ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາສູງການປະກອບສ່ວນຂອງບັນດາວິສາຫະກິດຈີນ ເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ໃນໄລຍະຜ່ານມາ; ພ້ອມທັງຢັ້ງຢືນວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນມິດຕະພາບກັບ ຈີນ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ຄັດເລືອກຍຸດທະສາດ ແລະບຸລິມະສິດແຖວໜ້າໃນແນວທາງການພົວພັນຕ່າງປະເທດຂອງຫວຽດນາມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໂອ້ລົມສົນທະນາກັບຄະນະວິສາຫະກິດຈີນ ໃນຂົງເຂດພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ການໂອ້ລົມສົນທະນາແມ່ນບາດກ້າວຜັນຂະຫຍາຍຄວາມຮັບຮູ້ລວມຂັ້ນສູງຂອງສອງພັກ, ສອງລັດ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ໃຫ້ເປັນລະອຽດ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດຈີນ ຈະພ້ອມກັບບັນດາກະຊວງ, ຂະແໜງການຫວຽດນາມ ແລກປ່ຽນ, ສະເໜີບັນດາແນວຄວາມຄິດ, ຂໍ້ລິເລີ່ມຮ່ວມມືຢ່າງແທດຈິງເພື່ອໃຫ້ເສົາຄໍ້າການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນນັບມື້ນັບ “ແທດຈິງ, ເລິກເຊິ່ງກວ່າເກົ່າ”.

leftcenterrightdel
ວິສາຫະກິດຈີນ ໃນຂົງເຂດພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາຮັບປະກັນເຂດເສດຖະກິດມີເງິນລົງທຶນຈາກຕ່າງປະເທດ ຍາມໃດກໍ່ແມ່ນພາກສ່ວນສຳຄັນຂອງເສດຖະກິດຫວຽດນາມ; ເຄົາລົບ, ສົ່ງເສີມ, ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ເຂດນີ້ພັດທະນາໃນໄລຍະຍາວ, ຮ່ວມມື ແລະແກ່ງແຍ້ງທີ່ປອດໃສກັບພາກສ່ວນເສດຖະກິດອື່ນໆ; ຮັບປະກັນສິດຜົນປະໂຫຍດ ແລະຜົນປະໂຫຍດອັນຊອບທໍາ, ຖືກຕ້ອງຕາມກົດໝາຍຂອງນັກລົງທຶນ; ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ; ຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ; ຮັບປະກັນນະໂຍບາຍປົກກະຕິເພື່ອໃຫ້ນັກລົງທຶນອຸ່ນອ່ຽນໃຈດຳເນີນທຸລະກິດ, ເຄື່ອນໄຫວໄລຍະຍາວຢູ່ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ