ວັນທີ 29 ເມສາ, ຢູ່ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ (ສປຊ), ໄດ້ເປັນປະທານວາລະປະຊຸມສະຫຼຸບເດືອນ ເມສາ 2024 ຂອງກຸ່ມອາຊີ-ປາຊີຟິກ (APG) ໃນຖານະເປັນປະທານກຸ່ມ. ເຂົ້າຮ່ວມວາລະປະຊຸມດັ່ງກ່າວ ມີຜູ້ຕາງໜ້າຂອງຄະນະຜູ້ຕາງໜ້າ 50 ປະເທດສະມາຊິກກຸ່ມ APG ປະຈຳ ສປຊ.

leftcenterrightdel
ບັນຍາກາດທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ໃນບົດລາຍງານສະຫຼຸບ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ຫວນຄືນບັນດາໜ້າວຽກຢ່າງຫຼວງຫຼາຍເຊິ່ງຄະນະຜູ້ຕາງໜ້າຫວຽດນາມ ໄດ້ແກ້ໄຂໃນເດືອນເມສາ 2024 ເມື່ອດຳລົງຕຳແໜ່ງເປັນປະທານ APG, ເປັນຕົ້ນແມ່ນການປະສານງານ, ສັງລວມຂໍ້ສະເໜີ ແລະຂໍ້ມູນທີ່ກ່ຽວຂ້ອງເຖິງການອອກສະໝັກ, ເລືອກຕັ້ງຂອງບັນດາປະເທດສະມາຊິກ, ຊຸກຍູ້ຄວາມເຫັນດີເຫັນພ້ອມສຳລັບການສະເໜີຜູ້ອອກສະໝັກເລືອກຕັ້ງຂອງກຸ່ມເຂົ້າໃນຫຼາຍອົງການ ແລະທີ່ຕັ້ງສຳຄັນຂອງ ສປຊ. ຄຽງຂ້າງນັ້ນ, ໃນບົດບາດເປັນປະທານ APG ຫວຽດນາມ ກໍ່ໄດ້ມີຮ່າງ, ສັງລວມຄຳເຫັນ ແລະຕາງໜ້າກຸ່ມສະເໜີບາງກ່າວຄໍາເຫັນລວມ, ໃນນັ້ນມີກ່າວຄໍາເຫັນລວມຄັ້ງທຳອິດຂອງ APG ທີ່ກ່ຽວຂ້ອງເຖິງບັນຫາຊາວທ້ອງຖິ່ນເດີມທີ່ເຫດການລະດັບສູງສະເຫຼີມສະຫຼອງ 10 ປີ ກອງປະຊຸມໂລກກ່ຽວກັບຫົວຂໍ້ນີ້.

ກ່າວຄຳເຫັນທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດສະມາຊິກໃນກຸ່ມ ໄດ້ຕີລາຄາສູງວຽກງານບໍລິຫານ, ການປະສານງານຂອງຫວຽດນາມ ໃນບົດບາດເປັນປະທານ APG ເດືອນ ເມສາ 2024. ສິ້ນສຸດວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ມອບບົດບາດເປັນປະທານກຸ່ມໃຫ້ແກ່ຜູ້ຕາງໜ້າຄະນະຜູ້ຕາງໜ້າ ວານົວຕູ ປະຈໍາ ສປຊ ຢ່າງເປັນທາງການ.

ໂດຍ: ເຈິ່ນຮວ່ຽນ