leftcenterrightdel
ບັນຍາກາດທີ່ວາລະສົນທະນາຂັ້ນສູງ. ພາບ: vov.vn

ວັນທີ 14 ພຶດສະພາ, ຢູ່ນິວຢອກ, ປະເທດອາເມລິກາ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດວາລະສົນທະນາຂັ້ນສູງ ດ້ວຍຫົວຂໍ້ “ນຳໃຊ້ຂົງເຂດແຮງງານນອກລະບົບໃຫ້ແກ່ການພັດທະນາກວມລວມຢູ່ ອາຊີ-ປາຊີຟິກ”.

ທີ່ວາລະສົນທະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ, ແບ່ງປັນວ່າ, ຢູ່ ຫວຽດນາມ ມີ 65% ກຳລັງແຮງງານເຮັດວຽກຢູ່ບັນດາຂົງເຂດນອກລະບົບ ແລະຫວຽດນາມ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍເພື່ອພັດທະນາບົດບາດ, ຮັບປະກັນສິດ ແລະຜົນປະໂຫຍດຢ່າງຊອບທຳຂອງບັນດາບຸກຄົນ ແລະວິສາຫະກິດເຄື່ອນໄຫວນອກລະບົບ, ໂດຍສະເພາະແມ່ນເສດຖະກິດຄອບຄົວ, ຜ່ານນັ້ນຮັກສາຄວາມຕິດພັນໃນສັງຄົມ ແລະວັດທະນະທຳ, ຊຸກຍູ້ການຜະລິດແບບຍືນຍົງ. ທ່ານກໍ່ແບ່ງປັນບົດຮຽນຂອງຫວຽດນາມ ໃນການສ້າງກອບນິຕິກຳໃຫ້ສົມບູນແບບ, ສົ່ງເສີມບັນດາຄອບຄົວດຳເນີນທຸລະກິດໜູນຊ່ວຍເຊິ່ງກັນ ແລະກັນຜ່ານບັນດາຮູບແບບຮ່ວມສຳພັນທີ່ເໝາະສົມ.

ໂດຍ: ກວ໊ຽດເຕິມ