ້າສູ່ລວງເລິກ ແລະມີປະສິດທິຜົນໃນທຸກຂົງເຂດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ເພີ່ມຂຶ້ນ.

ຫວຽດນາມ ຕີລາຄາສູງຕໍ່ຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ຂອງ ສ.ເກົາຫຼີ. ໃນນັ້ນໄດ້ກໍານົດເອົາຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມ. ຫວຽດນາມ ກໍ່ຖືເປັນສຳຄັນທີ່ສຸດຕໍ່ການຮ່ວມມືກັບ ສ.ເກົາຫຼີ, ໂດຍສະເພາະແມ່ນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການປ່ຽນແປງໃໝ່ປະດິດສ້າງ, ຍົກສູງຄຸນນະພາບການເຕີບໂຕ ແລະຄວາມສາມາດແກ່ງແຍ້ງຂອງຊາດ. ປະຈຸບັນ, ສ.ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າ ແລະການລົງທຶນແຖວໜ້າຂອງຫວຽດນາມ.

leftcenterrightdel
 
leftcenterrightdel
ທ່ານ ຟານດີ່ງຈາກ ແລະທ່ານ Jeong Seung-yoon ທີ່ການພົບປະ. ພາບ: qdnd.vn

ທ່ານ ຟານດີ່ງຈາກ ເນັ້ນໜັກວ່າ ອະນາຄົດຂອງການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ແມ່ນອີງໃສ່ການຮ່ວມມືທີ່ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະມີປະສິດທິຜົນຂອງບັນດາສຳນັກງານ, ອົງການຈັດຕັ້ງ ແລະສ່ວນບຸກຄົນຂອງສອງປະເທດ. ການລົງນາມ ແລະປະຕິບັດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຕ້ານການສໍ້ລາດບັງຫຼວງລະຫວ່າງຄະນະວຽກງານການເມືອງພາຍໃນສູນກາງ ແລະ ACRC ນັ້ນແມ່ນການຫັນເປັນລະອຽດ ແລະຢືນຢັນຄຳໝັ້ນສັນຍາຢ່າງແຂງແຮງຂອງສອງປະເທດ ເພື່ອແນໃສ່ຍົກສູງລັກສະນະແທດຈິງ, ຮອບດ້ານ ແລະມີປະສິດທິຜົນຂອງການຮ່ວມມືລະຫວ່າງສອງປະເທດໃນວຽກງານປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ.

leftcenterrightdel
ສອງຝ່າຍຖ່າຍຮູບທີ່ລະນຶກທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະ, ທ່ານ Jeong Seung-yoon ຢືນຢັນວ່າ ຫວຽດນາມ ແລະ ສ.ເກົາຫຼີ ມີປະຫວັດສາດທີ່ຄ້າຍຄືກັນ, ສະນັ້ນປະຊາຊົນສອງປະເທດລ້ວນແຕ່ໃກ້ຊິດສະໜິດສະໜົມກັນ. ຢູ່ ສ.ເກົາຫຼີ, ມີຊາວຫວຽດນາມ ອາໄສຢູ່ ແລະເຮັດວຽກຫຼາຍທີ່ສຸດ; ໃນຂະນະນັ້ນ, ຢູ່ຫວຽດນາມ ກໍ່ມີຊາວສ.ເກົາຫຼີ ມາລົງທຶນ ແລະດຳເນີນທຸລະກິດເປັນຈຳນວນຫຼວງຫຼາຍ. ເຂົາເຈົ້າແມ່ນຂົວຕໍ່ ແລະຈະເປັນພື້ນຖານໃຫ້ແກ່ການພັດທະນາສາຍພົວພັນທາງການທູດລະຫວ່າງ 2 ປະເທດ. ສອງອົງການ ACRC ແລະຄະນະວຽກງານການເມືອງພາຍໃນສູນກາງໄດ້ສ້າງຕັ້ງການພົວພັນຢ່າງເປັນທາງການໂດຍຜ່ານບົດບັນທຶກຊ່ວຍຈຳການຮ່ວມມືໃນປີ 2010, ເຊິ່ງມາຮອດປະຈຸບັນໄດ້ກ້າວເຂົ້າສູ່ປີທີ 15 ແລ້ວ.

ໂດຍ: ໄຊນີດາ