ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຊີ້ແຈ້ງວ່າ ລັດຖະບານ ແລະປະຊາຊົນຫວຽດນາມ ຕີລາຄາສູງບົດບາດຂອງ WHO ໃນການເຄື່ອນໄຫວປະສານງານ, ການເຊື່ອມຕໍ່ທົ່ວໂລກໃນຂົງເຂດສາທາລະນະສຸກ, ສົ່ງເສີມສຸຂະພາບຂອງປະຊາຊົນ. ໃນນະໂຍບາຍກ່ຽວກັບດ້ານສາທາລະນະສຸກ, ການສົ່ງເສີມສຸຂະພາບຢູ່ຫວຽດນາມ ລ້ວນແຕ່ມີການຮ່ວມເດີນທາງ, ເຂົ້າຮ່ວມ, ໃຫ້ຄໍາປຶກສາ, ໜູນຊ່ວຍຂອງພະນັກງານ, ນັກຊ່ຽວຊານຂອງ WHO. ໂດຍແມ່ນໜຶ່ງໃນຈໍານວນ 15 ປະເທດທີ່ WHO ຄັດເລືອກເພື່ອຖ່າຍທອດເຕັກໂນໂລຢີຜະລິດວັກຊິນ mNRA, ຫວຽດນາມ ຫວັງວ່າຈະໄດ້ຮັບການໜູນຊ່ວຍທີ່ແທດຈິງເພື່ອຍົກສູງກໍາລັງຄວາມສາມາດໃນການຄົ້ນຄວ້າ, ຜະລິດວັກຊິນ, ພ້ອມທັງພັດທະນາຜະລິດຕະພັນອື່ນໆເພື່ອຮັບໃຊ້ຄວາມຕ້ອງການກັນພະຍາດ ແລະປິ່ນປົວພະຍາດຂອງປະຊາຊົນ.

leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ປອ Saia Ma’u Piukala ຜູ້ອຳນວຍການອົງການອະນາໄມໂລກ (WHO) ພາກພື້ນປາຊີຟິກຕາເວັນຕົກ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍເນັ້ນໜັກເຖິງຄວາມສຳຄັນຂອງລະບົບສາທາລະນະສຸກປ້ອງກັນ, ຮາກຖານສາທາລະນະສຸກໃນການສົ່ງເສີມສຸຂະພາບຂັ້ນຕົ້ນ, ປ້ອງກັນ, ຕ້ານພະຍາດແຕ່ຫົວທີ, ແຕ່ໄກ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຊີ້ແຈ້ງວ່າ, ຫວຽດນາມ ຫວັງວ່າ WHO ຈະໜູນຊ່ວຍການສ້າງໂຄງປະກອບ ແລະປັບປຸງລະບົບນີ້ຄືນໃໝ່. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ WHO ຈັດສົ່ງພະນັກງານ, ນັກຊ່ຽວຊານມາໜູນຊ່ວຍຫວຽດນາມ ໃນການສືບຕໍ່ປະຕິຮູບ, ປັບປຸງກົນໄກ, ຂໍ້ກຳນົດ, ລະບຽບການກ່ຽວກັບການຈັດຊື້, ປະມູນ, ຄັດເລືອກວິສາຫະກິດ, ຮັບປະກັນການສະໜອງກ່ຽວກັບການຢາຢ່າງຄົບຖ້ວນ ແລະມີສະຖຽນລະພາບໃນໄລຍະຍາວ.

ສ່ວນທ່ານ Saia Ma’u Piukala ໄດ້ແບ່ງປັນບາງເປົ້າໝາຍບຸລິມະສິດໃນການໜູນຊ່ວຍ, ເພີ່ມທະວີກໍາລັງຄວາມສາມາດຂອງຂະແໜງສາທາລະນະສຸກຫວຽດນາມ, ເປັນຕົ້ນແມ່ນກໍາລັງຄວາມສາມາດຂອງລະບົບສາທາລະນະສຸກປ້ອງກັນເພື່ອຮັບມືກັບໂລກລະບາດໃນອະນາຄົດ, ປັບປຸງສະພາບແວດລ້ອມ ແລະຊຸກຍູ້ແບບແຜນດຳເນີນຊີວິດທີ່ປອດໃສ. ຮັບປະກັນຄວາມໝັ້ນຄົງດ້ານສາທາລະນະສຸກ; ໃຫ້ຄຳໝັ້ນສັນຍາຮ່ວມແຮງຮ່ວມໃຈກັບຫວຽດນາມ ໃນວຽກງານສົ່ງເສີມສຸຂະພາບຂອງປະຊາຊົນ, ປະກອບສ່ວນເຂົ້າໃນຂະບວນການພັດທະນາແບບຍືນຍົງຂອງພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ