ເຂົ້າຮ່ວມພິທີສະເຫຼີມສະຫຼອງມີການນຳ, ອະດີດການນຳຂອງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະຜູ້ຕາງໜ້າບັນດາແຂວງ, ນະຄອນຂຶ້ນກັບສູນກາງ...

ຕາງໜ້າການນໍາພັກ, ລັດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ຢືນຢັນວ່າ ດ້ວຍຈິດໃຈເຫຼັກກ້າ, ເຈດຈໍານົງເດັດດ່ຽວໜຽວແໜ້ນ, ອົດທົນ ແລະວິລະຊົນຂອງທະຫານ ແລະປະຊາຊົນຫວຽດນາມ, ບັ້ນຮົບ ດ້ຽນບຽນຝູ ຍາດໄດ້ໄຊຊະນະ, ບຸກຕີຄວາມມານະພະຍາຍາມສຸດທ້າຍຂອງພວກລ່າເມືອງຂຶ້ນຝຣັ່ງ ໃນສົງຄາມຮຸກຮານຫວຽດນາມ ໃຫ້ປະລາໄຊ.

leftcenterrightdel
ລາຍການຟ້ອນເປີດສາກພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ. ພາບ: ຕວ໊ນຮຸຍ
leftcenterrightdel
ລົດແຫ່ຮູບພາບປະທານໂຮ່ຈີມິນ ໄປຜ່ານໜ້າເວທີ. ພາບ: ຕວ໊ນຮຸຍ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງໃຫ້ພີ່ນ້ອງຮ່ວມຊາດ, ສະຫາຍ, ນັກຮົບໃນທົ່ວປະເທດ ແລະ ພີ່ນ້ອງຮ່ວມຊາດທີ່ອາໄສຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນ, ສວຍໃຊ້ໂອກາດ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ; ຕັດສິນໃຈສູ້ຊົນຮອດປີ 2030,  ສະເຫຼີມສະຫຼອງວັນສ້າງຕັ້ງພັກຄົບຮອບ 100 ປີ, ຫວຽດນາມ ຈະກາຍເປັນປະເທດທີ່ກຳລັງພັດທະນາ, ມີອຸດສາຫະກຳທັນສະໄໝ ແລະມີລາຍຮັບປານກາງສູງ; ຮອດປີ 2045, ສະເຫຼີມສະຫຼອງວັນສ້າງຕັ້ງປະເທດຄົບຮອບ 100 ປີ, ຫວຽດນາມ ຈະກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

ເນື່ອງໃນໂອກາດນີ້, ຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ I ໃຫ້ແກ່ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ດ້ຽນບຽນ ຍ້ອນມີຜົນງານດີເລີດເປັນພິເສດ ປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງພັກ, ຂອງຊາດ.

leftcenterrightdel
ເດີນສວນສະໜາມ, ແຫ່ຂະບວນຂອງກ້ອນກຳລັງກອງທັບໄປຜ່ານໜ້າເວທີ. ພາບ: ຕວ໊ນຮຸຍ
leftcenterrightdel
ເດີນສວນສະໜາມ, ແຫ່ຂະບວນຂອງກ້ອນກຳລັງຕ່າງໆ ໄປຜ່ານໜ້າເວທີ. ພາບ: ຕວ໊ນຮຸຍ

ພາຍຫຼັງການໂຮມຊຸມນຸມມິດຕິງ ແມ່ນລາຍການເດີນສວນສະໜາມ, ແຫ່ຂະບວນສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ ດ້ວຍການເຂົ້າຮ່ວມຂອງກ້ອນກຳລັງຕ່າງໆ 12.000 ກວ່າຄົນ. ລາຍການເດີນສວນສະໜາມ, ແຫ່ຂະບວນ ໄດ້ເປັນການລະດົມກໍາລັງໃຈໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຮັກສາທາດແທ້ການປະຕິວັດ, ເສີມຂະຫຍາຍມູນເຊື້ອຂອງຊາດວິລະຊົນ, ຈິດໃຈເດັດດ່ຽວຕໍ່ສູ້ຍາດເອົາໄຊຊະນະ; ຄວາມຄາດຫວັງຢາກພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມຜາສຸກ; ປະຕິບັດກິດຈະການສ້າງສາ ແລະປົກປັກຮັກສາປະເທດສັງຄົມນິຍົມ ຢ່າງມີໄຊ; ປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ.

ໂດຍ: ທູຈາງ