leftcenterrightdel
ທ່ານອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນ,  ອຸປະທູດຊົ່ວຄາວຄະນະຫວຽດນາມ ປະຈຳ ສປຊ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນ,  ອຸປະທູດຊົ່ວຄາວຄະນະຫວຽດນາມ ປະຈຳ ສປຊ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການຢູ່ຕາເວັນອອກກາງນັບມື້ນັບເຄັ່ງຕຶງ; ຢັ້ງຢືນວ່າ ຫວຽດນາມ ຄັດຂ້ານທຸກການກະທຳນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ລະເມີດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດໃດໜຶ່ງ, ຝືນກັບກົດໝາຍສາກົນ ແລະກົດບັດ ສປຊ; ກ່າວປະນາມຢ່າງແຮງຕໍ່ຮູບການໃຊ້ຄວາມຮຸນແຮງຕໍ່ສາມັນຄົນ ແລະພື້ນຖານໂຄງລ່າງຂອງພົນລະເຮືອນກໍ່ຄືການບຸກໂຈມຕີຫວ່າງມໍ່ໆມານີ້ໃສ່ກໍາປັ່ນການຄ້າໃນເສັ້ນທາງເດີນທະເລສາກົນ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງລະງັບໃຈ, ຢຸດຕິບັນດາການກະທຳທີ່ເປັນປໍລະປັກ, ປ່ອຍຕົວປະກັນທັງໝົດໂດຍບໍ່ມີເງື່ອນໄຂ, ປະຕິບັດຕາມກົດໝາຍສາກົນ ແລະມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ; ສະໜັບສະໜູນທຸກຄວາມມານະພະຍາຍາມໄກ່ເກ່ຍເພື່ອມີມາດຕະການແກ້ໄຂຄວາມຂັດແຍ່ງກັນ ແລະວິວັດທະນາການສັນຕິພາບຕາເວັນອອກກາງຢ່າງໝັ້ນຄົງ, ຍາວນານບົນພື້ນຖານມາດຕະການແກ້ໄຂຂອງສອງລັດ.

ໂດຍ: ໄຊນີດາ