ຊຸກຍູ້ການຮ່ວມມືໃນຂົງເຂດປະຕິບັດກົດໝາຍລະຫວ່າງຫວຽດນາມ ແລະ ອີຣານ
ກປ.ອອນໄລ - ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກອງບັນຊາການປະຕິບັດກົດໝາຍອີຣານ ນຳໂດຍທ່ານພົນຈັດຕະວາ Ahmad Reza Radan, ຜູ້ບັນຊາການປະຕິບັດກົດໝາຍອີຣານ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 13-16 ພຶດສະພາ. ພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ແລະທ່ານ Ahmad Reza Radan ໄດ້ດຳເນີນການພົບປະເຈລະຈາ.
ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງເພື່ອຊອກຮູ້ຄວາມຕ້ອງການ, ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຄວາມສະຫງົບ; ຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານ ແລະສົມທົບກັນດ້ານວິຊາຊີບ, ພິເສດແມ່ນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສົມທົບກັນແກ້ໄຂອາດຊະຍາກຳຂ້າມຊາດທຸກປະເພດ ແລະອາດຊະຍາກຳທີ່ກ່ຽວຂ້ອງເຖິງພົນລະເມືອງຂອງສອງປະເທດ.
    |
 |
ທ່ານລັດຖະມົນຕີ ໂຕເລິມ ແລະທ່ານພົນຈັດຕະວາ Ahmad Reza Radan. ພາບ: vov.vn |
ສອງຝ່າຍໄດ້ເຫັນດີເປັນເອກະພາບບໍ່ອະນຸຍາດໃຫ້ບັນດາອົງການ ຫຼື ບຸກຄົນໃດສວຍໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອເຄື່ອນໄຫວຕ້ານປະເທດອື່ນ; ຍູ້ແຮງການຮ່ວມມືໃນຂົງເຂດບຳລຸງກໍ່ສ້າງຍົກສູງຄວາມສາມາດດ້ານວິຊາຊີບ ແລະພາສາຕ່າງປະເທດ (ເປີເຊຍ, ຫວຽດນາມ)...
ສິ້ນສຸດການພົບປະເຈລະຈາ, ທ່ານລັດຖະມົນຕີ ໂຕເລິມ ແລະທ່ານ Ahmad Reza Radan ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກອງບັນຊາການປະຕິບັດກົດໝາຍອີຣານ.
ໂດຍ: ຈາງຫງວຽນ